ເຊຟານິຢາ3
ເຢຣູຊາເລັມ
1ວິບັດແກ່ເມືອງຂອງຜູ້ທີ່ກົດຂີ່ຂົ່ມເຫັງ,ກະບົດ ແລະ ມີມົນທິນ!2ເມືອງນີ້ບໍ່ຍອມເຊື່ອຟັງຜູ້ໃດ,ເມືອງນີ້ບໍ່ຍອມຮັບການປັບປຸງແກ້ໄຂ.ເມືອງນີ້ບໍ່ໄວ້ໃຈໃນພຣະເຈົ້າຢາເວ,ເມືອງນີ້ບໍ່ຍອມເຂົ້າມາໃກ້ພຣະເຈົ້າຂອງຕົນ.3ຂ້າລາຊະການຂອງເມືອງນີ້ເປັນເໝືອນໂຕສິງທີ່ສົ່ງສຽງຮ້ອງ;ບັນດາຜູ້ປົກຄອງຂອງເມືອງນີ້ກໍເປັນດັ່ງໝາປ່າຍາມແລງ,ຜູ້ທີ່ບໍ່ປະຫຍັງໄວ້ຈົນເຖິງມື້ອື່ນເຊົ້າ.4ບັນດາຜູ້ທຳນວາຍຂອງເມືອງນີ້ກໍບໍ່ມີຫລັກການ;ພວກເຂົາເປັນຄົນທໍລະຍົດ.ບັນດາປະໂລຫິດຂອງເມືອງນີ້ກໍໝິ່ນປະໝາດສະຖານນະມັດສະການແລະ ລະເມີດກົດບັນຍັດ.5ພຣະເຈົ້າຢາເວຜູ້ຢູ່ໃນເມືອງນີ້ເປັນຜູ້ຊອບທຳ;ພຣະອົງບໍ່ໄດ້ເຮັດຜິດ.ທຸກໆເຊົ້າພຣະອົງຈະອຳນວາຍຄວາມຍຸຕິທຳ,ແລະ ທຸກໆວັນໃໝ່ພຣະອົງບໍ່ເຄີຍຢຸດທີ່ຈະເຮັດເຊັ່ນນັ້ນເຖິງປານນັ້ນຄົນອະທຳກໍບໍ່ຮູ້ຈັກລະອາຍ.ເຢຣູຊາເລັມຍັງຄົງບໍ່ກັບໃຈ
6“ເຮົາໄດ້ທຳລາຍປະຊາຊາດທັງຫລາຍ;ຖານທີ່ໝັ້ນຂອງພວກເຂົາກໍຖືກທຳລາຍ.ເຮົາເຮັດໃຫ້ຖະໜົນຫົນທາງຂອງພວກເຂົາຮົກຮ້າງ,ໂດຍບໍ່ມີຜູ້ໃດຜ່ານໄປມາ.ເມືອງຕ່າງໆຂອງພວກເຂົາຖືກປະໃຫ້ຮົກຮ້າງ;ກັນດານ ແລະ ຫວ່າງເປົ່າ.7ເຮົາໄດ້ກ່າວແກ່ເຢຣູຊາເລັມວ່າ‘ເຈົ້າຈະຢ້ານກົວເຮົາຢ່າງແນ່ນອນແລະ ຍອມຮັບການແກ້ໄຂປັບປຸງ!’ແລ້ວບ່ອນລີ້ໄພ ຂອງເມືອງນີ້ຈະໄດ້ບໍ່ຖືກທຳລາຍ,ແລະ ການລົງໂທດທັງໝົດຂອງເຮົາຈະໄດ້ບໍ່ຕົກເທິງ ເມືອງນີ້.ແຕ່ວ່າພວກເຂົາກໍຍັງຄົງກະຕືລືລົ້ນທີ່ຈະປະພຶດຊົ່ວເໝືອນທີ່ເຄີຍເຮັດມາທຸກຢ່າງ”.8ພຣະເຈົ້າຢາເວໄດ້ປະກາດວ່າ, “ເຫດສະນັ້ນ ຈົ່ງລໍຖ້າເຮົາ,ເພາະໃນວັນນັ້ນເຮົາຈະຢືນຂຶ້ນເປັນພະຍານ. ເຮົາໄດ້ຕັດສິນໃຈທີ່ຈະຮວບຮວມຊົນຊາດຕ່າງໆ,ເຕົ້າໂຮມອານາຈັກຕ່າງໆແລະ ຖອກຄວາມໂກດຮ້າຍຂອງເຮົາລົງເທິງພວກເຂົາຄວາມໃຈຮ້າຍອັນແຮງກ້າທັງໝົດຂອງເຮົາ.ທົ່ວທັງໂລກຈະຖືກເຜົາໄໝ້ດ້ວຍໄຟແຫ່ງຄວາມໃຈຮ້າຍອັນເນື່ອງມາຈາກຄວາມຫຶງຫວງຂອງເຮົາ.ການຟື້ນຟູສ່ວນທີ່ເຫລືອຂອງອິດສະຣາເອນ
9“ແລ້ວເຮົາຈະຊຳລະຮີມສົບຂອງຄົນທັງຫລາຍໃຫ້ບໍລິສຸດ,ເພື່ອພວກເຂົາທັງໝົດຈະຮ້ອງຫານາມຂອງພຣະເຈົ້າຢາເວແລະ ບົວລະບັດຮັບໃຊ້ພຣະອົງຢ່າງຄຽງບ່າຄຽງໄຫລ່.10ຜູ້ທີ່ນະມັດສະການເຮົາ, ປະຊາຊົນຂອງເຮົາທີ່ກະຈັດກະຈາຍໄປ,ຈະນຳເຄື່ອງບູຊາ.ຈາກຟາກແມ່ນ້ຳແຫ່ງກູເຊ ມາຖວາຍເຮົາ.11ເຢຣູຊາເລັມ, ໃນວັນນັ້ນເຈົ້າຈະບໍ່ຕ້ອງອັບອາຍເພາະຄວາມຜິດທັງໝົດທີ່ເຈົ້າໄດ້ເຮັດຕໍ່ເຮົາ,ເພາະວ່າເຮົາຈະກຳຈັດຄົນທີ່ຊື່ນຊົມຄວາມຈອງຫອງຂອງຕົນໃຫ້ອອກໄປຈາກນະຄອນນີ້.ເຈົ້າຈະບໍ່ຍິ່ງຈອງຫອງອີກຕໍ່ໄປເທິງພູເຂົາສັກສິດຂອງເຮົາ.12ແຕ່ເຮົາຈະປ່ອຍໃຫ້ຄົນທີ່ອ່ອນນ້ອມ ແລະ ຖ່ອມຕົວໄວ້ພາຍໃນເຈົ້າ.ຊົນຊາດອິດສະຣາເອນທີ່ເຫລືອຢູ່ຈະໄວ້ວາງໃຈໃນນາມຂອງພຣະເຈົ້າຢາເວ.13ພວກເຂົາຈະບໍ່ເຮັດຜິດ;ພວກເຂົາຈະບໍ່ເວົ້າຕົວະ.ລີ້ນທີ່ຫລອກລວງຈະບໍ່ພົບໃນປາກຂອງພວກເຂົາ.ພວກເຂົາຈະກິນ ແລະ ນອນລົງແລະ ບໍ່ມີຜູ້ໃດເຮັດໃຫ້ພວກເຂົາຢ້ານກົວ”.14ລູກສາວແຫ່ງຊີໂອນ, ຈົ່ງຮ້ອງເພງ;ອິດສະຣາເອນ, ຈົ່ງໂຫ່ຮ້ອງໃຫ້ດັງ!ຈົ່ງດີໃຈ ແລະ ຊື່ນຊົມຍິນດີດ້ວຍສຸດໃຈຂອງເຈົ້າ,ລູກສາວແຫ່ງເຢຣູຊາເລັມ! 15ພຣະເຈົ້າຢາເວໄດ້ເອົາໂທດຂອງເຈົ້າໄປແລ້ວ,ພຣະອົງໄດ້ໃຫ້ສັດຕູຂອງເຈົ້າຫັນກັບໄປແລ້ວ.ພຣະເຈົ້າຢາເວ, ກະສັດແຫ່ງອິດສະຣາເອນໄດ້ຢູ່ກັບເຈົ້າ;ເຈົ້າຈະບໍ່ຢ້ານອັນຕະລາຍໃດໆອີກເລີຍ.16ໃນວັນນັ້ນພວກເຂົາຈະເວົ້າກັບເຢຣູຊາເລັມວ່າ,“ຊີໂອນ, ຢ່າຢ້ານເລີຍ;ຢ່າໃຫ້ມືຂອງເຈົ້າອ່ອນແຮງ.17ພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າຢູ່ກັບເຈົ້ານັກຮົບຜູ້ຍິ່ງໃຫຍ່ທີ່ຈະຊ່ວຍໃຫ້ພົ້ນ.ພຣະອົງຈະປິຕິຍິນດີໃນເຈົ້າ;ດ້ວຍຄວາມຮັກຂອງພຣະອົງ ພຣະອົງຈະບໍ່ຕຳໜິເຈົ້າອີກຕໍ່ໄປ,ແລະ ຈະຮ້ອງເພງເພາະຊື່ນຊົມຍິນດີໃນເຈົ້າ”.18“ເຮົາຈະເອົາຄວາມໂສກເສົ້າທີ່ເຈົ້າບໍ່ໄດ້ຮ່ວມເທດສະການຕ່າງໆຕາມກຳນົດຂອງເຈົ້າອອກໄປ,ສິ່ງນີ້ເປັນພາລະ ແລະ ຄຳປະນາມສຳລັບເຈົ້າ.19ໃນເວລານັ້ນເຮົາຈະຈັດການກັບທຸກຄົນທີ່ກົດຂີ່ຂົ່ມເຫັງເຈົ້າ.ເຮົາຈະຊ່ວຍບັນດາຄົນເປ້ຍເຮົາຈະຮວບຮວມເອົາຜູ້ທີ່ຖືກເຮັດໃຫ້ກະຈັດກະຈາຍໄປ.ເຮົາຈະໃຫ້ພວກເຂົາເປັນທີ່ຍົກຍ້ອງ ແລະ ມີກຽດໃນທຸກດິນແດນທີ່ພວກເຂົາໄດ້ຮັບຄວາມອັບອາຍ.20ໃນເວລານັ້ນເຮົາຈະຮວບຮວມເອົາເຈົ້າ;ໃນເວລານັ້ນເຮົາຈະພາເຈົ້າກັບບ້ານ.ເຮົາຈະໃຫ້ເຈົ້າມີກຽດ ແລະ ເປັນທີ່ຍົກຍ້ອງໃນທ່າມກາງຄົນທັງໝົດທີ່ຢູ່ແຜ່ນດິນໂລກນີ້ເມື່ອເຮົາໃຫ້ເຈົ້າກັບຄືນສູ່ສະພາບດີ ຕໍ່ໜ້າຕໍ່ຕາເຈົ້າ,”ພຣະເຈົ້າຢາເວໄດ້ເວົ້າດັ່ງນັ້ນ.Biblica, Inc.