ເຊຟານິຢາ2
ຢູດາ ແລະ ເຢຣູຊາເລັມຖືກພິພາກສາພ້ອມດ້ວຍຊົນຊາດທັງຫລາຍ
ຢູດາຖືກເອີ້ນໃຫ້ກັບໃຈໃໝ່
1ຈົ່ງເຕົ້າໂຮມກັນ, ຈົ່ງຮວມຕົວກັນ,ຊົນຊາດທີ່ໜ້າອັບອາຍ,2ກ່ອນທີ່ດຳລັດຈະມີຜົນບັງຄັບໃຊ້ແລະ ວັນນັ້ນກໍຜ່ານໄປເໝືອນດັ່ງແກບທີ່ລົມພັດ,ກ່ອນທີ່ຄວາມໃຈຮ້າຍອັນຮຸນແຮງຂອງພຣະເຈົ້າຢາເວຈະມາເຖິງເຈົ້າ,ກ່ອນວັນແຫ່ງຄວາມໂກດຮ້າຍຂອງພຣະເຈົ້າຢາເວຈະລົງມາເໜືອເຈົ້າ3ຈົ່ງສະແຫວງຫາພຣະເຈົ້າຢາເວ, ບັນດາຜູ້ຖ່ອມໃຈໃນແຜ່ນດິນ,ເຈົ້າຜູ້ເຮັດຕາມຄຳສັ່ງຂອງພຣະອົງ.ຈົ່ງສະແຫວງຫາຄວາມຊອບທຳ, ສະແຫວງຫາຄວາມຖ່ອມຕົວເພື່ອວ່າບາງເທື່ອເຈົ້າຈະໄດ້ບ່ອນກຳບັງໃນວັນແຫ່ງຄວາມໃຈຮ້າຍຂອງພຣະເຈົ້າຢາເວ.ຟີລິດສະຕິນ
4ກາຊາຈະຖືກປະໃຫ້ຮົກຮ້າງແລະ ອາຊະເກໂລນຈະຖືກປ່ອຍໃຫ້ຫັກພັງ.ໃນເວລາຕອນທ່ຽງ ອາຊະໂດດຈະຖືກເຮັດໃຫ້ຫວ່າງເປົ່າແລະ ເອັກໂຣນຖືກຖອນຮາກ.5ວິບັດແກ່ເຈົ້າ ຜູ້ທີ່ອາໄສຢູ່ແຄມທະເລ,ຄົນຊາວເຄເຣທີ;ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ກ່າວໂທດເຈົ້າ,ການາອານດິນແດນແຫ່ງຊາວຟີລິດສະຕິນ.ພຣະອົງກ່າວວ່າ, “ເຮົາຈະທຳລາຍເຈົ້າ,ແລະ ຈະບໍ່ໃຫ້ເຫລືອແມ່ນແຕ່ຄົນດຽວ”.6ດິນແດນແຄມທະເລຈະກາຍເປັນທົ່ງຫຍ້າມີນ້ຳສ້າງສຳລັບບັນດາຄົນລ້ຽງສັດແລະ ມີຄອກສຳລັບຝູງສັດ.7ດິນແດນນັ້ນຈະເປັນຂອງຄົນຢູດາຍທີ່ເຫລືອຢູ່;ພວກເຂົາຈະພົບທົ່ງຫຍ້າຢູ່ບ່ອນນັ້ນ.ພວກເຂົາຈະນອນລົງໃນເວລາຄ່ຳໃນເຮືອນຂອງອາຊະເກໂລນ.ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາຈະເບິ່ງແຍງພວກເຂົາພຣະອົງຈະເຮັດໃຫ້ພວກເຂົາຄືນສູ່ສະພາບເດີມ.ໂມອາບ ແລະ ອຳໂມນ
8“ເຮົາໄດ້ຍິນຄຳໝິ່ນປະໝາດຂອງໂມອາບແລະ ຄຳເຢາະເຢີ້ຍຂອງຊາວອຳໂມນ,ພວກເຂົາໝິ່ນປະໝາດປະຊາຊົນຂອງເຮົາແລະ ຂົ່ມຂູ່ເອົາດິນແດນຂອງພວກເຂົາ”.9ເຫດສະນັ້ນ, ເຮົາມີຊີວິດຢູ່ຢ່າງແນ່ນອນສັນໃດ,ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່,ພຣະເຈົ້າແຫ່ງອິດສະຣາເອນໄດ້ປະກາດວ່າ,“ໂມອາບຈະເປັນເໝືອນກັບໂຊໂດມ,ແລະ ຊາວອຳໂມນກໍຈະເປັນເໝືອນກັບໂກໂມຣາຢ່າງແນ່ນອນສັນນັ້ນຄືເປັນແຫລ່ງພືດ ແລະ ບໍ່ເກືອ,ເປັນດິນແດນທີ່ຮົກຮ້າງຕະຫລອດໄປ.ປະຊາຊົນຂອງເຮົາທີ່ເຫລືອຢູ່ຈະປຸ້ນພວກເຂົາ;ຊົນຊາດຂອງເຮົາທີ່ລອດຊີວິດຈະຄອບຄອງດິນແດນຂອງພວກເຂົາ”.10ນີ້ເປັນຜົນຕອບແທນທີ່ພວກເຂົາຈະໄດ້ຮັບຈາກຄວາມຍິ່ງຈອງຫອງຂອງພວກເຂົາ,ສຳລັບການດູຖູກ ແລະ ເຢາະເຢີ້ຍປະຊາຊົນຂອງພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່.11ພຣະເຈົ້າຢາເວຈະເປັນທີ່ໜ້າຢ້ານກົວສຳລັບພວກເຂົາເມື່ອພຣະອົງທຳລາຍພະທັງປວງຂອງແຜ່ນດິນນັ້ນ.ປະຊາຊາດທັງຫລາຍທີ່ຢູ່ຫ່າງໄກຈະກົ້ມກາບຕໍ່ພຣະອົງ,ທຸກຄົນໃນດິນແດນຂອງຕົນ.ກ່າວໂທດກູເຊ
12“ຊາວກູເຊ, ເຈົ້າກໍເໝືອນກັນ,ຈະຖືກປະຫານດ້ວຍດາບຂອງເຮົາ”.ກ່າວໂທດອັດຊີເຣຍ
13ພຣະອົງຈະຢຽດມືຂອງພຣະອົງອອກໄປທາງເໜືອແລະ ທຳລາຍອັດຊີເຣຍ,ຖິ້ມເມືອງນີເນເວໄວ້ໃຫ້ໂດດດ່ຽວ,ແລະ ແຫ້ງແລ້ງຄືກັບຖິ່ນແຫ້ງແລ້ງກັນດານ.14ຝູງແບ້, ຝູງແກະ ແລະ ຝູງງົວຈະນອນຢູ່ທີ່ນັ້ນສິ່ງມີຊີວິດທຸກຊະນິດ.ນົກເຄົ້າທະເລຊາຍ ແລະ ນົກເຄົ້າແມວຈະເກາະຢູ່ທີ່ຊາກເສົາຂອງເມືອງນັ້ນ.ສຽງຮ້ອງຂອງພວກມັນຈະດັງກ້ອງຜ່ານປ່ອງຢ້ຽມ,ຊາກຫັກພັງຈະເຕັມປະຕູຄານໄມ້ແປກກໍຈະຖືກຖິ້ມໄວ້ກາງແຈ້ງ.15ນີ້ແມ່ນເມືອງແຫ່ງຄວາມສະໜຸກສະໜານເຊິ່ງອາໄສຢູ່ຢ່າງປອດໄພ.ມັນເວົ້າກັບຕົນເອງວ່າ,“ຂ້ອຍນີ້ແຫລະ! ແລະ ບໍ່ມີຜູ້ໃດນອກຈາກຂ້ອຍ”.ມັນກາຍເປັນຊາກຫັກພັງ,ເປັນບ່ອນອາໄສຂອງສັດປ່າ!ທຸກຄົນທີ່ຜ່ານໄປມາກໍເຢາະເຢີ້ຍມັນແລະ ສັ່ນກຳປັ້ນຂອງຕົນ.Biblica, Inc.