ຮັກກາຍ1
ການເອີ້ນໃຫ້ສ້າງວິຫານຂອງພຣະເຈົ້າຢາເວ
1ໃນປີທີສອງຂອງການປົກຄອງຂອງກະສັດດາຣິອຸດ, ໃນວັນທີໜຶ່ງເດືອນທີຫົກ, ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງເຊຣຸບບາເບນຜູ້ວ່າການຂອງຢູດາ ເຊິ່ງເປັນລູກຊາຍຂອງເຊອານຕີເອນ ແລະ ໄດ້ມາເຖິງໂຢຊວຍ ຜູ້ເປັນມະຫາປະໂລຫິດ, ເຊິ່ງເປັນລູກຊາຍຂອງເຢຊາດັກ ໂດຍກ່າວຜ່ານທາງຜູ້ທຳນວາຍຮັກກາຍວ່າ:2ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ໄດ້ກ່າວໄວ້ຄື: “ປະຊາຊົນເຫລົ່ານີ້ໄດ້ເວົ້າວ່າ, ‘ຍັງບໍ່ເຖິງເວລາທີ່ຈະສ້າງວິຫານຂອງພຣະເຈົ້າຢາເວ’ ”.3ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວ ກໍໄດ້ມາຜ່ານທາງຜູ້ທຳນວາຍຮັກກາຍວ່າ:4“ເຖິງເວລາແລ້ວບໍ ທີ່ພວກເຈົ້າເອງຈະອາໄສຢູ່ໃນເຮືອນທີ່ກໍ່ສ້າງດ້ວຍໄມ້ຢ່າງດີ ໃນຂະນະທີ່ວິຫານນີ້ຍັງເປັນຊາກຫັກພັງຢູ່?”5ບັດນີ້ ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ໄດ້ກ່າວຄື: “ຈົ່ງຄິດຢ່າງຮອບຄອບກ່ຽວກັບວິຖີທາງຂອງພວກເຈົ້າ.6ພວກເຈົ້າໄດ້ປູກຫລາຍ ແຕ່ເກັບກ່ຽວໄດ້ໜ້ອຍ. ພວກເຈົ້າກິນ ແຕ່ບໍ່ເຄີຍພໍ. ພວກເຈົ້າດື່ມ ແຕ່ກໍບໍ່ເຄີຍອິ່ມ. ພວກເຈົ້ານຸ່ງເຄື່ອງ ແຕ່ກໍບໍ່ອຸ່ນ. ພວກເຈົ້າໄດ້ຄ່າຈ້າງ ແຕ່ກໍເພື່ອເອົາມາໃສ່ໃນກະເປົາເງິນທີ່ມີຮູຢູ່ໃນນັ້ນ”.7ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ໄດ້ກ່າວຄື: “ຈົ່ງຄິດຢ່າງຮອບຄອບກ່ຽວກັບວິຖີທາງຂອງພວກເຈົ້າ.8ຈົ່ງຂຶ້ນໄປເທິງພູເຂົາ ແລະ ນຳເອົາໄມ້ລົງມາ ແລ້ວສ້າງວິຫານຂອງເຮົາ, ເພື່ອເຮົາຈະໄດ້ພໍໃຈໃນວິຫານນັ້ນ ແລະ ໄດ້ຮັບກຽດ”, ພຣະເຈົ້າຢາເວໄດ້ກ່າວດັ່ງນີ້.9ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ໄດ້ປະກາດວ່າ, “ພວກເຈົ້າຄາດຫວັງໄວ້ຫລາຍ ແຕ່ເບິ່ງແມ, ໄດ້ມາພຽງໜ້ອຍດຽວ. ສິ່ງທີ່ພວກເຈົ້ານຳກັບມາທີ່ເຮືອນ ເຮົາກໍໄດ້ເປົ່າມັນຖິ້ມໄປ. ເປັນຫຍັງ? ກໍເພາະວ່າວິຫານຂອງເຮົາຍັງຄົງເປັນຊາກຫັກພັງຢູ່ ໃນຂະນະທີ່ພວກເຈົ້າແຕ່ລະຄົນກໍຫຍຸ້ງຢູ່ກັບເຮືອນຂອງຕົນເອງ.10ເຫດສະນັ້ນ ຈຶ່ງເປັນຍ້ອນພວກເຈົ້າ ຟ້າສະຫວັນຈຶ່ງລະງັບນ້ຳໝອກໄວ້ ແລະ ແຜ່ນດິນໂລກກໍບໍ່ຍອມເກີດພືດຜົນ.11ເຮົາໄດ້ເອີ້ນເອົາຄວາມແຫ້ງແລ້ງມາສູ່ບັນດາທົ່ງນາ ແລະ ເທິງພູເຂົາ, ເທິງເມັດພືດ, ເຫລົ້າອະງຸ່ນໃໝ່, ນ້ຳມັນໝາກກອກ ແລະ ທຸກສິ່ງທີ່ພື້ນດິນໃຫ້ຜົນຜະລິດ, ຄົນ ແລະ ສັດລ້ຽງ ແລະ ວຽກງານທັງໝົດທີ່ພວກເຈົ້າເຮັດ”.12ແລ້ວເຊຣຸບບາເບນລູກຊາຍຂອງເຊອານຕີເອນ, ໂຢຊວຍຜູ້ເປັນມະຫາປະໂລຫິດ ເຊິ່ງເປັນລູກຊາຍຂອງເຢຊາດັກ ແລະ ປະຊາຊົນທັງໝົດທີ່ຍັງເຫລືອຢູ່ນັ້ນ ກໍໄດ້ເຊື່ອຟັງສຽງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ແລະ ຖ້ອຍຄຳຂອງຜູ້ທຳນວາຍຮັກກາຍ, ເພາະວ່າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາໄດ້ສົ່ງລາວມາ ແລະ ປະຊາຊົນກໍຢຳເກງພຣະເຈົ້າຢາເວ.13ແລ້ວຮັກກາຍທູດຂອງພຣະເຈົ້າຢາເວກໍໄດ້ແຈ້ງຂໍ້ຄວາມຂອງພຣະເຈົ້າຢາເວໃຫ້ແກ່ປະຊາຊົນວ່າ: “ເຮົາຢູ່ກັບພວກເຈົ້າ”, ພຣະເຈົ້າຢາເວໄດ້ປະກາດດັ່ງນີ້.14ດັ່ງນັ້ນ ພຣະເຈົ້າຢາເວໄດ້ດົນໃຈຂອງເຊຣຸບບາເບນຜູ້ວ່າການຂອງຢູດາ ຜູ້ທີ່ເປັນລູກຊາຍຂອງເຊອານຕີເອນ ແລະ ດົນໃຈຂອງໂຢຊວຍ ຜູ້ເປັນມະຫາປະໂລຫິດ ເຊິ່ງເປັນລູກຊາຍຂອງໂຢຊາດັກ ແລະ ຈິດໃຈຂອງປະຊາຊົນທີ່ເຫລືອຢູ່ທັງໝົດ. ພວກເຂົາໄດ້ພາກັນມາ ແລະ ເລີ່ມເຮັດວຽກງານໃນການສ້າງວິຫານຂອງພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງພວກເຂົາ.15ໃນວັນທີຊາວສີ່ຂອງເດືອນທີຫົກ. ສະຫງ່າລາສີຕາມສັນຍາແຫ່ງວິຫານໃໝ່ໃນປີທີສອງຂອງກະສັດດາຣິອຸດ.
Biblica, Inc.