ເຊຟານິຢາ1

1ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ ທີ່​ມາ​ເຖິງ​ເຊຟານີຢາ ລູກຊາຍ​ຂອງ​ກູຊີ, ຜູ້​ເປັນ​ລູກຊາຍ​ຂອງ​ເກດາລິຢາ, ຜູ້​ເປັນ​ລູກຊາຍ​ຂອງ​ອາມາຣີຢາ, ຜູ້​ເປັນ​ລູກຊາຍ​ຂອງ​ເຮເຊກີຢາ, ໃນ​ຊ່ວງ​ເວລາ​ຂອງ​ການ​ປົກຄອງ​ຂອງ​ໂຢຊີຢາ ລູກຊາຍ​ຂອງ​ອາໂມນ ກະສັດ​ແຫ່ງ​ຢູດາຍ​ມີ​ດັ່ງນີ້:

ການ​ຕັດສິນ​ທົ່ວ​ໂລກ​ໃນ​ວັນ​ຂອງ​ພຣະເຈົ້າ​ຢາເວ

2“ເຮົາ​ຈະ​ກວາດ​ລ້າງ​ທຸກສິ່ງອອກ​ໄປ​ຈາກ​ໜ້າ​ແຜ່ນດິນໂລກ”,ພຣະເຈົ້າ​ຢາເວ​ໄດ້​ປະກາດ​ດັ່ງນັ້ນ.3“ເຮົາ​ຈະ​ກວາດ​ລ້າງ​ທັງ​ຄົນ ແລະ ສັດ​ອອກ​ໄປ;ເຮົາ​ຈະ​ກວດ​ລ້າງ​ນົກ​ໃນ​ອາກາດແລະ ປາ​ໃນ​ທະເລແລະ ຮູບເຄົາລົບ​ທັງຫລາຍ​ທີ່​ເຮັດ​ໃຫ້​ຄົນ​ຊົ່ວຮ້າຍ​ສະດຸດ​ນັ້ນ​ອອກ​ໄປ”. “ເມື່ອ​ເຮົາ​ທຳລາຍ​ມະນຸດ​ທຸກຄົນທີ່​ຢູ່​ເທິງ​ໜ້າ​ແຜ່ນດິນ​ໂລກ”,ພຣະເຈົ້າ​ຢາເວ​ໄດ້​ປະກາດ​ດັ່ງນັ້ນ,

ກ່າວ​ໂທດ​ຢູດາຍ

4“ເຮົາ​ຈະ​ຢຽດ​ມື​ຂອງ​ເຮົາ​ອອກ​ຕໍ່ສູ້​ຢູດາຍແລະ ຕໍ່ສູ້​ທຸກ​ຄົນ​ທີ່​ຢູ່​ໃນ​ເຢຣູຊາເລັມ.ເຮົາ​ຈະ​ທຳລາຍ​ທຸກ​ການ​ບູຊາ​ພະບາອານ​ທີ່​ເຫລືອ​ຢູ່​ໃຫ້​ໝົດ​ໄປ​ຈາກ​ບ່ອນ​ນີ້,ແລະ ບັນດາ​ຊື່​ຂອງ​ບັນດາ​ປະໂລຫິດ​ທີ່​ບູຊາ​ຮູບເຄົາລົບ​ນັ້ນ5ຄື​ບັນດາ​ຄົນ​ທີ່​ກົ້ມ​ຂາບ​ຢູ່​ເທິງ​ດາດ​ຟ້າເພື່ອ​ນະມັດສະການ​ດາວ​ຕ່າງ​ໆ,ບັນດາ​ຜູ້​ກົ້ມ​ຂາບ​ລົງ ແລະ ສາບານ​ໂດຍ​ອ້າງ​ພຣະເຈົ້າ​ຢາເວແລະ ອ້າງ​ພະໂມລົກ, 6ບັນດາ​ຜູ້​ເຊົາ​ຕິດຕາມ​ພຣະເຈົ້າ​ຢາເວບໍ່​ໄດ້​ສະແຫວງຫາ​ພຣະເຈົ້າ​ຢາເວ ຫລື ຖາມ​ພຣະອົງ”.
7ຈົ່ງ​ສະຫງົບ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ,ເພາະ​ມື້​ແຫ່ງ​ພຣະເຈົ້າ​ຢາເວ​ນັ້ນ​ໃກ້​ເຂົ້າ​ມາ​ແລ້ວ.ພຣະເຈົ້າ​ຢາເວ​ໄດ້​ຈັດ​ຕຽມ​ເຄື່ອງ​ບູຊາ;ພຣະອົງ​ໄດ້​ຊຳລະ​ບັນດາ​ຜູ້​ທີ່​ພຣະອົງ​ເຊີນ​ມາ​ນັ້ນ​ໃຫ້​ບໍລິສຸດ.
8ໃນ​ມື້​ຖວາຍ​ເຄື່ອງ​ບູຊາ​ຂອງ​ພຣະເຈົ້າ​ຢາເວ​ນັ້ນເຮົາ​ຈະ​ລົງໂທດ​ບັນດາ​ເຈົ້າໜ້າທີ່ແລະ ລູກຊາຍ​ຂອງ​ກະສັດແລະ ລົງໂທດ​ຄົນ​ທັງປວງທີ່​ປະຕິບັດ​ຕາມ​ທຳນຽມ​ຂອງ​ຄົນ​ຕ່າງ​ຊາດ.9ໃນ​ມື້​ນັ້ນ​ເຮົາ​ຈະ​ລົງໂທດທຸກຄົນ​ທີ່​ບໍ່​ຢຽບ​ຂອບ​ປະຕູ​ເຮືອນ, ຜູ້​ທີ່​ເຮັດ​ໃຫ້​ວິຫານ​ຂອງ​ບັນດາ​ພະ​ຂອງ​ຕົນເຕັມ​ໄປ​ດ້ວຍ​ຄວາມ​ຮຸນແຮງ ແລະ ການ​ຫລອກລວງ.
10“ໃນ​ມື້​ນັ້ນ,”ພຣະເຈົ້າ​ຢາເວ​ໄດ້​ປະກາດ​ໄວ້​ວ່າ,“ຈະ​ມີ​ສຽງ​ຮ້ອງ​ດັງ​ຂຶ້ນ​ມາ​ຈາກ​ປະຕູ​ປາ,ມີ​ສຽງ​ຮ້ອງໄຫ້​ຈາກ​ເຂດ​ທີ່​ສ້າງ​ໃໝ່​ຂອງ​ຕົວ​ເມືອງ,ແລະ ມີ​ສຽງ​ກະແທກ​ດັງ​ມາ​ຈາກ​ເນີນພູ​ຕ່າງ​ໆ.11ຈົ່ງ​ຮ້ອງໄຫ້, ເຈົ້າ​ຜູ້​ທີ່​ອາໄສ​ຢູ່​ໃນ​ເຂດ​ຕະຫລາດ;ພໍ່ຄ້າ​ທັງໝົດ​ຂອງ​ເຈົ້າ​ຈະ​ຖືກ​ກວາດ​ລ້າງ​ໄປ,ບັນດາ​ພໍ່ຄ້າ​ເຄື່ອງ​ເງິນ​ກໍ​ຈະ​ຖືກ​ທຳລາຍ.12ໃນ​ເວລາ​ນັ້ນ ເຮົາ​ຈະ​ຖື​ຕະກຽງ​ສ່ອງ​ຫາ​ເຢຣູຊາເລັມແລະ ລົງໂທດ​ບັນດາ​ຄົນ​ທີ່​ອິ່ມໃຈ,ຜູ້​ທີ່​ເປັນ​ຄື​ເຫລົ້າອະງຸ່ນ​ທີ່​ເຫລືອ​ຢູ່​ໃນ​ກາກ​ຂອງ​ມັນ,ຜູ້​ທີ່​ຄິດ​ວ່າ, ‘ພຣະເຈົ້າ​ຢາເວ​ຈະ​ບໍ່​ເຮັດ​ຫຍັງ,ບໍ່​ວ່າ​ດີ ຫລື ຮ້າຍ’.13ຊັບສົມບັດ​ຂອງ​ພວກເຂົາ​ຈະ​ຖືກ​ປຸ້ນ,ເຮືອນ​ຂອງ​ພວກເຂົາ​ຈະ​ຖືກ​ພັງ​ລົງ,ເຖິງ​ວ່າ​ພວກເຂົາ​ຈະ​ສ້າງ​ເຮືອນ,ແຕ່​ພວກເຂົາ​ກໍ​ບໍ່​ໄດ້​ອາໄສ​ຢູ່​ໃນ​ນັ້ນ;ເຖິງ​ວ່າ​ພວກເຂົາ​ຈະ​ປູກ​ສວນ​ອະງຸ່ນແຕ່​ພວກເຂົາ​ກໍ​ຈະ​ບໍ່​ໄດ້​ດື່ມ​ເຫລົ້າອະງຸ່ນ.

ວັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ​ຢາເວ

14“ວັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ​ຢາເວ​ນັ້ນ​ມາ​ໃກ້​ແລ້ວມາ​ໃກ້ ແລະ ຈະ​ມາ​ເຖິງ​ໃນ​ໄວ​ໆ​ນີ້.ສຽງ​ຮ້ອງ​ໃນ​ວັນ​ຂອງ​ພຣະເຈົ້າ​ຢາເວ​ກໍ​ຂົມຂື່ນ;ນັກຮົບ​ຜູ້​ຍິ່ງໃຫຍ່​ຈະ​ສົ່ງ​ສຽງ​ຮ້ອງ​ຕໍ່ສູ້.15ວັນ​ນັ້ນ​ຈະ​ເປັນ​ວັນ​ແຫ່ງ​ຄວາມ​ໂກດຮ້າຍວັນ​ແຫ່ງ​ຄວາມ​ທຸກຍາກ ແລະ ທຸກທໍລະມານ,ວັນ​ແຫ່ງ​ຄວາມ​ຫຍຸ້ງຍາກ ແລະ ພິນາດ,ວັນ​ແຫ່ງ​ຄວາມ​ມືດ​ມິດ ແລະ ເສົ້າໝອງວັນ​ທີ່​ມີ​ເມກ ແລະ ຄວາມ​ມືດ​ມິດ16ວັນ​ແຫ່ງ​ສຽງ​ແກ ແລະ ສຽງ​ໂຫ່​ຮ້ອງສູ້ຮົບ​ກັບ​ບັນດາ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນແລະ ສູ້ຮົບ​ກັບ​ຫໍຄອຍ​ທຸກ​ມຸມ​ຂອງ​ເມືອງ.
17“ເຮົາ​ຈະ​ນຳ​ຄວາມ​ທຸກຍາກ​ມາ​ສູ່​ປະຊາຊົນ​ທັງໝົດເພື່ອ​ວ່າ​ພວກເຂົາ​ຈະ​ງົມ​ທາວ​ໄປ​ມາ​ເໝືອນດັ່ງ​ຄົນ​ຕາບອດ,ເພາະ​ພວກເຂົາ​ໄດ້​ເຮັດ​ບາບ​ຕໍ່​ພຣະເຈົ້າ​ຢາເວ.ເລືອດ​ຂອງ​ພວກເຂົາ​ຈະ​ໄຫລ​ອອກ​ມາ​ເໝືອນ​ກັບ​ຂີ້ຝຸ່ນແລະ ອະໄວຍະວະ​ພາຍ​ໃນ​ຂອງ​ພວກເຂົາ​ກໍ​ເປັນ​ເໝືອນ​ຂີ້​ສັດ18ບໍ່​ວ່າ​ຈະ​ເປັນ​ເງິນ ແລະ ຄຳ​ຂອງ​ພວກເຂົາກໍ​ບໍ່​ສາມາດ​ຊ່ວຍ​ພວກເຂົາ​ໄດ້ໃນ​ວັນ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ຢາເວ”.ດ້ວຍ​ໄຟ​ແຫ່ງ​ຄວາມ​ຫຶງຫວງ​ຂອງ​ພຣະອົງໂລກ​ທັງໝົດ​ຈະ​ຖືກ​ເຜົາໄໝ້,ເພາະ​ພຣະອົງ​ຈະ​ເຮັດ​ໃຫ້​ສິ່ງ​ມີ​ຊີວິດ​ທຸກ​ຢ່າງ​ໃນ​ໂລກ​ນີ້ເຖິງ​ຈຸດ​ຈົບ​ຢ່າງ​ວ່ອງໄວ​ທີ່​ສຸດ.

Biblica, Inc.

https://app.library.bible/content/eab9312f9f16b3a2