ຮາບາກຸກ3
ຄຳອະທິຖານຂອງຮາບາກຸກ
1ຄຳອະທິຖານຂອງຜູ້ທຳນວາຍຮາບາກຸກ, ທຳນອງຊິກິໂອໂນດ 2ຂ້າແດ່ພຣະເຈົ້າຢາເວ, ຂ້ານ້ອຍເຄີຍໄດ້ຍິນຊື່ສຽງຂອງພຣະອົງ;ຂ້າແດ່ພຣະເຈົ້າຢາເວ, ຂ້ານ້ອຍຢືນຢູ່ດ້ວຍຄວາມຢຳເກງໃນກິດຈະການຂອງພຣະອົງ.ຂໍໂຜດຮື້ຟື້ນກິດຈະການເຫລົ່ານັ້ນໃນສະໄໝຂອງພວກຂ້ານ້ອຍທັງຫລາຍຄືນອີກ,ຂໍໃຫ້ຮູ້ທົ່ວກັນໃນສະໄໝຂອງພວກຂ້ານ້ອຍທັງຫລາຍ;ໃນຄວາມໂກດຮ້າຍນັ້ນຂໍໃຫ້ລະນຶກເຖິງຄວາມເມດຕາ.3ພຣະເຈົ້າໄດ້ມາຈາກເຕມານ,ອົງບໍລິສຸດມາຈາກພູເຂົາປາຣານ. ສະຫງ່າລາສີຂອງພຣະອົງກໍປົກຄຸມຟ້າສະຫວັນແລະ ໂລກນີ້ກໍເຕັມດ້ວຍຄຳສັນລະເສີນພຣະອົງ.4ຄວາມສະຫງ່າງາມຂອງພຣະອົງຄືກັບຕາເວັນທີ່ກຳລັງຂຶ້ນ;ມີແສງກະພິບອອກມາຈາກມື,ບ່ອນທີ່ລິດອຳນາດຂອງພຣະອົງໄດ້ຖືກເຊື່ອງໄວ້.5ໄພພິບັດໄດ້ໄປກ່ອນພຣະອົງ;ໂລກລະບາດໄດ້ຕາມບາດກ້າວຂອງພຣະອົງມາ.6ພຣະອົງຢືນ ແລະ ໂລກກໍສັ່ນ;ພຣະອົງຫລຽວເບິ່ງ ແລະ ບັນດາປະຊາຊາດກໍສັ່ນສະທ້ານພູເຂົາດຶກດຳບັນທັງຫລາຍກໍພັງທະລາຍລົງເນີນພູເກົ່າແກ່ທັງຫລາຍກໍພັງລົງແຕ່ ພຣະອົງເດີນຕໍ່ໄປຕະຫລອດໄປ.7ຂ້ານ້ອຍໄດ້ເຫັນເຕັນຂອງຊາວຄູຊັນຕົກຢູ່ໃນຄວາມທຸກຍາກແລະ ບ່ອນຢູ່ຂອງຊາວມີດີອານກໍຕົກຢູ່ໃນຄວາມທໍລະມານ.8ຂ້າແດ່ພຣະເຈົ້າຢາເວ ພຣະອົງໃຈຮ້າຍໃຫ້ແມ່ນ້ຳບໍ?ພຣະອົງໂກດຮ້າຍໃຫ້ສາຍນ້ຳບໍ?ພຣະອົງໂກດຮ້າຍຕໍ່ທະເລເມື່ອພຣະອົງຂີ່ມ້າຂອງພຣະອົງແລະ ລົດມ້າຂອງພຣະອົງໄປສູ່ໄຊຊະນະບໍ?9ພຣະອົງຈັບຄັນທະນູອອກມາ,ພຣະອົງໄດ້ເອີ້ນຫາລູກທະນູມາຢ່າງຫລວງຫລາຍ.ພຣະອົງແຍກແຜ່ນດິນດ້ວຍແມ່ນ້ຳ;10ພູເຂົາທັງຫລາຍໄດ້ເຫັນພຣະອົງ ແລະ ບິດໂຕໄປມາກະແສນ້ຳກວດໄປ;ນໍ້າເລິກສົ່ງສຽງດັງກ້ອງແລະ ຊັດຄື້ນຂອງມັນຂຶ້ນສູງ.11ດວງຕາເວັນ ແລະ ດວງເດືອນຢຸດຢູ່ໃນຟ້າສະຫວັນເມື່ອລູກທະນູທີ່ພຸ່ງອອກມາຂອງພຣະອົງກໍສ່ອງປະກາຍ,ເມື່ອຫອກຂອງພຣະອົງສ່ອງປະກາຍຄືກັບຟ້າແມບ.12ພຣະອົງກະທືບແຜ່ນດິນໂລກດ້ວຍຄວາມໂກດຮ້າຍແລະ ຢຽບປະຊາຊາດທັງຫລາຍດ້ວຍຄວາມໃຈຮ້າຍ.13ພຣະອົງໄດ້ອອກມາປົດປ່ອຍຄົນຂອງພຣະອົງ,ເພື່ອຊ່ວຍຜູ້ທີ່ພຣະອົງໄດ້ເຈີມໄວ້ໃຫ້ພົ້ນ.ພຣະອົງຂະຢີ້ຜູ້ນຳຂອງດິນແດນແຫ່ງຄວາມຊົ່ວຮ້າຍພຣະອົງເຮັດໃຫ້ລາວເປືອຍກາຍຕັ້ງແຕ່ຫົວຈົນຮອດຕີນ.14ພຣະອົງຈະໃຊ້ຫອກຂອງລາວເອງແທງຫົວຂອງລາວເມື່ອບັນດານັກຮົບຂອງລາວບຸກມາເພື່ອຕີພວກຂ້ານ້ອຍໃຫ້ກະຈັດກະຈາຍ,ຍິ້ມເຢີ້ຍເໝືອນກັບວ່າຈະເຂົ້າມາກັດກິນຄົນໜ້າເວດທະນາທີ່ລີ້ຢູ່.15ພຣະອົງໄດ້ຢຽບຢ່ຳທະເລດ້ວຍຝູງມ້າຂອງພຣະອົງ,ເຮັດໃຫ້ຫ້ວງນໍ້າໃຫຍ່ປັ່ນປ່ວນ16ຂ້ານ້ອຍໄດ້ຍິນ ແລະ ຫົວໃຈຂອງຂ້ານ້ອຍກໍຕື່ນເຕັ້ນ,ສຽງນັ້ນເຮັດໃຫ້ຮີບສົບຂອງຂ້ານ້ອຍສັ່ນ;ຄວາມເຊື່ອມໂຊມກໍໄດ້ເຂົ້າສູ່ກະດູກຂອງຂ້ານ້ອຍ;ແລະ ຂາຂອງຂ້ານ້ອຍກໍສັ່ນສະເທືອນ.ເຖິງປານນັ້ນຂ້ານ້ອຍກໍຈະອົດທົນລໍຖ້າວັນແຫ່ງໄພພິບັດ,ທີ່ຈະມາເຖິງຊົນຊາດທີ່ຮຸກຮານພວກຂ້ານ້ອຍ.17ເຖິງແມ່ນວ່າຕົ້ນໝາກເດື່ອຈະບໍ່ອອກດອກແລະ ເຄືອອະງຸ່ນຈະບໍ່ມີໝາກອະງຸ່ນ,ເຖິງແມ່ນວ່າຕົ້ນໝາກກອກຈະບໍ່ໃຫ້ຜົນແລະ ທົ່ງນາທັງຫລາຍຈະບໍ່ເກີດພືດເພື່ອເປັນອາຫານ,ເຖິງແມ່ນວ່າຈະບໍ່ມີແກະຢູ່ໃນຄອກແລະ ບໍ່ມີງົວຢູ່ໃນຄອກກໍຕາມ,18ແຕ່ເຖິງປານນັ້ນຂ້ານ້ອຍກໍຈະຊື່ນຊົມຍິນດີໃນພຣະເຈົ້າຢາເວ,ຂ້ານ້ອຍຈະມີຄວາມສຸກໃນພຣະເຈົ້າ ພຣະຜູ້ຊ່ວຍໃຫ້ພົ້ນຂອງຂ້ານ້ອຍ.19ພຣະເຈົ້າຢາເວອົງເຈົ້ານາຍເປັນກຳລັງຂອງຂ້ານ້ອຍ;ພຣະອົງໄດ້ເຮັດໃຫ້ຕີນຂອງຂ້ານ້ອຍເປັນເໝືອນກັບຕີນກວາງພຣະອົງໄດ້ຊ່ວຍໃຫ້ຂ້ານ້ອຍຢຽບເທິງທີ່ສູງໄດ້. ສຳລັບຜູ້ອຳນວຍການຂອງເພງ ໃຊ້ກັບເຄື່ອງດົນຕີປະເພດສາຍຂອງຂ້ານ້ອຍ.Biblica, Inc.