ເຊກາຣີຢາ9

ການ​ພິພາກສາ​ສັດຕູ​ຂອງ​ອິດສະຣາເອນ

1ຄໍາທໍານວາຍ ມີ​ດັ່ງນີ້:ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ ຕໍ່ສູ້​ດິນແດນ​ຮັດຮັກແລະ ດາມັສກັດເພາະ​ຕາ​ຂອງ​ປະຊາຊົນ​ທັງ​ໝົດແລະ ອິດສະຣາເອນ​ທຸກ​ເຜົ່າ​ຈັບ​ຈ້ອງ​ທີ່​ພຣະເຈົ້າ​ຢາເວ 2ແລະ ຕໍ່ສູ້​ຮາມັດ​ເຊັ່ນກັນ, ທີ່​ຢູ່​ໃກ້​ຊາຍແດນ​ຮັດຮັກ,ແລະ ຕໍ່ສູ້​ຕີເຣ ແລະ ຊີໂດນ​ດ້ວຍ, ເຖິງແມ່ນວ່າ​ພວກເຂົາ​ມີ​ຄວາມ​ຊໍານານ​ຫລາຍ.3ຕີເຣ​ໄດ້​ສ້າງ​ປ້ອມ​ປ້ອງ​ກັນ​ເມືອງ;ສະ​ສົມ​ເງິນ​ໄວ້​ຫລວງຫລາຍ​ດັ່ງ​ຂີ້ຝຸ່ນດິນ,ແລະ ມີ​ຄໍາ​ຫລວງຫລາຍ​ດັ່ງ​ຂີ້ຝຸ່ນ​ຕາມ​ຖະໜົນ,4ແຕ່​ອົງພຣະຜູ້ເປັນເຈົ້າ​ຈະ​ປຸ້ນ​ຊັບສົມບັດ​ຂອງ​ເມືອງ​ນັ້ນ​ໄປແລະ ທຳລາຍ​ອຳນາດ​ທາງ​ທະເລ​ຂອງ​ມັນ,ແລະ ເຜົາ​ຜານ​ມັນ​ດ້ວຍ​ໄຟ.5ອາຊະເກໂລນ​ຈະ​ເຫັນ ແລະ ຢ້ານກົວ.ກາຊາ​ຈະ​ທໍລະມານ​ດ້ວຍ​ຄວາມ​ເຈັບ​ປວດ​ແສນ​ສາ​ຫັດ,ເອັກໂຣນ​ກໍ​ເຊັ່ນ​ກັນ, ເພາະ​ຄວາມ​ຫວັງ​ຂອງ​ມັນ​ຮ່ຽວ​ແຫ້ງ​ໄປ.ກາຊາ​ຈະ​ສູນ​ເສຍ​ກະສັດແລະ ອາສະເກໂລນ​ຈະ​ຖືກ​ຖິ້ມ​ຮ້າງ.6ຄົນ​ຕ່າງຊາດ​ຈະ​ຄອບຄອງ​ອາຊະໂດດ,ແລະ ເຮົາ​ຈະ​ກຳຈັດ​ຄວາມ​ຍິ່ງ​ອວດອົ່ງຈອງຫອງ​ຂອງ​ຊາວ​ຟີລິດສະຕິນ.7ເຮົາ​ຈະ​ເອົາ​ເລືອດ​ອອກຈາກ​ປາກ​ຂອງ​ພວກເຂົາ,ແລະ ເອົາ​ອາຫານ​ຕ້ອງ​ຫ້າມ​ອອກຈາກ​ວ່າງ​ແຂ້ວ​ຂອງ​ພວກເຂົາ.ບັນດາ​ຜູ້​ເຫລືອ​ຢູ່​ຈະ​ເປັນ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາແລະ ຈະ​ກາຍເປັນ​ຜູ້ນຳ​ໃນ​ຢູດາ,ແລະ ເອັກໂຣນ​ຈະ​ເປັນ​ດັ່ງ​ຊາວ​ເຢບຸດ.8ແຕ່​ເຮົາ​ຈະ​ປົກປ້ອງ​ວິຫານ​ຂອງ​ເຮົາຈາກ​ກອງ​ກຳລັງ​ທີ່​ມາ​ປຸ້ນ​ຊິງ.ຜູ້​ກົດ​ຂີ່​ຈະ​ບໍ່​ມາ​ກົດຂີ່ຂົ່ມເຫັງ​ປະຊາຊົນ​ຂອງ​ເຮົາ​ອີກ,ເພາະ​ບັດນີ້​ເຮົາ​ກຳລັງ​ຈັບ​ຕາ​ເບິ່ງ​ຢູ່.

ການ​ມາ​ຂອງ​ກະສັດ​ຊີໂອນ

9ລູກສາວ​ແຫ່ງ​ຊີໂອນ  ! ຈົ່ງ​ຊື່ນຊົມຍິນດີ​ຢ່າງ​ເຫລືອລົ້ນ,ລູກສາວ​ແຫ່ງ​ເຢຣູຊາເລັມ  ! ຈົ່ງ​ໂຫ່​ຮ້ອງ,ຈົ່ງ​ເບິ່ງ, ກະສັດ​ຂອງ​ພວກເຈົ້າ​ມາ​ຫາ​ພວກເຈົ້າ,ຊອບທຳ ແລະ ມີ​ໄຊຊະນະຖ່ອມຕົວ ແລະ ນັ່ງເທິງ​ຫລັງ​ລໍ,ຂີ່​ລູກ​ມ້າ, ຂີ່​ລູກ​ລໍ,10ເຮົາ​ຈະ​ກຳຈັດ​ລົດມ້າ​ຈາກ​ເອຟຣາອິມແລະ ມ້າ​ເສິກ​ຈາກ​ເຢຣູຊາເລັມ,ລູກ​ທະນູ​ໃນ​ການ​ຮົບ​ຈະ​ຖືກ​ຫັກ​ຖິ້ມ.ພຣະອົງ​ຈະ​ປະກາດ​ສັນ​ຕິ​ພາບ​ແກ່​ນານາ​ປະຊາຊາດ.ການປົກຄອງ​ຂອງ​ພຣະອົງ​ຈະ​ຂະຫຍາຍ​ຈາກ​ທະເລ​ສູ່​ທະເລແລະ ຈາກ​ແມ່ນ້ຳ​ຈົນ​ເຖິງ​ສຸດ​ປາຍ​ແຜ່ນດິນ​ໂລກ. 11ສໍາລັບ​ເຈົ້າ, ເພາະ​ເລືອດ​ແຫ່ງ​ພັນທະສັນຍາ​ຂອງ​ເຮົາ​ຢູ່​ກັບ​ເຈົ້າ,ເຮົາ​ຈະ​ປົດປ່ອຍ​ນັກ​ໂທດ​ຂອງ​ເຈົ້າ​ຈາກ​ເຫວ​ເລິກ​ທີ່​ບໍ່ມີ​ນ້ຳ.12ນັກ​ໂທດ​ຜູ້​ມີ​ຄວາມ​ຫວັງ; ຈົ່ງ​ກັບ​ມາຍັງ​ປ້ອມ​ປະ​ການ​ຂອງ​ເຈົ້າ,ບັດນີ້​ເຮົາ​ປະກາດ​ວ່າ​ເຮົາ​ຈະ​ຟື້ນຟູ​ເຈົ້າ​ຂຶ້ນ​ມາ​ເປັນ​ສອງ​ເທົ່າ.13ເຮົາ​ຈະ​ກົ່ງ​ຢູດາ​ດັ່ງ​ກົ່ງ​ທະນູແລະ ກົ່ງ​ລູກທະນູ​ໃສ່​ເອຟຣາອິມ​ໃຫ້​ເຕັມ.ຊີໂອນ, ເຮົາ​ຈະ​ກະຕຸ້ນ​ພວກລູກ​ຂອງ​ເຈົ້າ,ມາ​ສູ້​ກັບ​ພວກລູກ​ຂອງ, ກຣີກ,ແລະ ເຮັດ​ໃຫ້​ພວກເຈົ້າ​ເປັນ​ດັ່ງ​ດາບ​ໃນ​ມື​ນັກຮົບ.

ພຣະເຈົ້າ​ຢາເວ​ຈະ​ປາກົດ

14ແລ້ວ​ພຣະເຈົ້າ​ຢາເວ​ຈະ​ປາກົດ​ເໜືອ​ພວກເຂົາ;ລູກທະນູ​ຂອງ​ພຣະອົງ​ຈະ​ເປັ່ງ​ປະ​ກາຍ​ດັ່ງ​ຟ້າແມບເຫຼື້ອມ.ພຣະເຈົ້າ​ຢາເວ​ອົງ​ຜູ້ຄອບຄອງ​ຈະ​ເປົ່າ​ແກ;ພຣະອົງ​ຈະ​ປາກົດ​ໃນ​ພາຍຸ​ແຫ່ງ​ທິດ​ໃຕ້,15ແລະ ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ຈະ​ປົກປ້ອງ​ພວກເຂົາ​ໄວ້.ພວກເຂົາ​ຈະ​ຖືກ​ທຳລາຍແລະ ຖືກ​ເອົາ​ຊະນະ​ດ້ວຍ​ສະລິງ.ພວກເຂົາ​ຈະ​ດື່ມ ແລະ ໂຫ່​ຮ້ອງ​ເໝືອນ​ດື່ມ​ເຫລົ້າ​ອະງຸ່ນ,ພວກເຂົາ​ຈະ​ເຕັມ​ລົ້ນ​ດັ່ງ​ຊາມທີ່​ໃຊ້​ໃນ​ການ​ຖອກ​ເລືອດ  ​ໃສ່ແຈ​ແທ່ນບູຊາ.16ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ຈະ​ຊ່ວຍ​ຄົນ​ຂອງ​ພຣະອົງ​ໃນ​ວັນ​ນັ້ນດັ່ງ​ຜູ້ລ້ຽງ​ແກະ​ຊ່ວຍ​ແກະ​ຂອງ​ຕົນ.ພວກເຂົາ​ຈະ​ຮຸ່ງເຮືອງ​ໃນ​ແຜ່ນດິນ​ຂອງ​ພຣະອົງດັ່ງ​ເພັດ​ໃນ​ມົງກຸດ.17ພວກເຂົາ​ຈະ​ງົດ​ງາມ ແລະ ໜ້າ​ດຶງ​ດູດ​ຫລາຍ!ທັນ​ຍາ​ພືດ​ຈະ​ເຮັດ​ໃຫ້​ຄົນ​ໜຸ່ມ​ເຕີບໂຕ,ແລະ ເຫລົ້າ​ອະງຸ່ນ​ໃໝ່​ຈະ​ເຮັດ​ໃຫ້​ຍິງ​ສາວ​ຈະເລີນ​ໄວ.

Biblica, Inc.

https://app.library.bible/content/eab9312f9f16b3a2