ເຊກາຣີຢາ10

ພຣະເຈົ້າ​ຢາເວ​ຈະ​ເບິ່ງແຍງ​ຢູດາ

1ຈົ່ງ​ຂໍ​ຝົນ​ໃນ​ລະດູ​ໃບໄມ້ປົ່ງ​ຈາກ​ພຣະເຈົ້າ​ຢາເວ;ພຣະເຈົ້າ​ຢາເວ​ນີ້​ແຫຼະ​ຄື​ຜູ້​ສົ່ງ​ພະຍຸ​ມາ.ພຣະອົງ​ໂຜດປະທານ​ສາຍ​ຝົນ​ແກ່​ມະນຸດ​ທຸກຄົນ.ແລະ ພືດພັນ​ທັນຍາຫານ​ແກ່​ທຸກຄົນ.2ຮູບເຄົາລົບ​ຕ່າງ​ໆ​ໃຫ້​ຄຳ​ຕອບ​ຫລອກລວງ,ໝໍດູ​ເຫັນ​ນິມິດ​ຈອມ​ປອມ;ພວກເຂົາ​ເລົ່າ​ຄວາມ​ຝັນ​ຫລອກລວງແລະ ໃຫ້​ຄຳ​ປອບໃຈ​ອັນ​ບໍ່​ມີ​ປະໂຫຍດ.ດັ່ງນັ້ນ ປະຊາຊົນ​ຈຶ່ງ​ຫລົງ​ໄປ​ເໝືອນ​ແກະຖືກ​ຂົ່ມເຫັງ​ເພາະ​ບໍ່​ມີ​ຜູ້ລ້ຽງ.
3“ເຮົາ​ໂກດຮ້າຍ​ບັນດາ​ຄົນລ້ຽງແກະ,ແລະ ຈະ​ລົງໂທດ​ພວກ​ຜູ້ນຳ;ເພາະ​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ຈະ​ເບິ່ງແຍງຝູງແກະ​ຂອງ​ພຣະອົງ, ຄື​ປະຊາຊົນ​ຢູດາ,ແລະ ເຮັດ​ໃຫ້​ພວກເຂົາ​ເປັນ​ເໝືອນ​ມ້າ​ທີ່​ອົງ​ອາດ​ໃນ​ສະໜາມຮົບ.4ຫີນເສົາເອກ​ຈະ​ມາ​ຈາກ​ຢູດາ,ທັງ​ເຂັມ​ໝຸດ​ປັກ​ເຕັນ,ທະນູ​ສົງຄາມແລະ ຜູ້​ປົກຄອງ​ທຸກຄົນ.5ພວກເຂົາ  ​ຈະ​ຮວມ​ກັນ​ເປັນ​ນັກຮົບ​ໃນ​ສົງຄາມຢຽບຢໍ່າ​ສັດຕູ​ຂອງ​ພວກເຂົາ​ໃຫ້​ເປັນ​ດັ່ງ​ຂີ້ຕົມ​ໃນ​ຫົນທາງ.ພວກເຂົາ​ຈະ​ຕໍ່ສູ້​ເພາະ​ພຣະເຈົ້າ​ຢາເວ​ຢູ່​ກັບ​ພວກເຂົາ,ແລະ ພວກເຂົາ​ຈະ​ເຮັດ​ໃຫ້​ທະຫານ​ມ້າ​ອັບອາຍ.
6“ເຮົາ​ຈະ​ເຮັດ​ໃຫ້​ຢູດາ​ເຂັ້ມແຂງ​ຂຶ້ນແລະ ຊ່ວຍເຫລືອ​ເຊື້ອສາຍ​ຂອງ​ໂຢເຊັບ.ເຮົາ​ຈະ​ສ້າງ​ພວກເຂົາ​ຂຶ້ນ​ໃໝ່ເພາະ​ເຮົາ​ສົງສານ​ພວກເຂົາ.ພວກເຂົາ​ຈະ​ເປັນ​ເໝືອນຄົນ​ທີ່​ບໍ່​ເຄີຍ​ຖືກ​ເຮົາ​ປະຖິ້ມ,ເພາະ​ເຮົາ​ເປັນ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຂົາແລະ ເຮົາ​ຈະ​ຕອບ​ພວກເຂົາ.7ຊາວ​ເອຟຣາອິມ​ຈະ​ເປັນ​ດັ່ງ​ນັກຮົບ​ຍິ່ງໃຫຍ່,ຈິດໃຈ​ຂອງ​ພວກເຂົາ​ຈະ​ຊື່ນຊົມຍິນດີ​ເໝືອນ​ໄດ້​ດື່ມ​ເຫລົ້າ​ອະງຸ່ນ.ລູກ​ຫລານ​ຂອງ​ພວກເຂົາ​ຈະ​ເຫັນ​ແລ້ວ​ຊື່ນຊົມຍິນດີ;ຈິດໃຈ​ຂອງ​ພວກເຂົາ​ຈະ​ຊື່ນຊົມຍິນດີ​ໃນ​ພຣະເຈົ້າ​ຢາເວ.8ເຮົາ​ຈະ​ໃຫ້​ສັນຍານແລະ ຮວບຮວມ​ພວກເຂົາ​ມາ.ແນ່ນອນ​ເຮົາ​ຈະ​ໄຖ່​ພວກເຂົາ;ພວກເຂົາ​ຈະ​ມີ​ຈຳນວນ​ຫລວງຫລາຍ​ດັ່ງ​ແຕ່​ກ່ອນ.9ເຖິງວ່າ​ເຮົາ​ເຮັດ​ໃຫ້​ພວກເຂົາ​ກະຈັດກະຈາຍ​ໄປ​ໃນ​ທ່າມກາງ​ຊົນຊາດ​ຕ່າງໆ,ແຕ່​ໃນ​ແດນ​ໄກ​ພຸ້ນ​ພວກເຂົາ​ຈະ​ລະນຶກ​ເຖິງ​ເຮົາ.ພວກເຂົາ​ກັບ​ລູກ​ຫລານ​ຈະ​ຢູ່​ລອດ,ແລະ ພວກເຂົາ​ຈະ​ກັບ​ມາ.10ເຮົາ​ຈະ​ພາ​ພວກເຂົາ​ກັບ​ມາ​ຈາກ​ເອຢິບແລະ ຮວບຮວມ​ພວກເຂົາ​ກັບ​ມາ​ຈາກ​ອັດຊີເຣຍ.ເຮົາ​ຈະ​ນຳ​ພວກເຂົາ​ມາຍັງ​ກີເລອາດ ແລະ ເລບານອນແລະ ຈະ​ບໍ່​ມີ​ຫ້ອງ​ພຽງ​ພໍ​ສຳລັບ​ພວກເຂົາ.11ພວກເຂົາ​ຈະ​ຂ້າມ​ທະເລ​ແຫ່ງ​ຄວາມ​ເດືອດຮ້ອນ;ທະເລ​ອັນ​ປັ່ນ​ປ່ວນ​ຈະ​ຍອມ​ສະ​ຫງົບແລະ ບັນດາ​ບ່ອນ​ເລິກ​ແຫ່ງ​ແມ່ນ້ຳ​ນິນ​ຈະ​ເຫືອດ​ແຫ້ງ.ຄວາມ​ຍິ່ງ​ອວດອົ່ງຈອງຫອງ​ຂອງ​ອັດຊີເຣຍ​ຈະ​ຖືກ​ປາບ​ລົງແລະ ຄາຖາ​ແຫ່ງ​ເອຢິບ​ຈະ​ສູນ​ສິ້ນ​ໄປ.12ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ເຂັ້ມແຂງ​ຂຶ້ນ​ໃນ​ພຣະເຈົ້າ​ຢາເວແລະ ດ້ວຍ​ນາມ​ຊື່​ຂອງ​ພຣະອົງ​ພວກເຂົາ​ຈະ​ດຳເນີນ​ຊີວິດ​ຢູ່ຢ່າງ​ປອດໄພ,”ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.

Biblica, Inc.

https://app.library.bible/content/eab9312f9f16b3a2