ເຊກາຣີຢາ8
ພຣະເຈົ້າຢາເວສັນຍາວ່າຈະອວຍພອນເຢຣູຊາເລັມ
1ຖ້ອຍຄໍາຂອງພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ໄດ້ມາເຖິງຂ້າພະເຈົ້າວ່າ.2ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ: “ເຮົາອິດສາຊີໂອນຫລາຍ; ເຮົາຮ້ອນຮົນດ້ວຍໃຈອິດສານາງ”.3ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວກ່າວ: “ເຮົາຈະກັບມາຫາຊີໂອນ ແລະ ມາຢູ່ໃນເຢຣູຊາເລັມ. ເຢຣູຊາເລັມຈະໄດ້ຊື່ວ່າ ‘ນະຄອນແຫ່ງຄວາມຈິງ,’ ແລະ ພູເຂົາຂອງພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ຈະໄດ້ຊື່ວ່າ ‘ພູເຂົາສັກສິດ’ ”.4ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວກ່າວ: “ອີກຄັ້ງໜຶ່ງຊາຍ ແລະ ຍິງແກ່ຈະນັ່ງຕາມຖະໜົນຫົນທາງໃນເຢຣູຊາເລັມ, ແຕ່ລະຄົນຈະຖືໄມ້ຄ້ອນເທົ້າຢູ່ໃນມືຍ້ອນອາຍຸຂອງພວກເຂົາ.5ຖະໜົນໃນເມືອງຈະມີເດັກຊາຍຍິງແລ່ນຫລິ້ນຢູ່ທີ່ນັ້ນ”.6ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ: “ມັນອາດເບິ່ງວ່າເປັນເລື່ອງມະຫັດສະຈັນສຳລັບຄົນທີ່ເຫລືອໃນເວລານັ້ນ, ແຕ່ມັນຈະເປັນເລື່ອງມະຫັດສະຈັນສໍາລັບເຮົາບໍ?” ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ປະກາດດັ່ງນັ້ນ.7ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ: “ເຮົາຈະຊ່ວຍປະຊາຊົນຂອງເຮົາຈາກປະເທດຕ່າງໆທາງຕາເວັນອອກ ແລະ ຕາເວັນຕົກ.8ເຮົາຈະພາພວກເຂົາກັບມາຢູ່ໃນເຢຣູຊາເລັມ; ພວກເຂົາຈະເປັນປະຊາຊົນຂອງເຮົາ ແລະ ເຮົາຈະເປັນພຣະເຈົ້າຜູ້ສັດຊື່ ແລະ ຊອບທຳຂອງພວກເຂົາ”.9ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ: “ບັດນີ້ພວກເຈົ້າຈົ່ງຟັງຖ້ອຍຄຳເຫລົ່ານີ້, ‘ຈົ່ງໃຫ້ມືຂອງພວກເຈົ້າເຂັ້ມແຂງຂຶ້ນເພື່ອວິຫານຈະຖືກສ້າງໃຫ້ສຳເລັດ’. ນີ້ກໍແມ່ນສິ່ງທີ່ບັນດາຜູ້ທໍານວາຍໄດ້ກ່າວໄວ້ ຄືຜູ້ໃດຢູ່ທີ່ນັ້ນເມື່ອວາງຮາກຖານຂອງວິຫານຂອງພຣະເຈົ້າຢາເວຜູ້ມີລິດອໍານາດຍິ່ງໃຫຍ່.10ກ່ອນໜ້ານັ້ນບໍ່ມີຄ່າຈ້າງໃຫ້ຄົນ ຫລື ສັດ. ບໍ່ມີຜູ້ໃດສາມາດເດີນທາງໄປມາເພື່ອຄ້າຂາຍຢ່າງປອດໄພເພາະສັດຕູຂອງພວກເຂົາ, ເພາະເຮົາເຮັດໃຫ້ເພື່ອນບ້ານທຸກຄົນເປັນສັດຕູກັນ.11ແຕ່ດຽວນີ້ເຮົາຈະບໍ່ເຮັດກັບຄົນທີ່ເຫລືອຢູ່ດັ່ງໃນອະດີດ,” ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ປະກາດດັ່ງນັ້ນ.12“ເມັດພືດຈະງອກງາມ, ເຄືອອະງຸ່ນຈະອອກຜົນ, ຜືນແຜ່ນດິນຈະໃຫ້ພືດຜົນ, ແລະ ສະຫວັນຈະປົດປ່ອຍນ້ຳຄ້າງລົງມ. ເຮົາຈະມອບສິ່ງທັງປວງນີ້ໃຫ້ເປັນກຳມະສິດຂອງຄົນທີ່ເຫລືອຢູ່.13ຢູດາ ແລະ ອິດສະຣາເອນ, ເຈົ້າເຄີຍເປັນທີ່ສາບແຊ່ງທ່າມກາງຊົນຊາດທັງຫລາຍນັ້ນຢ່າງໃດ, ເຮົາຈະຊ່ວຍເຈົ້າ ແລະ ເຈົ້າຈະເປັນພຣະພອນ. ຢ່າຢ້ານເລີຍ, ແຕ່ຈົ່ງໃຫ້ມືຂອງເຈົ້າເຂັ້ມແຂງຂຶ້ນ”.14ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ວ່າ: “ຕາມທີ່ເຮົາເຄີຍຕັ້ງໃຈນຳໄພພິບັດມາສູ່ເຈົ້າ ແລະ ບໍ່ປານີເຈົ້າ ເມື່ອບັນພະບຸລຸດຂອງເຈົ້າເຮັດໃຫ້ເຮົາໂກດຮ້າຍ”, ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນ,15“ແຕ່ບັດນີ້ ເຮົາຕັດສິນໃຈຈະເຮັດດີຕໍ່ເຢຣູຊາເລັມ ແລະ ຢູດາອີກ. ດັ່ງນັ້ນ ຢ່າຢ້ານເລີຍ.16ສິ່ງເຫລົ່ານີ້ແມ່ນສິ່ງທີ່ພວກເຈົ້າຈະເຮັດຄື: ຈົ່ງເວົ້າຄວາມຈິງຕໍ່ກັນ ແລະ ຈົ່ງຕັດສິນຄວາມໃນສານຢ່າງຖືກຕ້ອງ;17ຢ່າຄິດຮ້າຍຕໍ່ເພື່ອນບ້ານ ແລະ ຢ່າມັກສາບານເທັດ, ເພາະເຮົາກຽດຊັງສິ່ງທັງປວງນີ້”, ພຣະເຈົ້າຢາເວປະກາດດັ່ງນັ້ນ.18ຖ້ອຍຄໍາຂອງພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ມາເຖິງຂ້າພະເຈົ້າ.19ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ວ່າ: “ການຖືສິນອົດອາຫານໃນເດືອນທີສີ່, ເດືອນທີຫ້າ, ເດືອນທີເຈັດ ແລະ ເດືອນທີສິບ ຈະເປັນເວລາແຫ່ງຄວາມຊື່ນຊົມຍິນດີ ແລະ ໂອກາດທີ່ດີ ແລະ ເປັນເທດສະການແຫ່ງຄວາມສຸກສຳລັບຢູດາ. ເຫດສະນັ້ນຈົ່ງຮັກຄວາມຈິງ ແລະ ສັນຕິພາບ”.20ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ວ່າ: “ຫລາຍຊົນຊາດ ແລະຄົນທີ່ອາໄສຢູ່ໃນນະຄອນຕ່າງໆຫລາຍແຫ່ງຍັງຈະມາ,21ແລະ ຊາວເມືອງໜຶ່ງຈະໄປອີກເມືອງໜຶ່ງ ແລະ ກ່າວວ່າ, ‘ໃຫ້ພວກເຮົາໄປອ້ອນວອນຫາພຣະເຈົ້າຢາເວ ແລະ ໄປສະແຫວງຫາພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່. ເຮົາເອງກໍຈະໄປເຊັ່ນກັນ’22ຊົນຊາດທັງຫລາຍ ແລະ ບັນດາຊາດມະຫາອຳນາດຈະມາຍັງເຢຣູຊາເລັມເພື່ອສະແຫວງຫາພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ ແລະ ອ້ອນວອນພຣະອົງ”.23ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ວ່າ: “ເມື່ອເຖິງເວລານັ້ນຊາຍສິບຄົນຈາກທຸກຊາດທຸກພາສາຈະຢຶດສົ້ນເສື້ອຄຸມຂອງຊາວຢິວຄົນໜຶ່ງໄວ້ ແລະ ກ່າວວ່າ, ‘ຂໍໃຫ້ພວກເຮົາໄປກັບທ່ານ, ເພາະພວກເຮົາໄດ້ຍິນມາວ່າພຣະເຈົ້າຢູ່ກັບທ່ານ’ ”.Biblica, Inc.