ເຊກາຣີຢາ5
ໜັງສືມ້ວນບິນໄດ້
1ຂ້າພະເຈົ້າເບິ່ງອີກຄັ້ງ, ກໍເຫັນໜັງສືມ້ວນບິນໄປ.2ເທວະດາຕົນນັ້ນຖາມຂ້າພະເຈົ້າວ່າ, “ເຈົ້າເຫັນຫຍັງ?”ຂ້າພະເຈົ້າຕອບວ່າ, “ຂ້າພະເຈົ້າເຫັນໜັງສືມ້ວນບິນຢູ່, ຍາວ 20 ສອກ ແລະ ກວ້າງ 10 ສອກ ”.3ແລ້ວເທວະດານັ້ນບອກຂ້າພະເຈົ້າວ່າ, “ນີ້ແມ່ນຄຳສາບແຊ່ງທີ່ໄປທົ່ວທັງດິນແດນ; ຕາມທີ່ມີຂໍ້ຄວາມກ່າວໄວ້ດ້ານໜຶ່ງວ່າ, ຄົນຂີ້ລັກທຸກຄົນຈະຖືກຂັບໄລ່ອອກໄປ, ແລະ ອີກດ້ານໜຶ່ງກ່າວວ່າທຸກຄົນທີ່ສາບານປອມຈະຖືກຂັບໄລ່ອອກໄປດ້ວຍ.4ພຣະເຈົ້າຢາເວຜູ້ມີອໍານາດຍິ່ງໃຫຍ່ປະກາດວ່າ, ‘ເຮົາຈະສົ່ງຄຳສາບແຊ່ງນີ້ອອກໄປ, ແລະ ມັນຈະເຂົ້າໄປໃນບ້ານຂອງຄົນຂີ້ລັກ ແລະ ຄົນທີ່ສາບານປອມໃນນາມຂອງເຮົາ. ຄຳສາບແຊ່ງນີ້ຈະຢູ່ເໜືອບ້ານຂອງຄົນເຫລົ່ານັ້ນ ແລະ ທຳລາຍບ້ານນັ້ນລົງທັງໄມ້ ແລະ ຫີນ’ ”.
ແມ່ຍິງໃນກະຕ່າ
5ຈາກນັ້ນເທວະດາທີ່ສົນທະນາກັບຂ້າພະເຈົ້ານັ້ນອອກມາທາງໜ້າແລະເວົ້າກັບຂ້າພະເຈົ້າວ່າ, “ຈົ່ງເບິ່ງ ແລະ ສັງເກດວ່າແມ່ນຫຍັງກຳລັງຈະເກີດຂຶ້ນ”.6ຂ້າພະເຈົ້າຖາມວ່າ, “ນັ້ນແມ່ນຫຍັງ?”ເທວະດານັ້ນຕອບວ່າ, “ມັນຄືກະຕ່າ ”. ແລະ ເພິ່ນກ່າວຕໍ່ໄປວ່າ, “ກະຕ່ານີ້ບັນຈຸຄວາມຊົ່ວຊ້າ ຂອງປະຊາຊົນທົ່ວທັງແຜ່ນດິນ”.7ແລ້ວຝາອັດກະຕ່າທີ່ເຮັດດ້ວຍຕະກົ່ວກໍຖືກຍົກຂຶ້ນ, ແລະ ໃນຖັງນັ້ນມີແມ່ຍິງຄົນໜຶ່ງນັ່ງຢູ່!8ເທວະດານັ້ນກ່າວວ່າ, “ນີ້ຄືຄວາມຊົ່ວຮ້າຍ” ແລ້ວກໍຍູ້ຍິງນັ້ນລົງໄປໃນກະຕ່າຄືເກົ່າ ແລະ ດັນຝາກົ່ວປິດປາກກະຕ່າ.9ຈາກນັ້ນຂ້າພະເຈົ້າເງີຍໜ້າຂຶ້ນ ແລະ ເຫັນແມ່ຍິງສອງຄົນ, ມີປີກຢູ່ແຂນຂອງພວກເຂົາ! ພວກເຂົາມີປິກຄືນົກຍາງ, ແລະ ພວກເຂົາຍົກກະຕ່ານັ້ນບິນຂຶ້ນໄປໃນອາກາດ.10ຂ້າພະເຈົ້າຖາມເທວະດາທີ່ສົນທະນາກັບຂ້າພະເຈົ້າວ່າ “ຍິງທັງສອງຈະເອົາກະຕ່າໄປໃສ?”11ເທວະດາຕອບວ່າ, “ໄປຍັງດິນແດນບາບີໂລນ ເພື່ອສ້າງບ້ານຫລັງໜຶ່ງໃຫ້ມັນ. ເມື່ອສ້າງສຳເລັດແລ້ວ, ກະຕ່າກໍຈະຖືກເກັບໄວ້ໃນບ່ອນຂອງມັນ”.
Biblica, Inc.