ເຊກາຣີຢາ4
ຄັນປະທີບຄຳ ແລະ ຕົ້ນໝາກກອກສອງຕົ້ນ
1ແລ້ວເທວະດາທີ່ສົນທະນາກັບຂ້າພະເຈົ້າກັບມາປຸກຂ້າພະເຈົ້າ, ດັ່ງປຸກໃຫ້ຕື່ນຈາກຫລັບ.2ເທວະດານັ້ນຖາມຂ້າພະເຈົ້າວ່າ, “ເຈົ້າເຫັນຫຍັງ?”ຂ້າພະເຈົ້າຕອບວ່າ, “ຂ້ານ້ອຍເຫັນຄັນປະທີບຄຳ ມີຊາມນ້ຳມັນຢູ່ເທິງ ແລະ ມີຕະກຽງເຈັດດວງ, ໂດຍມີທໍ່ຕະກຽງເຈັດທໍ່ສົ່ງນ້ຳມັນໄປຈຸດຕະກຽງ.3ມີຕົ້ນໝາກກອກສອງຕົ້ນຢູ່ໃກ້ຄັນປະທີບນັ້ນ, ຕົ້ນໜຶ່ງຢູ່ທາງຂວາມືຂອງຊາມນ້ຳມັນ ແລະ ອີກຕົ້ນຢູ່ທາງຊ້າຍ”.4ຂ້າພະເຈົ້າຖາມເທວະດາທີ່ສົນທະນາກັບຂ້າພະເຈົ້າວ່າ, “ພຣະອົງເຈົ້າ, ສິ່ງເຫລົ່ານີ້ແມ່ນຫຍັງ?”5ເທວະດານັ້ນຕອບວ່າ, “ເຈົ້າບໍ່ຮູ້ ບໍ ວ່າສິ່ງເຫລົ່ານີ້ແມ່ນຫຍັງ?”
ຂ້າພະເຈົ້າຕອບວ່າ, “ພຣະອົງເຈົ້າຂ້າ, ຂ້າພະເຈົ້າບໍ່ຮູ້”.6ເທວະດານັ້ນຈຶ່ງກ່າວວ່າ, “ນີ້ແມ່ນຖ້ອຍຄໍາຂອງພຣະເຈົ້າຢາເວເຈົ້າກ່າວແກ່ເຊຣຸບບາເບນ: ‘ບໍ່ແມ່ນດ້ວຍກຳລັງ ບໍ່ແມ່ນດ້ວຍຣິດອຳນາດ, ແຕ່ໂດຍພຣະວິນຍານຂອງເຮົາ,’ ພຣະເຈົ້າຢາເວຜູ້ມີອຳນາດຍິ່ງໃຫຍ່ຍິ່ງໃຫຍ່ກ່າວດັ່ງນັ້ນ.7“ພູເຂົາທີ່ຍິ່ງໃຫຍ່ເອີຍ, ເຈົ້າມີອັນໃດດີ ? ຕໍ່ໜ້າເຊຣຸບບາເບນເຈົ້າຈະຮາບພຽງຄືພື້ນດິນ. ແລ້ວເພິ່ນຈະນຳສີລາມູມເອກມາສະຖາປະນາໃນວິຫານທ່າມກາງສຽງໂຫ່ຮ້ອງວ່າ ‘ຂໍພຣະເຈົ້າອວຍພອນວິຫານ! ຂໍພຣະເຈົ້າອວຍພອນວິຫານ!’ ”8ແລ້ວມີຖ້ອຍຄໍາຂອງພຣະເຈົ້າຢາເວມາເຖິງຂ້າພະເຈົ້າວ່າ:9“ເຊຣຸບບາເບນໄດ້ລົງມືວາງຖານຮາກຂອງວິຫານແຫ່ງນີ້; ມືຂອງເພິ່ນຈະສ້າງຈົນສຳເລັດ. ແລ້ວເຈົ້າຈະຮູ້ວ່າພຣະເຈົ້າຢາເວຜູ້ມີອຳນາດຍິ່ງໃຫຍ່ຍິ່ງໃຫຍ່ໄດ້ສົ່ງເຮົາມາຫາພວກເຈົ້າ.10“ຜູ້ໃດບັງອາດດູໝິ່ນສິ່ງນ້ອຍໆທີ່ເກີດຂຶ້ນໃນວັນນີ້, ເພາະຕາທັງເຈັດຂອງພຣະເຈົ້າຢາເວທີ່ເບິ່ງໄປທົ່ວໂລກຈະຊື່ນຊົມຍິນດີເມື່ອເຫັນສີລາມູມເອກທີ່ຄັດສັນ ຢູ່ໃນມືເຊຣຸບບາເບນ? ”11ແລ້ວຂ້າພະເຈົ້າຈຶ່ງຖາມເທວະດາອົງນັ້ນວ່າ, “ຕົ້ນໝາກກອກເທດທັງສອງຕົ້ນທີ່ຢູ່ດ້ານຊ້າຍ ແລະ ຂວາຂອງຄັນປະທີບໝາຍເຖິງຫຍັງ?”12ແລະ ຂ້າພະເຈົ້າຖາມອີກວ່າ, “ກິ່ງໝາກກອກທັງສອງກິ່ງທີ່ຢູ່ຂ້າງໆທໍ່ຄຳທັງສອງທີ່ສົ່ງນ້ຳມັນສີຄໍາໄປຍັງຕະກຽງໝາຍເຖິງຫຍັງ?”13ເທວະດານັ້ນຕອບວ່າ, “ເຈົ້າບໍ່ຮູ້ຄວາມຫມາຍຂອງສິ່ງເຫລົ່ານີ້ບໍ?”
ຂ້າພະເຈົ້າຕອບວ່າ, “ພຣະອົງເຈົ້າຂ້າ, ຂ້າພະເຈົ້າບໍ່ຮູ້”.14ດັ່ງນັ້ນເພິ່ນຈຶ່ງກ່າວວ່າ, “ສິ່ງເຫລົ່ານີ້ໝາຍເຖິງບຸກຄົນທັງສອງທີ່ໄດ້ຮັບການເຈີມຕັ້ງໃຫ້ ເຮັດໜ້າທີ່ຮັບໃຊ້ອົງພຣະຜູ້ເປັນເຈົ້າໃນໂລກນີ້”.
Biblica, Inc.