ເຊກາຣີຢາ6
ລົດຮົບສີ່ຄັນ
1ຂ້າພະເຈົ້າເງີຍໜ້າຂື້ນ, ແລະ ຕໍ່ໜ້າຂອງຂ້າພຣະເຈົ້າແມ່ນລົດມ້າສີ່ຄັນກໍາລັງແລ່ນອອກມາຈາກລະຫວ່າງກາງພູທອງສຳລິດສອງໜ່ວຍ.2ລົດມ້າຄັນທຳອິດທຽມມ້າແດງ, ຄັນທີສອງທຽມມ້າດຳ,3ຄັນທີສາມທຽມມ້າຂາວ ແລະ ຄັນທີສີ່ທຽມມ້າດ່າງ ມ້າທັງສີ່ມີອໍານາດຫລາຍ.4ຂ້າພະເຈົ້າຖາມເທວະດາທີ່ສົນທະນາກັບຂ້າພະເຈົ້າວ່າ, “ພຣະອົງເຈົ້າ, ສິ່ງເຫລົ່ານີ້ແມ່ນຫຍັງ?”5ເທວະດານັ້ນຕອບວ່າ, “ສິ່ງເຫລົ່ານີ້ຄືວິນຍານ ທັງສີ່ແຫ່ງຟ້າສະຫວັນ, ເຊິ່ງອອກມາຈາກພະພັກຂອງອົງພຣະຜູ້ເປັນເຈົ້າແຫ່ງໂລກນີ້.6ຄັນທີ່ທຽມມ້າດຳຈະໄປຍັງດິນແດນພາກເໜືອ, ຄັນທີ່ທຽມມ້າຂາວໄປທາງຕາເວັນຕົກ, ແລະຄັນທີ່ທຽມມ້າດ່າງໄປທາງໃຕ້”.7ເມື່ອມ້າທີ່ມີຣິດອໍານາດເຫລົ່ານັ້ນອອກມາ, ພວກມັນກະຕືລືລົ້ນຢາກຈະໄປທົ່ວໂລກ. ແລະ ເທວະດາກ່າວວ່າ, “ຈົ່ງໄປທົ່ວໂລກ!” ແລ້ວພວກມັນກໍອອກໄປທົ່ວໂລກ.8ແລ້ວເທວະດານັ້ນຮ້ອງບອກຂ້າພະເຈົ້າວ່າ, “ຈົ່ງເບິ່ງ, ພວກທີ່ໄປຍັງດິນແດນພາກເໜືອນັ້ນເຮັດໃຫ້ພະວິນຍານຂອງເຮົາ ສະຫງົບນິ້ງໃນດິນແດນພາກເໜືອ”.ມົງກຸດສຳລັບໂຢຊວຍ
9ຖ້ອຍຄໍາຂອງພຣະເຈົ້າຢາເວມາເຖິງຂ້າພະເຈົ້າວ່າ,10“ຈົ່ງຮັບເງິນ ແລະ ຄຳຈາກເຮນດາອີ, ໂຕບີຢາ ແລະ ເຢດາອີຢາຊະເລີຍຈາກບາບີໂລນທີ່ຫາກໍ່ມາເຖິງນັ້ນ. ຈົ່ງໄປຍັງເຮືອນຂອງໂຢຊີຢາລູກຊາຍຂອງເຊຟານີຢາໃນມື້ນີ້.11ຈົ່ງເອົາເງິນ ແລະ ຄຳນັ້ນໄປເຮັດມົງກຸດ ແລະ ໃສ່ໃຫ້ມະຫາປະໂລຫິດໂຢຊວຍລູກຊາຍຂອງເຢໂຮຊາດັກ.12ຈົ່ງບອກລາວວ່ານີ້ແມ່ນສິ່ງທີ່ພຣະເຈົ້າຢາເວຜູ້ມີອຳນາດຍິ່ງໃຫຍ່ອໍານາດກ່າວວ່າ: ‘ນີ້ຄືຜູ້ທີ່ໄດ້ຊື່ວ່າ “ກິ່ງ”, ແລະ ລາວຈະແຕກກິ່ງກ້ານສາຂາຈາກບ່ອນຂອງມັນ ແລະ ສ້າງວິຫານຂອງພຣະເຈົ້າຢາເວ.13ລາວຄືຜູ້ທີ່ຈະສ້າງວິຫານຂອງພຣະເຈົ້າຢາເວ, ແລະ ລາວຈະນຸ່ງເຄື່ອງຂອງກະສັດ ແລະ ຈະນັ່ງເທິງບັນລັງ ແລະ ນັ່ງເທິງບັນລັງເຮັດໜ້າທີ່ປົກຄອງ ແລະ ລາວຈະເປັນທັງກະສັດ ແລະ ປະໂລຫິດຢ່າງສັນຕິ’.14ໃຫ້ເກັບມົງກຸດນັ້ນໄວ້ໃນວິຫານຂອງພຣະເຈົ້າຢາເວ ເພື່ອເປັນການລະນຶກເຖິງເຮນດາອີ, ໂຕບີຢາ, ເຢດາອີຢາ ແລະ ເຮັນ ລູກຊາຍຂອງເຊຟານີຢາ.15ບັນດາຜູ້ທີ່ຢູ່ໄກຈະມາຊ່ວຍສ້າງວິຫານຂອງພຣະເຈົ້າຢາເວ ແລະ ພວກເຈົ້າຈະຮູ້ວ່າພຣະເຈົ້າຢາເວຜູ້ມີອຳນາດຍິ່ງໃຫຍ່ໄດ້ໃຊ້ເຮົາມາຫາພວກເຈົ້າ. ສິ່ງນີ້ຈະເກີດຂຶ້ນຖ້າພວກເຈົ້າມຸ່ງໝັ້ນເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ”.Biblica, Inc.