ເຊກາຣີຢາ11
1ເລບານອນ, ຈົ່ງເປີດປະຕູທັງຫລາຍຂອງເຈົ້າ,ເພື່ອໄຟຈະໄດ້ເຜົາໄໝ້ຕົ້ນສົນສີດາຂອງເຈົ້າ!2ຕົ້ນສົນ, ຈົ່ງຮ້ອງໄຫ້ ເພາະຕົ້ນສົນສີດາໄດ້ລົ້ມລົງແລ້ວ!ຕົ້ນໄມ້ງາມສະຫງ່ານັ້ນຈິບຫາຍເສຍແລ້ວ!ຕົ້ນໂອກແຫ່ງບາຊານ ຈົ່ງຮ້ອງໄຫ້;ເພາະປ່າໄມ້ດົກໜາຖືກຕັດແລ້ວ!3ຈົ່ງຟັງສຽງຮ້ອງໄຫ້ຂອງບັນດາຄົນລ້ຽງແກະ;ທົ່ງຫຍ້າອັນອຸດົມສົມບູນຂອງພວກເຂົາຖືກທຳລາຍໄປ!ຈົ່ງຟັງສຽງຄຳລາມຂອງພວກສິງ;ປ່າອັນຂຽວອຸ່ມທຸມຂອງຈໍແດນຖືກທຳລາຍແລ້ວ!
ຝູງສັດກຽດຊັງຂ້າພະເຈົ້າ ແລະ ຂ້າພະເຈົ້າກໍເບື່ອພວກມັນ.9ຂ້າພະເຈົ້າຈຶ່ງກ່າວວ່າ, “ເຮົາຈະບໍ່ເປັນຄົນລ້ຽງຂອງພວກເຈົ້າອີກແລ້ວ. ຜູ້ໃດຈະຕາຍກໍໃຫ້ຕາຍໄປ, ຜູ້ໃດຈະພິນາດຈິບຫາຍກໍໃຫ້ພິນາດຈິບຫາຍໄປ. ທີ່ເຫລືອກໍໃຫ້ກິນເລືອດເນື້ອກັນເອງ”.10ແລ້ວຂ້າພະເຈົ້າເອົາໄມ້ຄ້ອນເທົ້າທີ່ຊື່ວ່າ “ພຣະຄຸນ” ມາຫັກເສຍ, ເປັນການຍົກເລີກພັນທະສັນຍາທີ່ຂ້າພະເຈົ້າເຮັດໄວ້ກັບປະຊາຊາດທັງໝົດ.11ເປັນອັນຍົກເລີກສັນຍາໃນວັນນັ້ນ, ແລ້ວຜູ້ຕົກທຸກໄດ້ຍາກໃນຝູງແກະເຊິ່ງເບິ່ງຂ້າພະເຈົ້າຢູ່ ກໍຮູ້ວ່າເປັນຖ້ອຍຄໍາຂອງພຣະເຈົ້າຢາເວ.12ຂ້າພະເຈົ້າກ່າວກັບພວກເຂົາວ່າ, “ຖ້າທ່ານເຫັນສົມຄວນ, ກໍຈົ່ງຈ່າຍຄ່າຈ້າງໃຫ້ເຮົາ; ຖ້າບໍ່ເຫັນດີ, ກໍເກັບຄ່າຈ້າງນັ້ນໄວ້”. ສະນັ້ນພວກເຂົາຈຶ່ງຈ່າຍເງິນໃຫ້ຂ້າພະເຈົ້າເປັນເງິນສາມສິບແຜ່ນ.13ແລະ ພຣະເຈົ້າຢາເວກ່າວກັບຂ້າພະເຈົ້າວ່າ, “ຈົ່ງຖິ້ມເງິນນີ້ໃຫ້ແກ່ຊ່າງປັ້ນໝໍ້. ຄືເງິນຄ່າຈ້າງຢ່າງງາມທີ່ພວກເຂົາຈ່າຍໃຫ້” ຂ້າພະເຈົ້າກໍນຳເງິນສາມສິບແຜ່ນນັ້ນຖິ້ມເຂົ້າໄປໃນວິຫານຂອງພຣະເຈົ້າຢາເວສຳລັບຊ່າງປັ້ນໝໍ້.14ແລ້ວຂ້າພະເຈົ້າຫັກໄມ້ຄ້ອນເທົ້າອັນທີສອງທີ່ມີຊື່ວ່າ “ສາມັກຄີ,” ເພື່ອສະແດງວ່າຢູດາກັບອິດສະຣາເອນເລີກເປັນພີ່ນ້ອງກັນແລ້ວ.15ຈາກນັ້ນພຣະເຈົ້າຢາເວກ່າວກັບຂ້າພະເຈົ້າວ່າດ “ຈົ່ງຈັບເຄື່ອງໃຊ້ຂອງຄົນລ້ຽງແກະໂງ່ຂຶ້ນມາອີກ.16ເພາະເຮົາກຳລັງຈະຕັ້ງຄົນລ້ຽງແກະຂຶ້ນມາຄົນໜຶ່ງສຳລັບດິນແດນນີ້ ເຊິ່ງຈະບໍ່ເອົາໃຈໃສ່ແກະທີ່ຫລົງຫາຍ, ບໍ່ເບິ່ງແຍງລູກແກະ, ບໍ່ປິ່ນປົວຍຽວຢາໂຕທີ່ບາດເຈັບ, ຫລື ລ້ຽງດູໂຕທີ່ແຂງແຮງ ແຕ່ຈະກິນຊີ້ນແກະໂຕທີ່ອ້ວນພີ, ຈີກກີບຕີນຂອງມັນອອກ.17“ວິບັດແກ່ຄົນລ້ຽງແກະທີ່ໄຮ້ຄ່າ,ຜູ້ທີ່ປະຖິ້ມຝູງແກະ!ຂໍໃຫ້ດາບຟັນແຂນຂອງລາວ ແລະ ຕາເບື້ອງຂວາຂອງລາວ!ຂໍໃຫ້ແຂນຂອງລາວລີບໄປແລະ ໃຫ້ຕາຂວາຂອງລາວບອດສະໜິດ!”
ຄົນລ້ຽງແກະສອງຄົນ
4ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍກ່າວວ່າ: “ຈົ່ງລ້ຽງຝູງແກະທີ່ຈະຕ້ອງຖືກຂ້າ.5ຜູ້ຊື້ຂ້າແກະເຫລົ່ານັ້ນ ແລະ ບໍ່ຖືກລົງໂທດແຕ່ຢ່າງໃດ. ບັນດາຄົນຂາຍກໍເວົ້າວ່າ, ‘ສັນລະເສີນພຣະເຈົ້າຢາເວ, ເຮົາລວຍແລ້ວ!’ ຄົນລ້ຽງແກະເອງຂາຍມັນໄປໂດຍບໍ່ປານີຝູງແກະເລີຍ.6ເພາະເຮົາຈະບໍ່ສົງສານປະຊາຊົນໃນແຜ່ນດິນນີ້ອີກ,” ພຣະເຈົ້າຢາເວປະກາດດັ່ງນີ້. “ເຮົາຈະມອບທຸກຄົນໄວ້ໃນມືເພື່ອນບ້ານ ແລະ ກະສັດຂອງພວກເຂົາ. ເຊິ່ງຈະຂົ່ມເຫັງບຽດບຽນແຜ່ນດິນນີ້, ແລະ ເຮົາຈະບໍ່ຊ່ວຍພວກເຂົາຈາກມືຂອງຄົນເຫລົ່ານັ້ນ”.7ດັ່ງນັ້ນຂ້າພະເຈົ້າຈຶ່ງລ້ຽງແກະທີ່ຖືກໝາຍໄວ້ວ່າຈະຕ້ອງຖືກຂ້າ, ໂດຍສະເພາະໂຕທີ່ຖືກຂົ່ມເຫັງ ແລ້ວຂ້າພະເຈົ້າເອົາໄມ້ຄ້ອນເທົ້າຄົນລ້ຽງແກະມາສອງອັນ ແລະ ຕັ້ງຊື່ວ່າ “ພຣະຄຸນ” ແລະ ອີກອັນໜຶ່ງຕັ້ງຊື່ວ່າ “ສາມັກຄີ” ແລ້ວຂ້າພະເຈົ້າກໍລ້ຽງດູຝູງແກະ.8ພາຍໃນເດືອນດຽວຂ້າພະເຈົ້າໄດ້ກຳຈັດຄົນລ້ຽງແກະສາມຄົນອອກໄປ.ຝູງສັດກຽດຊັງຂ້າພະເຈົ້າ ແລະ ຂ້າພະເຈົ້າກໍເບື່ອພວກມັນ.9ຂ້າພະເຈົ້າຈຶ່ງກ່າວວ່າ, “ເຮົາຈະບໍ່ເປັນຄົນລ້ຽງຂອງພວກເຈົ້າອີກແລ້ວ. ຜູ້ໃດຈະຕາຍກໍໃຫ້ຕາຍໄປ, ຜູ້ໃດຈະພິນາດຈິບຫາຍກໍໃຫ້ພິນາດຈິບຫາຍໄປ. ທີ່ເຫລືອກໍໃຫ້ກິນເລືອດເນື້ອກັນເອງ”.10ແລ້ວຂ້າພະເຈົ້າເອົາໄມ້ຄ້ອນເທົ້າທີ່ຊື່ວ່າ “ພຣະຄຸນ” ມາຫັກເສຍ, ເປັນການຍົກເລີກພັນທະສັນຍາທີ່ຂ້າພະເຈົ້າເຮັດໄວ້ກັບປະຊາຊາດທັງໝົດ.11ເປັນອັນຍົກເລີກສັນຍາໃນວັນນັ້ນ, ແລ້ວຜູ້ຕົກທຸກໄດ້ຍາກໃນຝູງແກະເຊິ່ງເບິ່ງຂ້າພະເຈົ້າຢູ່ ກໍຮູ້ວ່າເປັນຖ້ອຍຄໍາຂອງພຣະເຈົ້າຢາເວ.12ຂ້າພະເຈົ້າກ່າວກັບພວກເຂົາວ່າ, “ຖ້າທ່ານເຫັນສົມຄວນ, ກໍຈົ່ງຈ່າຍຄ່າຈ້າງໃຫ້ເຮົາ; ຖ້າບໍ່ເຫັນດີ, ກໍເກັບຄ່າຈ້າງນັ້ນໄວ້”. ສະນັ້ນພວກເຂົາຈຶ່ງຈ່າຍເງິນໃຫ້ຂ້າພະເຈົ້າເປັນເງິນສາມສິບແຜ່ນ.13ແລະ ພຣະເຈົ້າຢາເວກ່າວກັບຂ້າພະເຈົ້າວ່າ, “ຈົ່ງຖິ້ມເງິນນີ້ໃຫ້ແກ່ຊ່າງປັ້ນໝໍ້. ຄືເງິນຄ່າຈ້າງຢ່າງງາມທີ່ພວກເຂົາຈ່າຍໃຫ້” ຂ້າພະເຈົ້າກໍນຳເງິນສາມສິບແຜ່ນນັ້ນຖິ້ມເຂົ້າໄປໃນວິຫານຂອງພຣະເຈົ້າຢາເວສຳລັບຊ່າງປັ້ນໝໍ້.14ແລ້ວຂ້າພະເຈົ້າຫັກໄມ້ຄ້ອນເທົ້າອັນທີສອງທີ່ມີຊື່ວ່າ “ສາມັກຄີ,” ເພື່ອສະແດງວ່າຢູດາກັບອິດສະຣາເອນເລີກເປັນພີ່ນ້ອງກັນແລ້ວ.15ຈາກນັ້ນພຣະເຈົ້າຢາເວກ່າວກັບຂ້າພະເຈົ້າວ່າດ “ຈົ່ງຈັບເຄື່ອງໃຊ້ຂອງຄົນລ້ຽງແກະໂງ່ຂຶ້ນມາອີກ.16ເພາະເຮົາກຳລັງຈະຕັ້ງຄົນລ້ຽງແກະຂຶ້ນມາຄົນໜຶ່ງສຳລັບດິນແດນນີ້ ເຊິ່ງຈະບໍ່ເອົາໃຈໃສ່ແກະທີ່ຫລົງຫາຍ, ບໍ່ເບິ່ງແຍງລູກແກະ, ບໍ່ປິ່ນປົວຍຽວຢາໂຕທີ່ບາດເຈັບ, ຫລື ລ້ຽງດູໂຕທີ່ແຂງແຮງ ແຕ່ຈະກິນຊີ້ນແກະໂຕທີ່ອ້ວນພີ, ຈີກກີບຕີນຂອງມັນອອກ.17“ວິບັດແກ່ຄົນລ້ຽງແກະທີ່ໄຮ້ຄ່າ,ຜູ້ທີ່ປະຖິ້ມຝູງແກະ!ຂໍໃຫ້ດາບຟັນແຂນຂອງລາວ ແລະ ຕາເບື້ອງຂວາຂອງລາວ!ຂໍໃຫ້ແຂນຂອງລາວລີບໄປແລະ ໃຫ້ຕາຂວາຂອງລາວບອດສະໜິດ!”
Biblica, Inc.