ຕີໂຕ3
ໄດ້ພົ້ນເພື່ອເຮັດຄວາມດີ
1ຈົ່ງເຕືອນສະຕິຄົນທັງຫລາຍໃຫ້ຢູ່ໃນບັງຄັບຂອງຜູ້ປົກຄອງ ແລະ ຜູ້ມີອຳນາດ, ໃຫ້ເຊື່ອຟັງ ແລະ ພ້ອມທີ່ຈະເຮັດສິ່ງທີ່ດີ,2ບໍ່ໃສ່ຮ້າຍປ້າຍສີຜູ້ໃດ, ມັກຄວາມສະຫງົບ, ເຫັນໃຈຄົນອື່ນ ແລະ ສຸພາບອ່ອນໂຍນຕໍ່ທຸກຄົນ.3ຄັ້ງໜຶ່ງພວກເຮົາເອງກໍເປັນຄົນໂງ່ຈ້າ, ບໍ່ເຊື່ອຟັງ, ຫລອກລວງ ແລະ ຕົກເປັນຂ້າທາດຂອງກິເລດຕັນຫາ ແລະ ຄວາມສະໜຸກສະໜານທຸກຊະນິດ. ພວກເຮົາເຄີຍໃຊ້ຊີວິດໃນຄວາມຊົ່ວຮ້າຍ ແລະ ອິດສາ, ຖືກກຽດຊັງ ແລະ ກຽດຊັງເຊິ່ງກັນແລະກັນ.4ແຕ່ເມື່ອຄວາມເມດຕາ ແລະ ຄວາມຮັກຂອງພຣະເຈົ້າອົງພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາໄດ້ມາປາກົດ,5ພຣະອົງໄດ້ຊ່ວຍພວກເຮົາໃຫ້ລອດພົ້ນ, ບໍ່ແມ່ນເພາະຄວາມຊອບທຳທີ່ພວກເຮົາໄດ້ເຮັດ ແຕ່ເພາະຄວາມເມດຕາຂອງພຣະອົງ. ພຣະອົງໄດ້ຊ່ວຍພວກເຮົາໃຫ້ພົ້ນຜ່ານທາງການຊຳລະແຫ່ງການບັງເກີດໃໝ່ ແລະ ການສ້າງຂຶ້ນໃໝ່ໂດຍພຣະວິນຍານບໍລິສຸດເຈົ້າ6ພຣະເຈົ້າໄດ້ຖອກເທພຣະວິນຍານບໍລິສຸດເຈົ້ານີ້ລົງມາເທິງພວກເຮົາຢ່າງລົ້ນເຫລືອຜ່ານທາງພຣະເຢຊູຄຣິດເຈົ້າອົງພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາ,7ເພື່ອວ່າ ເມື່ອພວກເຮົາຖືກນັບເປັນຜູ້ຊອບທຳດ້ວຍພຣະຄຸນຂອງພຣະອົງແລ້ວ ພວກເຮົາກໍຈະກາຍເປັນຜູ້ຮັບມໍລະດົກ ມີຄວາມຫວັງໃນຊີວິດນິລັນດອນ.8ນີ້ເປັນຄຳເວົ້າທີ່ໜ້າເຊື່ອຖື ແລະ ເຮົາຢາກໃຫ້ເຈົ້າເນັ້ນໃສ່ເລື່ອງເຫລົ່ານີ້ ເພື່ອວ່າບັນດາຜູ້ທີ່ໄວ້ໃຈໃນພຣະເຈົ້າຈະໄດ້ເອົາໃຈໃສ່ໃນການອຸທິດຕົນເຮັດສິ່ງທີ່ດີ. ສິ່ງເຫລົ່ານີ້ເປັນສິ່ງດີເລີດ ແລະ ເປັນປະໂຫຍດແກ່ທຸກຄົນ.9ແຕ່ຈົ່ງຫລີກເວັ້ນຈາກຄວາມຂັດແຍ້ງອັນໂງ່ຈ້າ, ເລື່ອງລຳດັບວົງຕະກູນ, ການຜິດຖຽງກັນ ແລະ ການຕໍ່ສູ້ກັນກ່ຽວກັບເລື່ອງກົດບັນຍັດ ເພາະສິ່ງເຫລົ່ານີ້ລ້ວນແຕ່ບໍ່ມີປະໂຫຍດ ແລະ ໃຊ້ການບໍ່ໄດ້.10ຈົ່ງຕັກເຕືອນຄົນທີ່ກໍ່ໃຫ້ເກີດຄວາມແຕກແຍກເທື່ອທີໜຶ່ງກ່ອນ ແລ້ວຈຶ່ງຕັກເຕືອນອີກເປັນເທື່ອທີສອງ. ຫລັງຈາກນັ້ນ ກໍຢ່າກ່ຽວຂ້ອງກັບພວກເຂົາ.11ເຈົ້າແນ່ໃຈໄດ້ວ່າຄົນແບບນີ້ເປັນຄົນບິດເບືອນ ແລະ ບາບຫລາຍ; ການກະທຳຂອງພວກເຂົາຈະພິພາກສາໂຕພວກເຂົາເອງ.ຄຳແນະນໍາສຸດທ້າຍ
12ເມື່ອເຮົາໃຊ້ອາເຕມາ ຫລື ຕີຂີໂກໄປຫາເຈົ້າ ຂໍໃຫ້ເຈົ້າພະຍາຍາມຟ້າວມາຫາເຮົາທີ່ເມືອງນິໂກໂປລີໃຫ້ໄດ້ ເພາະເຮົາໄດ້ຕັດສິນໃຈແລ້ວວ່າຈະພັກຢູ່ທີ່ນັ້ນຈົນໝົດລະດູໜາວ.13ຂໍໃຫ້ເຈົ້າພະຍາຍາມຊ່ວຍເຫລືອການເດີນທາງຂອງເຊນັດ ຜູ້ເປັນທະນາຍຄວາມກັບອາໂປໂລ ແລະ ເບິ່ງແຍງພວກເພິ່ນບໍ່ໃຫ້ຂາດເຂີນສິ່ງໃດ.14ຄົນຂອງພວກເຮົາຕ້ອງຮຽນຮູ້ທີ່ຈະອຸທິດຕົນເຮັດສິ່ງທີ່ດີ ເພື່ອພວກເຂົາຈະໄດ້ຈັດຫາສິ່ງທີ່ຈໍາເປັນໃນຊີວິດປະຈໍາວັນໃຫ້ຜູ້ອື່ນ ແລະ ເພື່ອຈະບໍ່ດຳເນີນຊີວິດຢ່າງໄຮ້ປະໂຫຍດ.15ທຸກຄົນທີ່ຢູ່ກັບເຮົາກໍຝາກຄວາມຄິດເຖິງມາຍັງເຈົ້າ.ເຮົາຂໍຝາກຄວາມຄິດເຖິງມາຍັງບັນດາຄົນທີ່ຮັກພວກເຮົາໃນຄວາມເຊື່ອນັ້ນ.
ຂໍໃຫ້ພຣະຄຸນຈົ່ງສະຖິດຢູ່ກັບພວກເຈົ້າທຸກຄົນ.
Biblica, Inc.