ຕີໂຕ2
ເຮັດຄວາມດີເພື່ອເຫັນແກ່ຂ່າວປະເສີດ
1ເຖິງຢ່າງໃດກໍຕາມ ເຈົ້າຈະຕ້ອງສອນສິ່ງທີ່ສອດຄ່ອງກັບຄຳສອນອັນມີຫລັກ.2ຈົ່ງສອນພວກຜູ້ຊາຍອາວຸໂສໃຫ້ເປັນຜູ້ຮູ້ຈັກຄວບຄຸມອາລົມ, ເປັນຄົນໜ້ານັບຖື, ເປັນຄົນຮູ້ຈັກຄວບຄຸມຕົນເອງ, ເຂັ້ມແຂງໃນຄວາມເຊື່ອ, ໃນຄວາມຮັກ ແລະ ໃນຄວາມອົດທົນ.3ໃນທຳນອງດຽວກັນ ຈົ່ງສອນພວກແມ່ຍິງອາວຸໂສໃຫ້ດຳເນີນຊີວິດດ້ວຍຄວາມຢຳເກງ, ບໍ່ເປັນຄົນໃສ່ຮ້າຍປ້າຍສີ ຫລື ເປັນຄົນຕິດເຫລົ້າ, ແຕ່ໃຫ້ສອນສິ່ງທີ່ດີ.4ແລ້ວພວກເຂົາຈະສາມາດແອບສອນບັນດາຍິງໜຸ່ມໃຫ້ຮັກຜົວ ແລະ ລູກຂອງຕົນ,5ໃຫ້ເປັນຜູ້ຄວບຄຸມຕົນເອງໄດ້ ແລະ ເປັນຜູ້ບໍລິສຸດ, ໃຫ້ເປັນຄົນເອົາໃຈໃສ່ເບິ່ງແຍງເຮືອນ, ມີເມດຕາ ແລະ ຍອມເຊື່ອຟັງຜົວຂອງຕົນ, ເພື່ອຈະບໍ່ມີຜູ້ໃດກ່າວຮ້າຍພຣະທຳຂອງພຣະເຈົ້າໄດ້.6ໃນທຳນອງດຽວກັນ, ຈົ່ງໜູນໃຈບັນດາຊາຍໜຸ່ມໃຫ້ຮູ້ຈັກຄວບຄຸມຕົນເອງ.7ເຈົ້າຈົ່ງປະພຶດຕົນໃຫ້ເປັນແບບຢ່າງໃນທຸກສິ່ງໂດຍການເຮັດສິ່ງທີ່ດີ. ໃນການສອນຂອງເຈົ້າຈົ່ງສະແດງເຖິງຄວາມສັດຊື່, ຄວາມເອົາຈິງເອົາຈັງ8ແລະ ໃຊ້ຖ້ອຍຄຳອັນມີຫລັກທີ່ບໍ່ມີຜູ້ໃດຕຳໜິໄດ້ ເພື່ອວ່າຜູ້ທີ່ຄັດຄ້ານເຈົ້ານັ້ນຈະໄດ້ຮັບຄວາມອັບອາຍ ເພາະພວກເຂົາບໍ່ມີອັນໃດທີ່ຈະເວົ້າບໍ່ດີກ່ຽວກັບພວກເຮົາໄດ້.9ຈົ່ງສັ່ງສອນພວກຂ້າທາດໃຫ້ຟັງຄວາມນາຍຂອງຕົນໃນທຸກສິ່ງ, ພະຍາຍາມເຮັດໃຫ້ນາຍພໍໃຈ, ບໍ່ໃຫ້ຖຽງຄວາມນາຍ,10ແລະ ບໍ່ໃຫ້ລັກເອົາສິ່ງໃດຂອງນາຍ ແຕ່ສະແດງໃຫ້ເຫັນວ່າພວກເຂົາເປັນຄົນທີ່ໄວ້ໃຈໄດ້ຢ່າງຄົບຖ້ວນ ເພື່ອວ່າພວກເຂົາຈະເຮັດໃຫ້ຄຳສອນເລື່ອງພຣະເຈົ້າອົງພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົານັ້ນງົດງາມໃນທຸກໆທາງ.11ເພາະພຣະຄຸນຂອງພຣະເຈົ້າທີ່ໄດ້ປາກົດນັ້ນໄດ້ໃຫ້ຄວາມພົ້ນແກ່ທຸກຄົນ12ພຣະຄຸນນີ້ສອນພວກເຮົາກ່າວປະຕິເສດຕໍ່ຄວາມອະທຳ ແລະ ຕັນຫາຝ່າຍໂລກ ແລະ ສອນພວກເຮົາໃຫ້ດຳເນີນຊີວິດໃນຍຸກນີ້ເໝືອນຄົນທີ່ຮູ້ຈັກຄວບຄຸມຕົນເອງ, ເປັນຄົນຍຸຕິທຳ ແລະ ຢູ່ໃນທາງຂອງພຣະເຈົ້າ.13ໃນຂະນະທີ່ພວກເຮົາກຳລັງຄອຍຖ້າຄວາມຫວັງອັນເຕັມໄປດ້ວຍພອນ ຄືການມາປາກົດຂອງສະຫງ່າລາສີຂອງພຣະເຈົ້າອົງຍິ່ງໃຫຍ່ ແລະ ພຣະເຢຊູຄຣິດເຈົ້າອົງພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາ,14ຜູ້ໄດ້ສະຫລະພຣະອົງເອງເພື່ອພວກເຮົາທັງຫລາຍ ເພື່ອໄຖ່ພວກເຮົາໃຫ້ພົ້ນຈາກຄວາມຊົ່ວຮ້າຍທັງໝົດ ແລະ ເພື່ອຊຳລະພວກເຮົາໃຫ້ບໍລິສຸດໄວ້ສຳລັບພຣະອົງ ເພື່ອເປັນຄົນຂອງພຣະອົງພຽງຜູ້ດຽວ ແລະ ເປັນຜູ້ກະຕືລືລົ້ນທີ່ຈະເຮັດສິ່ງດີ.15ເຫດສະນັ້ນ ເຈົ້າຄວນສອນເລື່ອງເຫລົ່ານີ້. ຈົ່ງໜູນໃຈ ແລະ ຕັກເຕືອນດ້ວຍສິດອຳນາດທັງໝົດ. ຢ່າໃຫ້ຜູ້ໃດດູຖູກເຈົ້າໄດ້.Biblica, Inc.