ຟີເລໂມນ1
1ຈົດໝາຍສະບັບນີ້ຈາກເຮົາໂປໂລ ຜູ້ເປັນນັກໂທດເພາະເຫັນແກ່ພຣະຄຣິດເຈົ້າເຢຊູ ແລະ ຕີໂມທຽວນ້ອງຊາຍຂອງພວກເຮົາ,
ເຖິງ ຟີເລໂມນເພື່ອນທີ່ຮັກ ແລະ ຜູ້ຮ່ວມງານຂອງພວກເຮົາ2ເຖິງອັບເຟຍນ້ອງສາວຂອງພວກເຮົາ ແລະ ເຖິງອາຂີໂປຜູ້ເປັນເພື່ອນທະຫານຂອງພວກເຮົາ ແລະ ເຖິງຄຣິສຕະຈັກທີ່ຢູ່ໃນເຮືອນຂອງເຈົ້າ:3ຂໍໃຫ້ພຣະຄຸນ ແລະ ສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາ ແລະ ພຣະຄຣິດເຈົ້າເຢຊູຈົ່ງມີແກ່ພວກເຈົ້າ.
ເຖິງ ຟີເລໂມນເພື່ອນທີ່ຮັກ ແລະ ຜູ້ຮ່ວມງານຂອງພວກເຮົາ2ເຖິງອັບເຟຍນ້ອງສາວຂອງພວກເຮົາ ແລະ ເຖິງອາຂີໂປຜູ້ເປັນເພື່ອນທະຫານຂອງພວກເຮົາ ແລະ ເຖິງຄຣິສຕະຈັກທີ່ຢູ່ໃນເຮືອນຂອງເຈົ້າ:3ຂໍໃຫ້ພຣະຄຸນ ແລະ ສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາ ແລະ ພຣະຄຣິດເຈົ້າເຢຊູຈົ່ງມີແກ່ພວກເຈົ້າ.
ໂມທະນາຂອບພຣະຄຸນ ແລະ ຄຳອະທິຖານ
4ເມື່ອເຮົາລະນຶກເຖິງເຈົ້າໃນຄຳອະທິຖານ ເຮົາກໍຂອບພຣະຄຸນພຣະເຈົ້າຢູ່ສະເໝີ,5ເພາະເຮົາໄດ້ຍິນກ່ຽວກັບຄວາມຮັກຂອງເຈົ້າທີ່ເຈົ້າມີຕໍ່ຄົນບໍລິສຸດຂອງພຣະເຈົ້າ ແລະ ຄວາມເຊື່ອຂອງເຈົ້າໃນພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າ.6ເຮົາອະທິຖານຂໍໃຫ້ຄວາມເຊື່ອທີ່ພວກເຮົາມີຮ່ວມກັນຈະເຮັດໃຫ້ເຈົ້າເຂົ້າໃຈຢ່າງເລິກເຊິ່ງເຖິງສິ່ງດີທຸກຢ່າງທີ່ພວກເຮົາມີໃນພຣະຄຣິດເຈົ້າ.7ນ້ອງຊາຍເອີຍ, ຄວາມຮັກຂອງເຈົ້າໄດ້ເຮັດໃຫ້ເຮົາຊື່ນຊົມຍິນດີ ແລະ ມີກຳລັງໃຈຫລາຍ ເພາະວ່າເຈົ້າໄດ້ເຮັດໃຫ້ຄົນຂອງອົງພຣະຜູ້ເປັນເຈົ້າຊື່ນໃຈ.ໂປໂລຂໍຮ້ອງເລື່ອງໂອເນຊີໂມ
8ເຫດສະນັ້ນ ເຖິງແມ່ນວ່າໃນພຣະຄຣິດເຈົ້າເຮົາອາດຈະກ້າສັ່ງໃຫ້ເຈົ້າເຮັດສິ່ງທີ່ສົມຄວນເຮັດ,9ແຕ່ຂໍຮ້ອງເຈົ້າເທິງພື້ນຖານຂອງຄວາມຮັກ ເຮົາໂປໂລຜູ້ເຖົ້າແກ່ ແລະ ບັດນີ້ຍັງເປັນນັກໂທດເພາະເຫັນແກ່ພຣະຄຣິດເຈົ້າເຢຊູດ້ວຍ.10ເຮົາຂໍຮ້ອງເຈົ້າເລື່ອງລູກຊາຍຂອງເຮົາຄືໂອເນຊີໂມ ຜູ້ທີ່ໄດ້ກາຍເປັນລູກຊາຍຂອງເຮົາໃນຂະນະທີ່ເຮົາຖືກລ່າມໂສ້ຢູ່.11ເມື່ອກ່ອນລາວບໍ່ເປັນປະໂຫຍດແກ່ເຈົ້າ, ແຕ່ດຽວນີ້ລາວເປັນປະໂຫຍດທັງແກ່ເຈົ້າ ແລະ ແກ່ເຮົາເໝືອນກັນ.12ບັດນີ້ ເຮົາໄດ້ສົ່ງລາວຜູ້ເປັນໝາກຫົວໃຈຂອງເຮົາກັບຄືນມາຫາເຈົ້າ.13ເຮົາຢາກໃຫ້ລາວຢູ່ກັບເຮົາເພື່ອວ່າລາວຈະສາມາດຊ່ວຍເຫລືອເຮົາແທນເຈົ້າໃນລະຫວ່າງທີ່ເຮົາຖືກລ່າມໂສ້ຢູ່ເພື່ອເຫັນແກ່ຂ່າວປະເສີດ.14ແຕ່ວ່າເຮົາບໍ່ຢາກເຮັດສິ່ງໃດກ່ອນໄດ້ຮັບຄວາມເຫັນຈາກເຈົ້າ, ເພື່ອວ່າຄວາມດີໃດໆທີ່ເຈົ້າໄດ້ເຮັດນັ້ນຈະບໍ່ເບິ່ງຄືວ່າຖືກບັງຄັບ ແຕ່ຈະເປັນຄວາມສະໝັກໃຈ.15ບາງທີເຫດຜົນທີ່ລາວໄດ້ຈາກເຈົ້າໄປຊົ່ວໄລຍະໜຶ່ງ ກໍເພື່ອວ່າເຈົ້າຈະໄດ້ຮັບລາວກັບຄືນມາຢ່າງຖາວອນ16ບໍ່ແມ່ນໃນຖານະຂ້າທາດອີກຕໍ່ໄປ, ແຕ່ດີກວ່າຂ້າທາດອີກ ເປັນເໝືອນນ້ອງຮັກຄົນໜຶ່ງ. ລາວເປັນທີ່ຮັກຂອງເຮົາ ແລະ ລາວຈະເປັນທີ່ຮັກຂອງເຈົ້າຫລາຍຂຶ້ນກວ່ານັ້ນອີກ, ທັງໃນຖານະທີ່ເປັນເພື່ອນມະນຸດ ແລະ ໃນຖານະທີ່ເປັນພີ່ນ້ອງກັນໃນອົງພຣະຜູ້ເປັນເຈົ້າ.17ເຫດສະນັ້ນ ຖ້າເຈົ້າຖືວ່າເຮົາເປັນເພື່ອນຮ່ວມງານຂອງເຈົ້າແລ້ວ ກໍຈົ່ງຕ້ອນຮັບລາວໄວ້ເໝືອນກັບທີ່ເຈົ້າຕ້ອນຮັບເຮົາ.18ຖ້າລາວໄດ້ເຮັດຜິດຕໍ່ເຈົ້າປະການໃດ ຫລື ເປັນໜີ້ເຈົ້າສິ່ງໃດ, ກໍໃຫ້ເຈົ້າຄິດໄລ່ເອົານໍາເຮົາ.19ເຮົາໂປໂລຂຽນຂໍ້ຄວາມນີ້ດ້ວຍມືຂອງເຮົາເອງ. ເຮົາຈະໃຊ້ແທນໃຫ້ໂດຍບໍ່ເອີ່ຍເຖິງວ່າໂຕເຈົ້າເອງກໍເປັນໜີ້ຊີວິດເຮົາ.20ນ້ອງຊາຍເອີຍ, ເຮົາປາຖະໜາວ່າເຮົາຈະໄດ້ຮັບປະໂຫຍດບາງຢ່າງຈາກເຈົ້າໃນອົງພຣະຜູ້ເປັນເຈົ້າ, ຄືເຮັດໃຫ້ເຮົາໄດ້ຊື່ນໃຈໃນພຣະຄຣິດເຈົ້າ.21ເຮົາໄດ້ຂຽນເຖິງເຈົ້າດ້ວຍຄວາມໝັ້ນໃຈວ່າເຈົ້າຈະເຊື່ອຟັງ ເພາະຮູ້ວ່າເຈົ້າຈະເຮັດຫລາຍກວ່າທີ່ເຮົາຂໍນັ້ນອີກ.22ອີກຢ່າງໜຶ່ງກໍຄື: ຂໍໃຫ້ຈັດຕຽມຫ້ອງພັກໄວ້ສຳລັບເຮົາ ເພາະເຮົາຫວັງວ່າຈະໄດ້ກັບມາຫາເຈົ້າອີກຕາມຄຳອະທິຖານຂອງເຈົ້າ.23ເອປາຟາ ເພື່ອນນັກໂທດຂອງເຮົາໃນພຣະຄຣິດເຈົ້າເຢຊູ ກໍຝາກຄວາມຄິດເຖິງມາຍັງເຈົ້າ.24ເຊັ່ນດຽວກັນກັບມາຣະໂກ, ອາຣິດຕາໂຂ, ເດມາ ແລະ ລູກາເພື່ອນຮ່ວມງານຂອງເຮົາ ກໍຝາກຄວາມຄິດເຖິງມາຍັງເຈົ້າເໝືອນກັນ.25ຂໍໃຫ້ພຣະຄຸນຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າ ຈົ່ງສະຖິດຢູ່ກັບຈິດວິນຍານຂອງເຈົ້າ.Biblica, Inc.