ຍອດເພງ8
1ຖ້າເຈົ້າເປັນພຽງແຕ່ອ້າຍຂອງຂ້ອຍ,ທີ່ດູດນ້ຳນົມຈາກນົມຂອງແມ່ຂອງຂ້ອຍ!ຂ້ອຍກໍຈະຈູບເຈົ້າໄດ້ເມື່ອຂ້ອຍພົບເຈົ້າຢູ່ທາງນອກ,ແລະ ຈະບໍ່ມີຜູ້ໃດດູຖູກຂ້ອຍ.2ຂ້ອຍຈະພາເຈົ້າໄປທີ່ເຮືອນຂອງແມ່ຂອງຂ້ອຍຜູ້ທີ່ໄດ້ສັ່ງສອນຂ້ອຍ.ຂ້ອຍຈະໃຫ້ເຈົ້າດື່ມເຫລົ້າອະງຸ່ນໃສ່ເຄື່ອງເທດ,ເປັນເຫລົ້າໝາກພິລາຫວານນຸ້ມນວນ.3ແຂນຊ້າຍຂອງລາວປະຄອງຫົວຂ້ອຍ,ແລະ ແຂນຂວາຂອງລາວກໍໂອບກອດຂ້ອຍໄວ້.4ບັນດາລູກສາວຊາວເຢຣູຊາເລັມ, ຂ້ອຍຂໍຢ້ຳເຈົ້າວ່າ:ຢ່າກະຕຸ້ນ ຫລື ປຸກຄວາມຮັກຈົນປ່ອຍມັນໃຫ້ເປັນໄປຕາມຄວາມປາຖະໜາ.5ແມ່ນຜູ້ໃດນໍທີ່ກໍາລັງອອກມາຈາກຖິ່ນແຫ້ງແລ້ງກັນດານກໍາລັງເອື່ອຍແນບຄົນຮັກຂອງນາງມາ?ຍິງສາວຢູ່ກ້ອງຕົ້ນແອັບເປີ້ນ;ເຊິ່ງແມ່ຂອງເຈົ້າໃຫ້ກຳເນີດເຈົ້າດ້ວຍຄວາມເຈັບປວດ,ຂ້ອຍໄດ້ປຸກຄວາມຮັກຂອງເຈົ້າຢູ່ທີ່ນັ້ນ.6ຂໍໃຫ້ຂ້ອຍເປັນດັ່ງຕາປະທັບທີ່ປະທັບຢູ່ທີ່ໃຈຂອງເຈົ້າ,ແລະ ທີ່ແຂນຂອງເຈົ້າ ເພື່ອສະແດງວ່າເຈົ້າເປັນຂອງຂ້ອຍ;ເພາະຄວາມຮັກມີອຳນາດເໝືອນຄວາມຕາຍ,ແລະ ຄວາມຫຶງຫວງ ກໍບໍ່ຍອມແພ້ເໝືອນຂຸມຝັງສົບ.ຄວາມຮັກນັ້ນກໍາລັງເຜົາໄໝ້ດັ່ງໄຟ,ປຽບເໝືອນແປວໄຟແຮງກ້າ. 7ນ້ຳຫລາຍສາຍກໍບໍ່ອາດດັບໄຟຮັກ;ແມ່ນ້ຳບໍ່ອາດພັດຄວາມຮັກອອກໄປໄດ້.ຖ້າຜູ້ໃດຈະທຸ້ມຊັບສິນຈົນໝົດໂຕເພື່ອແລກກັບຄວາມຮັກ,ຜູ້ນັ້ນກໍຈະຖືກດູຖູກຫລາຍທີ່ສຸດ.8ພວກເຮົາມີນ້ອງສາວນ້ອຍຄົນໜຶ່ງ,ແລະ ນົມຂອງນາງກໍຍັງບໍ່ທັນໃຫຍ່.ພວກເຮົາຈະເຮັດແນວໃດກັບນ້ອງສາວພວກເຮົາຂອງພວກເຮົາໃນວັນທີ່ມີຄົນມາສູ່ຂໍນາງ?9ຖ້າຫາກນາງເປັນກຳແພງ,ພວກເຮົາກໍຈະສ້າງຫໍຄອຍເງິນຢູ່ເທິງກໍາແພງນັ້ນ.ຖ້ານາງເປັນປະຕູ,ພວກເຮົາກໍຈະໃສ່ກອນນາງໄວ້ດ້ວຍໄມ້ສີດາ.10ຂ້ອຍເປັນກຳແພງ,ແລະ ນົມຂອງຂ້ອຍເໝືອນຫໍຄອຍ.ໃນສາຍຕາຂອງທີ່ຮັກຂ້ອຍເປັນເໝືອນຄົນທີ່ນຳຄວາມອິ່ມໃຈມາ.11ໂຊໂລໂມນມີສວນອະງຸ່ນແຫ່ງໜຶ່ງຢູ່ທີ່ບາອານຮາໂມນ.ເພິ່ນໄດ້ເອົາສວນອະງຸ່ນຂອງຕົນໃຫ້ຄົນເຊົ່າ.ເກັບຄ່າເຊົ່າເປັນເງິນໜັກຄົນລະ 1.000 ເຊເຂວ. 12ແຕ່ສຳລັບສວນອະງຸ່ນຂອງຂ້ອຍເອງ ກໍແລ້ວແຕ່ຂ້ອຍຈະໃຫ້ຜູ້ໃດ;ໂຊໂລໂມນ, ເງິນ 1.000 ເຊເຂວນັ້ນເປັນຂອງທ່ານ,ແລະ 200 ເຊເຂວນັ້ນເປັນຂອງບັນດາຜູ້ເບິ່ງແຍງສວນ.13ເຈົ້າຜູ້ທີ່ຢູ່ໃນສວນອ້ອມຮອບໄປດ້ວຍໝູ່ເພື່ອນ,ຂໍໃຫ້ຂ້ອຍໄດ້ຍິນສຽງຂອງເຈົ້າ!14ຈົ່ງມາ ທີ່ຮັກຂອງຂ້ອຍ,ແລະ ຂໍໃຫ້ເຈົ້າເປັນເໝືອນເຍືອງຫລື ເປັນເໝືອນກວາງໜຸ່ມເທິງພູເຂົາທີ່ເຕັມໄປດ້ວຍເຄື່ອງເທດ.
Biblica, Inc.