ເອຊາຢາ1

1ນິມິດ​ກ່ຽວກັບ​ຢູດາຍ ແລະ ເຢຣູຊາເລັມ​ທີ່​ເອຊາຢາ​ລູກຊາຍ​ຂອງ​ອາໂມດ​ເຫັນ​ໃນ​ໄລຍະ​ການ​ປົກຄອງ​ຂອງ​ອຸດຊີຢາ, ໂຢທາມ, ອາຮາດ ແລະ ເຮເຊກີຢາ, ກະສັດ​ແຫ່ງ​ຢູດາຍ.

ຊົນຊາດ​ກະບົດ

2ຟ້າ​ສະຫວັນ, ຈົ່ງ​ຟັງ! ແຜ່ນດິນ​ໂລກ! ຈົ່ງ​ຟັງ!ພຣະເຈົ້າ​ຢາເວ​ກ່າວ​ວ່າ:“ເຮົາ​ໄດ້​ລ້ຽງ​ລູກ​ຫລາຍ​ຄົນ ແລະ ລ້ຽງດູ​ຈົນ​ພວກເຂົາ​ເຕີບໃຫຍ່,ແຕ່​ພວກເຂົາ​ກັບ​ກະບົດ​ຕໍ່ສູ້​ເຮົາ.3ງົວເຖິກ​ຍັງ​ຮູ້ຈັກ​ນາຍ​ຂອງ​ມັນ,ລໍ​ຮູ້ຈັກ​ເຈົ້າຂອງ​ຮາງຫຍ້າ,ແຕ່​ອິດສະຣາເອນ​ບໍ່​ຮູ້ຈັກ,ປະຊາຊົນ​ຂອງ​ເຮົາ​ບໍ່​ເຂົ້າໃຈ”.
4ວິບັດ ເປັນ​ຂອງ​ຊົນຊາດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ບາບ,ປະຊາຊົນ​ທີ່​ມີ​ຄວາມ​ຜິດ​ອັນ​ໃຫຍ່​ຫລວງ,ເຜົ່າພັນ​ຜູ້​ເຮັດ​ຊົ່ວ,ລູກ​ຫລານ​ທີ່​ບໍ່​ຊື່ສັດ!ພວກເຂົາ​ໄດ້​ປະຖິ້ມ​ພຣະເຈົ້າ​ຢາເວ;ພວກເຂົາ​ໄດ້​ໝິ່ນປະໝາດ​ອົງ​ບໍລິສຸດ​ແຫ່ງ​ອິດສະຣາເອນແລະ ຫັນ​ຫລັງ​ຂອງ​ຕົນ​ໃຫ້​ກັບ​ພຣະອົງ.
5ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຕ້ອງ​ຖືກ​ຂ້ຽນຕີ​ອີກ?ເປັນຫຍັງ​ພວກເຈົ້າ​ຈຶ່ງ​ກະບົດ​ອີກ?ທົ່ວ​ທັງ​ຫົວ​ຂອງ​ພວກເຈົ້າ​ໄດ້​ຮັບ​ບາດເຈັບ,ຫົວໃຈ​ທັງໝົດ​ຂອງ​ພວກເຈົ້າ​ເປັນ​ທຸກ.6ຕັ້ງແຕ່​ຝ່າຕີນ​ຂອງ​ເຈົ້າ​ຈົນ​ຮອດ​ເທິງ​ຫົວ​ຂອງ​ເຈົ້າບໍ່​ມີ​ສ່ວນ​ໃດ​ປົກກະຕິມີ​ແຕ່​ບາດແຜ ແລະ ຮອຍຫຍິບແລະ ແຜ​ເປີດ​ອອກ,ທີ່​ບໍ່​ໄດ້​ລ້າງ​ບາດແຜ ຫລື ພັນ​ຜ້າຫລື ບັນເທົາ​ດ້ວຍ​ນໍ້າມັນ​ໝາກກອກ.
7ດິນແດນ​ຂອງ​ພວກເຈົ້າ​ກໍ​ຮົກຮ້າງ,ເມືອງ​ຕ່າງໆ​ຂອງ​ພວກເຈົ້າ​ກໍ​ຖືກ​ເຜົາ​ດ້ວຍ​ໄຟ;ທົ່ງຫຍ້າ​ຂອງ​ພວກເຈົ້າ​ກໍ​ກຳລັງ​ຖືກ​ຄົນຕ່າງຊາດ​ປຸ້ນ;ຖິ້ມ​ຮົກຮ້າງ​ຕໍ່​ໜ້າ​ຕໍ່​ຕາ​ພວກເຈົ້າ,ເໝືອນ​ເມື່ອ​ຖືກ​ຄົນ​ແປກໜ້າ​ທຳລາຍ.8ລູກສາວ​ແຫ່ງ​ຊີໂອນ  ​ຖືກ​ປະຖິ້ມເໝືອນ​ດັ່ງ​ບ່ອນ​ລີ້ໄພ​ໃນ​ສວນ​ອະງຸ່ນ,ເໝືອນ​ດັ່ງ​ຕູບ​ກາງ​ສວນ​ໝາກແຕງ,ເໝືອນ​ດັ່ງ​ເມືອງ​ທີ່​ຖືກ​ລ້ອມ.9ຖ້າ​ພຣະເຈົ້າ​ຢາເວ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່ບໍ່​ປະ​ພວກເຮົາ​ບາງຄົນ​ໄວ້​ໃຫ້​ມີ​ຊີວິດ,ພວກເຮົາ​ກໍ​ຄົງ​ກາຍເປັນ​ເໝືອນ​ເມືອງ​ໂຊໂດມ,ພວກເຮົາ​ກໍ​ຄົງ​ເປັນ​ເໝືອນ​ເມືອງ​ໂກໂມຣາ.
10ບັນດາ​ຜູ້ປົກຄອງ​ເມືອງ​ໂຊໂດມ,ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ;ຊາວເມືອງ​ໂກໂມຣາ​ທັງຫລາຍ!ຈົ່ງ​ຟັງ​ຄໍາແນະນໍາ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ,11ພຣະເຈົ້າ​ຢາເວ​ກ່າວ​ວ່າ.“ເຄື່ອງບູຊາ​ທັງຫລາຍ​ຂອງ​ພວກເຈົ້າ,ມີ​ຄວາມ​ໝາຍ​ຫຍັງ​ສຳລັບ​ເຮົາ?”ເຮົາ​ມີ​ເຄື່ອງເຜົາ​ບູຊາ​ຫລາຍ​ພຽງພໍ​ແລ້ວ,ແກະຜູ້ ແລະ ໄຂມັນ​ຂອງ​ສັດ​ອ້ວນພີ;ເຮົາ​ບໍ່​ໄດ້​ພໍໃຈກັບ​ເລືອດ​ແກະ ແລະ ເລືອດ​ງົວ ແລະ ແບ້​ຕ່າງໆ.12ເມື່ອ​ພວກເຈົ້າ​ເຂົ້າ​ມາ​ຢູ່​ຕໍ່ໜ້າ​ເຮົາ,ໃຜ​ຂໍ​ໃຫ້​ພວກເຈົ້າ​ເຮັດ​ສິ່ງ​ນີ້,ທີ່​ເປັນ​ການ​ໝິ່ນປະໝາດ​ວິຫານ​ຂອງ​ເຮົາ?13ຈົ່ງ​ຢຸດ​ນຳ​ເຄື່ອງບູຊາ​ທີ່​ບໍ່ມີ​ຄວາມ​ໝາຍ​ມາ​ໃຫ້​ເຮົາ!ເຮົາ​ກຽດຊັງ​ເຄື່ອງຫອມ​ຂອງ​ພວກເຈົ້າ.ເຮົາ​ທົນ​ການ​ປະຊຸມ​ອັນ​ຊົ່ວຮ້າຍ​ຂອງ​ພວກເຈົ້າ​ບໍ່​ໄດ້​ອີກ​ແລ້ວບໍ່​ວ່າ​ຈະ​ເປັນ​ການ​ປະຊຸມ​ໃນ​ເດືອນ​ອອກ​ໃໝ່, ວັນຊະບາໂຕ ແລະ ການ​ຊຸມນຸມ​ຕ່າງໆ14ໃຈ​ຂອງ​ເຮົາ​ກຽດຊັງ​ເທດສະການ​ເດືອນ​ອອກ​ໃໝ່ແລະ ການ​ສະຫລອງ​ເທດສະການ​ຕ່າງໆ​ຕາມ​ກຳນົດ​ຂອງ​ພວກເຈົ້າ.ພວກມັນ​ກາຍເປັນ​ພາລະ​ໃຫ້​ເຮົາ;ເຮົາ​ເບື່ອ​ທີ່​ຈະ​ແບກ​ພວກມັນ.15ເມື່ອ​ເຈົ້າ​ຍົກ​ມື​ອະທິຖານ,ເຮົາ​ຈະ​ເຊື່ອງ​ໜ້າ​ໜີ​ພວກເຈົ້າ;ເຖິງແມ່ນວ່າ​ເຈົ້າ​ອະທິຖານ​ຫລາຍ​ຄັ້ງ,ເຮົາ​ກໍ​ຈະ​ບໍ່​ຟັງ.ມື​ຂອງ​ພວກເຈົ້າ​ເຕັມ​ໄປ​ດ້ວຍ​ເລືອດ!
16ຈົ່ງ​ຊຳລະ​ຕົວ ແລະ ເຮັດ​ໃຫ້​ຕົນ​ເອງ​ສະອາດ. ເອົາ​ການ​ເຮັດ​ຊົ່ວ​ຂອງ​ພວກເຈົ້າອອກ​ໄປ​ຈາກ​ສາຍຕາ​ຂອງ​ເຮົາ;ຈົ່ງ​ເຊົາ​ເຮັດ​ຜິດ.17ຈົ່ງ​ຮຽນຮູ້​ທີ່​ຈະເຮັດ​ສິ່ງ​ທີ່​ຖືກຕ້ອງ; ຈົ່ງ​ສະແຫວງ​ຫາ​ຄວາມ​ຍຸຕິທຳ.ຈົ່ງ​ໃຫ້​ກຳລັງໃຈ​ຜູ້​ທີ່​ຖືກ​ກົດຂີ່​ຂົ່ມເຫັງ. ຈົ່ງ​ປົກປ້ອງ​ລູກ​ກຳພ້າ​ພໍ່;ແລະ ສູ້​ຄະດີ​ໃຫ້​ແມ່ໝ້າຍ.
18ພຣະເຈົ້າ​ຢາເວ​ກ່າວ​ວ່າ,“ຈົ່ງ​ມາ, ໃຫ້​ພວກເຮົາ​ມາ​ແກ້ໄຂ​ບັນຫາ​ນໍາ​ກັນ.ເຖິງແມ່ນວ່າ​ບາບ​ຂອງ​ພວກເຈົ້າ​ຈະ​ເປັນ​ສີ​ແດງ​ເຂັ້ມ,ພວກມັນ​ກໍ​ຈະ​ຂາວ​ສະອາດ​ເໝືອນ​ຫິມະ;ແມ່ນວ່າ​ຄວາມ​ບາບ​ເຫລົ່ານັ້ນ​ເປັນ​ສີແດງ​ເຂັ້ມ,ພວກມັນ​ກໍ​ຈະ​ຂາວ​ເໝືອນ​ຂົນແກະ.19ຖ້າ​ເຈົ້າ​ເຕັມໃຈ ແລະ ເຊື່ອຟັງ,ເຈົ້າ​ຈະ​ໄດ້​ກິນ​ຜົນດີ​ຈາກ​ຜືນແຜ່ນດິນ;20ແຕ່​ຖ້າ​ເຈົ້າ​ຍັງ​ຄົງ​ດື້ດ້ານ ແລະ ກະບົດ,ເຈົ້າ​ຈະ​ເປັນ​ເຫຍື່ອ​ຄົມ​ດາບ”.ປາກ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ໄວ້.
21ເບິ່ງ​ແມ ນະຄອນ​ທີ່​ສັດຊື່ກັບ​ກາຍເປັນ​ຍິງ​ໂສເພນີ!ຄັ້ງ​ໜຶ່ງ​ນາງ​ເຄີຍ​ເຕັມ​ໄປ​ດ້ວຍ​ຄວາມ​ຍຸຕິທຳ;ຄວາມ​ຊອບທຳ​ເຄີຍ​ມີ​ຢູ່​ໃນ​ນາງແຕ່​ບັດນີ້​ມີ​ແຕ່​ຄາດ​ຕະກອນ!22ເນື້ອ​ເງິນ​ຂອງ​ພວກເຈົ້າ​ກາຍເປັນ​ຂີ້​ກົ່ວ,ເຫລົ້າ​ອະງຸ່ນ​ຊັ້ນ​ດີ​ຂອງ​ພວກເຈົ້າ​ປົນ​ນ້ຳ.23ຜູ້ນຳ​ຂອງ​ພວກເຈົ້າ​ເປັນ​ກະບົດ,ເປັນ​ໝູ່​ກັບ​ຄົນ​ຂີ້ລັກ;ພວກເຂົາ​ທຸກຄົນ​ຮັກ​ສິນບົນແລະ ຕາມລ່າ​ຫາ​ຂອງຂັວນ.ພວກເຂົາ​ບໍ່​ປົກປ້ອງ​ລູກກຳພ້າ​ພໍ່;ຄະດີ​ຂອງ​ແມ່ໝ້າຍ​ບໍ່​ໄດ້​ຢູ່​ຕໍ່​ໜ້າ​ພວກເຂົາ.
24ເຫດສະນັ້ນ​ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າ​ຢາເວ ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່,ອົງ​ຍິ່ງໃຫຍ່​ແຫ່ງ​ອິດສະຣາເອນ, ປະກາດ​ວ່າ:“ເຮົາ​ຈະ​ລະບາຍ​ຄວາມ​ໂກດຮ້າຍ​ຂອງ​ເຮົາ​ເໜືອ​ສັດຕູ​ຂອງ​ເຮົາແລະ ແກ້ແຄ້ນ​ສັດຕູ​ຂອງ​ເຮົາ.25ເຮົາ​ຈະ​ປິ່ນ​ມື​ຂອງ​ເຮົາ​ມາ​ຕໍ່ສູ້​ພວກເຈົ້າ;ເຮົາ​ຈະ​ຫລອມ​ຂີ້​ຂອງ​ພວກເຈົ້າ​ອອກ​ໄປ​ໃຫ້​ໝົດແລະ ກຳຈັດ​ມົນທິນ​ທັງໝົດ​ອອກ​ໄປ.26ເຮົາ​ຈະ​ສ້າງ​ຜູ້ນໍາ​ທັງຫລາຍ​ຂອງ​ເຈົ້າ​ຂຶ້ນ​ໃໝ່​ຄື​ສະໄໝ​ກ່ອນ,ສ້າງ​ຜູ້ນໍາ​ທັງຫລາຍ​ຂອງ​ເຈົ້າ​ຂຶ້ນ​ດັ່ງ​ຕອນ​ເລີ່ມຕົ້ນ.ຫລັງຈາກນັ້ນ​ເຈົ້າ​ຈະ​ໄດ້​ຊື່​ວ່າ‘ນະຄອນ​ແຫ່ງ​ຄວາມ​ຊອບທຳ’‘ນະຄອນ​ທີ່​ສັດຊື່’ ”.
27ຊີໂອນ​ຈະ​ໄດ້​ຮັບ​ການ​ຊ່ວຍເຫລືອ​ດ້ວຍ​ຄວາມ​ຍຸຕິທຳ,ຜູ້​ສຳນຶກ​ຜິດ​ຂອງ​ຊີໂອນ​ຈະ​ໄດ້​ຮັບ​ການ​ໄຖ່​ດ້ວຍ​ຄວາມ​ຊອບທຳ.28ແຕ່​ພວກ​ກະບົດ ແລະ ຄົນບາບ​ທັງຫລາຍ​ຈະ​ແຕກຫັກ​ທັງ​ສອງ,ແລະ ຜູ້​ທີ່​ປະຖິ້ມ​ພຣະເຈົ້າ​ຢາເວ​ກໍ​ຈະ​ຈິບຫາຍ.
29“ພວກເຈົ້າ​ຈະ​ອັບອາຍ​ເພາະ​ຕົ້ນໂອກ​ສັກສິດຄື​ຕົ້ນໄມ້​ໃຫຍ່​ທີ່​ພວກເຈົ້າ​ຊື່ນຊົມ;ພວກເຈົ້າ​ຈະ​ອັບອາຍ​ເພາະ​ສວນ​ຕ່າງໆທີ່​ພວກເຈົ້າ​ໄດ້​ເລືອກ.30ພວກເຈົ້າ​ຈະ​ເປັນ​ເໝືອນ​ຕົ້ນໂອກ​ທີ່​ໃບ​ຫ່ຽວແຫ້ງ,ເໝືອນ​ສວນ​ທີ່​ຂາດ​ນ້ຳ.31ຊາຍ​ຜູ້​ແຂງແຮງ​ຈະ​ກັບ​ກາຍ​ເປັນ​ເຊື້ອໄຟແລະ ວຽກງານ​ຂອງ​ລາວ​ຄື​ຈຸດ​ປະກາຍ​ໄຟ;ທັງ​ສອງ​ຈະ​ລຸກໄໝ້​ໄປ​ນໍາ​ກັນ,ແລະ ບໍ່​ມີ​ຜູ້ໃດ​ດັບ​ໄຟ​ນັ້ນ​ໄດ້”.

Biblica, Inc.

https://app.library.bible/content/eab9312f9f16b3a2