ຍອດເພງ7

1ໂອ ລູກສາວ​ຂອງ​ເຈົ້ານາຍ!ຕີນ​ຂອງ​ເຈົ້າ​ທີ່​ຢູ່​ໃນ​ເກີບ​ສານ​ຊ່າງ​ງົດງາມ!ຂາ​ຂອງ​ເຈົ້າ​ງາມ​ເໝືອນ​ດັ່ງ​ອັນຍະມະນີ,ທີ່​ມື​ຂອງ​ນັກ​ສິນລະປິນ​ເຈຍລະໄນ.2ສະບື​ຂອງ​ເຈົ້າ​ເປັນ​ດັ່ງ​ຈອກ​ກົມທີ່​ບໍ່​ເຄີຍ​ຂາດ​ກິ່ນ​ເຫລົ້າອະງຸ່ນ​ປະສົມ.ແອວ​ຂອງ​ເຈົ້າ​ງາມ​ດັ່ງ​ກອງ​ເຂົ້າ​ຫວີດອ້ອມ​ດ້ວຍ​ດອກລີລາ.3ນົມ​ຂອງ​ເຈົ້າ​ເໝືອນ​ກັບ​ລູກ​ກວາງ​ສອງ​ໂຕ,ເໝືອນ​ກັບ​ລູກ​ແຝດ​ຂອງ​ເຍືອງ.4ລຳຄໍ​ເຈົ້າ​ກໍ​ສູງ​ດັ່ງ​ຫໍຄອຍ​ງາຊ້າງ.ຕາ​ຂອງ​ເຈົ້າ​ໃສ​ເໝືອນ​ສະນໍ້າ​ໃນ​ເຮັດຊະໂບນທີ່​ສ່ອງ​ປະກາຍ​ຢູ່​ທີ່​ຂ້າງ​ປະຕູ​ບັດຣັບບິມ.ດັງ​ຂອງ​ເຈົ້າ​ງາມ​ດັ່ງ​ຫໍຄອຍ​ແຫ່ງ​ເລບານອນທີ່​ເບິ່ງ​ໄປ​ທີ່​ດາມັສກັດ.5ຫົວ​ຂອງ​ເຈົ້າ​ສະຫງ່າງາມ​ເໝືອນ​ພູເຂົາ​ກາເມນ.ຜົມ​ຂອງ​ເຈົ້າ​ງາມ​ຄື​ກັບ​ຜ້າກັ້ງ​ປັກ​ຢູ່​ໃນ​ວັງ;ຜົມ​ຂອງ​ເຈົ້າ​ມັດ​ໃຈ​ກະສັດ.6ທີ່​ຮັກ​ຂອງ​ຂ້ອຍ, ເຈົ້າ​ຊ່າງ​ງາມ​ຫລາຍ ແລະ ເປັນ​ທີ່​ພໍໃຈ​ຫລາຍ,ເຈົ້າ​ໜ້າ​ຊື່ນໃຈ​ແທ້!7ເຈົ້າ​ສູງ​ເໝືອນ​ອິນທະຜາລຳແລະ ນົມ​ຂອງ​ເຈົ້າ​ເໝືອນ​ພວງ​ໝາກໄມ້.8ຂ້ອຍ​ໄດ້​ເວົ້າ​ວ່າ, “ຂ້ອຍ​ຈະ​ປີນ​ຂຶ້ນ​ຕົ້ນ​ອິນທະຜາລຳ​ຕົ້ນ​ນີ້;ຂ້ອຍ​ຈະ​ກອດ​ໝາກ​ຂອງ​ມັນ​ໄວ້”.ຂໍ​ໃຫ້​ນົມ​ຂອງ​ເຈົ້າ​ເໝືອນ​ພວງ​ໝາກ​ອະງຸ່ນ​ທີ່​ຢູ່​ເທິງ​ເຄືອອະງຸ່ນ,ໃຫ້​ກິ່ນ​ລົມຫາຍ​ໃຈ​ຂອງ​ເຈົ້າ​ຫອມ​ເໝືອນ​ກິ່ນ​ໝາກ​ແອັບເປີ້ນ,9ແລະ ປາກ​ຂອງ​ເຈົ້າ​ເໝືອນ​ເຫລົ້າອະງຸ່ນ​ຊັ້ນ​ດີ.ຍິງ​ສາວຂໍ​ໃຫ້​ເຫລົ້າອະງຸ່ນ​ນີ້​ໄຫລ​ສູ່​ຮີມສົບແລະ ແຂ້ວ​ຂອງ​ທີ່​ຮັກ​ຂອງ​ຂ້ອຍ. 10ຂ້ອຍ​ເປັນ​ຂອງ​ທີ່​ຮັກ​ຂອງ​ຂ້ອຍແລະ ລາວ​ປາຖະໜາ​ຂ້ອຍ.11ຈົ່ງ​ມາ, ທີ່​ຮັກ​ຂອງ​ຂ້ອຍ, ໃຫ້​ພວກເຮົາ​ອອກ​ໄປ​ທີ່​ຊົນນະບົດ​ນຳ​ກັນ,ໃຫ້​ພວກເຮົາ​ນອນ​ຄ້າງ​ຄືນ​ຢູ່​ທີ່​ໝູ່ບ້ານ. 12ໃຫ້​ພວກເຮົາ​ລຸກ​ຂຶ້ນ​ໄປ​ສວນ​ອະງຸ່ນ​ແຕ່​ເຊົ້າເພື່ອ​ເບິ່ງ​ວ່າ​ເຄືອອະງຸ່ນ​ແຕກ​ຕາ​ແລ້ວ​ບໍ,ເພື່ອ​ເບິ່ງ​ວ່າ​ດອກ​ອະງຸ່ນ​ເປີດ​ອອກ​ບານ​ແລ້ວ​ແລ້ວ​ບໍ,ແລະ ເບິ່ງ​ວ່າ​ດອກ​ໝາກພິລາ​ບານ​ອອກ​ແລ້ວ​ບໍຢູ່​ທີ່​ນັ້ນ ຂ້ອຍ​ຈະ​ມອບ​ຄວາມ​ຮັກ​ໃຫ້​ແກ່​ເຈົ້າ.13ຕົ້ນ​ມານເດກ​ກໍ​ສົ່ງ​ກິ່ນ​ຫອມ,ແລະ ຢູ່​ທີ່​ປະຕູ​ຂອງ​ພວກເຮົາ​ກໍ​ມີ​ໝາກໄມ້​ແຊບ​ທີ່​ສຸດ,ມີ​ທັງ​ໝາກ​ທີ່​ຫາ​ກໍ​ສຸກ ແລະ ໝາກ​ທີ່​ສຸກ​ເຕັມ​ທີ່​ແລ້ວ,ເຊິ່ງ​ຂ້ອຍ​ໄດ້​ເກັບ​ຮວບຮວມ​ໄວ້​ໃຫ້​ເຈົ້າ, ທີ່​ຮັກ​ຂອງ​ຂ້ອຍ.

Biblica, Inc.

https://app.library.bible/content/eab9312f9f16b3a2