ຍອດເພງ6
1ແມ່ຍິງທີ່ງາມທີ່ສຸດ,ທີ່ຮັກຂອງເຈົ້າໄປໃສ?ທີ່ຮັກຂອງເຈົ້າຫັນໄປທາງໃດ,ເພື່ອວ່າພວກເຮົາຈະຊ່ວຍເຈົ້າຊອກຫາລາວ?2ທີ່ຮັກຂອງຂ້ອຍໄດ້ລົງໄປທີ່ສວນຂອງລາວ,ໄປທີ່ໜານເຄື່ອງຫອມ,ໄປຍ່າງເບິ່ງໃນສວນຂອງລາວແລະ ເກັບດອກລີລາ.3ຂ້ອຍເປັນຂອງທີ່ຮັກຂອງຂ້ອຍ ແລະ ທີ່ຮັກຂອງຂ້ອຍກໍເປັນຂອງຂ້ອຍ;ລາວຍ່າງເບິ່ງດອກລີລາທັງຫລາຍ.4ສຸດທີ່ຮັກຂອງຂ້ອຍ, ເຈົ້າຊ່າງງາມເທົ່າກັບແດນຕີຣະຊາ,ໜ້າຮັກເໝືອນດັ່ງເຢຣູຊາເລັມ,ສະຫງ່າເໝືອນດັ່ງກອງທະຫານທີ່ປະດັບດ້ວຍທຸງໄຊ.5ຈົ່ງປະສາຍຕາຂອງເຈົ້າໄປຈາກຂ້ອຍ;ເພາະສາຍຕາຂອງເຈົ້າເຮັດໃຫ້ຂ້ອຍຫວັ່ນໄຫວ.ຜົມຂອງເຈົ້າເປັນເໝືອນຝູງແບ້ທີ່ກໍາລັງລົງມາຈາກເນີນພູກີເລອາດ.6ແຂ້ວຂອງເຈົ້າເປັນເໝືອນຝູງແກະທີ່ກຳລັງຂຶ້ນມາຈາກການຊຳລະ.ແຂ້ວທຸກເຫລັ້ມລຽງກັນ,ຢ່າງບໍ່ມີທີ່ຕິ.7ພາຍໃຕ້ຜ້າຄຸມໜ້າຂອງເຈົ້າ ຂະໝັບຂອງເຈົ້າເໝືອນໝາກພິລາຜ່າເຄິ່ງ.8ອາດມີລາຊີນີເຖິງຫົກສິບຄົນ,ແລະ ນາງສະໜົມແປດສິບຄົນ,ແລະ ສາວບໍລິສຸດຈົນອີກຈົນນັບຈຳນວນບໍ່ຖ້ວນ;9ແຕ່ນົກເຂົາຂອງຂ້ອຍ, ຄົນງາມຢ່າງສົມບູນແບບຂອງຂ້ອຍ, ບໍ່ເໝືອນຜູ້ໃດ,ເປັນລູກສາວຄົນດຽວຂອງແມ່,ເປັນລູກສາວຄົນທີ່ແມ່ພໍໃຈຫລາຍ.ບັນດາຍິງໜຸ່ມທີ່ເຫັນນາງ ແລ້ວກໍເອີ້ນນາງວ່າ ໄດ້ຮັບພອນ;ບັນດາລາຊີນີ ແລະ ບັນດານາງສະໜົມຕ່າງກໍຍ້ອງຍໍຊົມເຊີຍນາງ.10ຍິງຄົນນີ້ແມ່ນຜູ້ໃດນໍ ທີ່ມາປາກົດໂຕຂຶ້ນດັ່ງຮຸ່ງອາລຸນ,ຊ່າງງາມດັ່ງດວງເດືອນ, ສ່ອງແຈ້ງດັ່ງດວງຕາເວັນ,ສະຫງ່າງາມເໝືອນດັ່ງດວງດາວທີ່ເຄື່ອນທີ່ໄປມາ?11ຂ້ອຍໄດ້ລົງໄປທີ່ແຖວຕົ້ນໝາກມັນຮໍ່ເພື່ອເບິ່ງສິ່ງທີ່ຫາກໍ່ປົ່ງງາມໃນຮ່ອມພູ,ເພື່ອເບິ່ງວ່າເຄືອອະງຸ່ນແຕກຕາຫລື ເບິ່ງໝາກພິລາອອກດອກບານແລ້ວບໍ.12ກ່ອນທີ່ຂ້ອຍຈະຮູ້ໂຕ,ຄວາມປາຖະໜາຂອງຂ້ອຍກໍເຮັດຂ້ອຍຮູ້ສຶກວ່າຢູ່ເທິງລົດມ້າຮົບຫລວງທີ່ຢູ່ທ່າມກາງປະຊາຊົນຂອງຂ້ອຍ. 13ຈົ່ງກັບມາ, ຈົ່ງກັບມາ, ໂອ ສາວຊາວຊູລຳ;ຈົ່ງກັບມາ, ຈົ່ງກັບມາ, ເພື່ອພວກເຮົາຈະໄດ້ຈ້ອງເບິ່ງເຈົ້າ!ຊາຍໜຸ່ມເປັນຫຍັງພວກເຈົ້າຈຶ່ງຈ້ອງເບິ່ງສາວຊາວຊູລຳປານກັບວ່າເບິ່ງການຟ້ອນລຳຢູ່ທີ່ເມືອງມະຫານາອິມ?
Biblica, Inc.