ຍອດເພງ3
1ຢູ່ເທິງຕຽງຂອງຂ້ອຍຕະຫລອດຄືນຂ້ອຍໄດ້ຊອກຫາຍອດຫົວໃຈຮັກຂອງຂ້ອຍ;ຂ້ອຍໄດ້ຊອກຫາລາວ ແຕ່ກໍບໍ່ພົບລາວ.2ຂ້ອຍຈະລຸກຂຶ້ນດຽວນີ້ ແລະ ໄປທົ່ວເມືອງ,ໄປຕາມຖະໜົນ ແລະ ເດີ່ນເມືອງ;ຂ້ອຍຈະຄົ້ນຫາຜູ້ທີ່ເປັນຍອດຫົວໃຈຂອງຂ້ອຍ.ດັ່ງນັ້ນ ຂ້ອຍໄດ້ຊອກຫາລາວ ແຕ່ກໍບໍ່ພົບລາວ.3ຄົນເຝົ້າຍາມກໍມາພົບຂ້ອຍຂະນະທີ່ພວກເຂົາກຳລັງຍ່າງກວດໄປອ້ອມເມືອງ.ຂ້ອຍຖາມພວກເຂົາວ່າ, “ພວກເຈົ້າເຫັນຜູ້ເປັນຍອດຫົວໃຈຂອງຂ້ອຍບໍ?”4ພໍແຕ່ຈາກພວກເຂົາໄປບໍ່ພໍເທົ່າໃດຂ້ອຍກໍພົບຜູ້ທີ່ເປັນຍອດຫົວໃຈຂອງຂ້ອຍ.ຂ້ອຍໂອບກອດລາວໄວ້ ແລະ ຈະບໍ່ປ່ອຍໃຫ້ລາວໄປໃສຈົນກວ່າຂ້ອຍຈະໄດ້ພາລາວມາທີ່ເຮືອນຂອງແມ່ຂອງຂ້ອຍ,ມາເຖິງຫ້ອງຜູ້ທີ່ໃຫ້ກຳເນີດຂ້ອຍ.5ບັນດາລູກສາວຊາວເຢຣູຊາເລັມ,ຂ້ອຍຂໍຢ້ຳເຈົ້າໂດຍພະລັງຢ່າງເຍືອງ ແລະ ກວາງໃນທົ່ງຫຍ້າວ່າ:ຢ່າກະຕຸ້ນຄວາມຮັກ ຫລື ປຸກຄວາມຮັກຈົນປ່ອຍມັນໃຫ້ເປັນໄປຕາມຄວາມປາຖະໜາ.6ຜູ້ໃດນໍທີ່ກໍາລັງອອກມາຈາກຖິ່ນແຫ້ງແລ້ງກັນດານເໝືອນລຳຄວັນພຸ່ງຂຶ້ນ,ເຕັມໄປດ້ວຍກິ່ນຫອມຂອງຢາງໄມ້ຫອມ ແລະ ກຳຍານທີ່ປຸງມາຈາກເຄື່ອງຫອມຂອງພໍ່ຄ້າ?7ເບິ່ງແມ! ນັ້ນແມ່ນຂະບວນແຫ່ຂອງໂຊໂລໂມນ,ມີນັກຮົບຜູ້ເກັ່ງກ້າທີ່ສຸດຂອງອິດສະຣາເອນ,ຫົກສິບຄົນຄຸມກັນໄວ້,8ພວກເຂົາທຸກຄົນຖືດາບໄວ້,ທຸກຄົນເປັນນັກຮົບທີ່ຊຳນານ,ແຕ່ລະຄົນມີດາບຂອງຕົນຢູ່ຂ້າງກາຍ,ກຽມພ້ອມຮັບໄພໂຈມຕີໃນເວລາກາງຄືນ.9ກະສັດໂຊໂລໂມນໄດ້ໃຫ້ປະກອບລົດນີ້ໄວ້ສຳລັບຕົນເອງ;ເພິ່ນໄດ້ເຮັດລົດນີ້ດ້ວຍໄມ້ຈາກເລບານອນ.10ເສົາຂອງລົດແມ່ນເຮັດດ້ວຍເງິນ,ພື້ນຂອງລົດແມ່ນເປັນຄໍາ.ບ່ອນນັ່ງຂອງລົດແມ່ນຫຸ້ມດ້ວຍຜ້າສີມ່ວງ,ພາຍໃນຂອງລົດແມ່ນຕົບແຕ່ງດ້ວຍຄວາມຮັກ.ບັນດາລູກສາວຊາວເຢຣູຊາເລັມ,11ຈົ່ງອອກມາ,ພວກເຈົ້າ, ບັນດາລູກສາວແຫ່ງຊີໂອນ,ຈົ່ງອອກມາເບິ່ງກະສັດໂຊໂລໂມນສວມມົງກຸດ,ມົງກຸດທີ່ແມ່ຂອງເພິ່ນໄດ້ສວມໃຫ້ເພິ່ນ,ໃນວັນແຕ່ງງານຂອງເພິ່ນ,ວັນແຫ່ງຄວາມຊື່ນຊົມຍິນດີຂອງເພິ່ນ.
Biblica, Inc.