ຍອດເພງ4
1ເຈົ້າຊ່າງງາມແທ້, ສຸດທີ່ຮັກຂອງຂ້ອຍ!ໂອ, ງາມແທ້ໆ!ດວງຕາຂອງເຈົ້າທີ່ຢູ່ພາຍໃຕ້ຜ້າຄຸມໜ້າທີ່ເໝືອນນົກເຂົາ.ຜົມຂອງເຈົ້າເໝືອນກັບຝູງແບ້ທີ່ກໍາລັງລົງມາຈາກຮ່ອມພູກີເລອາດ.2ແຂ້ວຂອງເຈົ້າຂາວເໝືອນຝູງແກະທີ່ຫາກໍຖືກຕັດຂົນ,ແລະ ຂຶ້ນມາຈາກການຊຳລະລ້າງ.ແຂ້ວທຸກເຫລັ້ມລຽງສັບກັນ,ບໍ່ຫາຍໄປຈັກເຫລັ້ມ.3ຮີມສົບຂອງເຈົ້າແດງເຂັ້ມເໝືອນກັບດ້າຍແດງ;ປາກຂອງເຈົ້າກໍໜ້າຮັກ.ພາຍໃຕ້ຜ້າຜ້າຄຸມໜ້າຂອງເຈົ້າ ຂະໝັບຂອງເຈົ້າກໍເໝືອນກັບໝາກພິລາຜ່າເຄິ່ງ.4ລຳຄໍຂອງເຈົ້າກໍເໝືອນກັບຫໍຄອຍຂອງດາວິດ,ທີ່ສ້າງຂຶ້ນດ້ວຍຫີນຢ່າງປານີດ ;ທີ່ປະດັບປະດາດ້ວຍໂລ່ນັບເປັນພັນອັນ,ໂລ່ທັງໝົດນັ້ນເປັນຂອງບັນດານັກຮົບ.5ນົມທັງສອງຂອງເຈົ້າເໝືອນກັບລູກກວາງສອງໂຕ,ເໝືອນລູກແຝດຂອງເຍືອງທີ່ກິນຫຍ້າຢູ່ທ່າມກາງດອກລີລາ.6ຂ້ອຍຈະຂຶ້ນໄປເທິງພູເຂົາແຫ່ງຢາງໄມ້ຫອມແລະ ໄປເນີນພູເຄື່ອງຫອມ.ຈົນຮຸ່ງເຊົ້າມາເຖິງແລະ ເງົາມືດຫາຍໄປ.7ສຸດທີ່ຮັກຂອງຂ້ອຍ, ເຈົ້າຊ່າງງາມໄປໝົດທຸກຢ່າງ;ໃນຮ່າງກາຍຂອງເຈົ້າບໍ່ມີທີ່ຕິເລີຍ.8ເຈົ້າສາວຂອງຂ້ອຍ, ລົງມາຈາກເລບານອນກັບຂ້ອຍ,ລົງມາຈາກເລບານອນກັບຂ້ອຍ.ລົງມາຈາກຍອດພູເຂົາອາມານາ,ຈາກຈອມພູເຂົາເສນີ ແລະ ຈອມພູເຂົາເຮີໂມນ,ຈາກຖ້ຳຂອງສິງແລະ ຈາກພູເຂົາທີ່ເປັນບ່ອນຢູ່ຂອງເສືອດາວ.9ເຈົ້າໄດ້ລັກຫົວໃຈຂອງຂ້ອຍໄປແລ້ວ ນ້ອງຮັກຂອງຂ້ອຍ, ເຈົ້າສາວຂອງຂ້ອຍ,ເຈົ້າໄດ້ລັກຫົວໃຈຂອງຂ້ອຍໄປແລ້ວເຈົ້າແນມເບິ່ງພຽງແຕ່ຄັ້ງດຽວ,ພຽງແຕ່ອັນຍະມະນີເມັດດຽວທີ່ຢູ່ສາຍຄໍຂອງເຈົ້າ.10ນ້ອງຮັກຂອງຂ້ອຍ, ເຈົ້າສາວຂອງຂ້ອຍ, ຄວາມຮັກຂອງເຈົ້າໜ້າຊື່ນໃຈແທ້!ຖືກໃຈຂ້ອຍຫລາຍກວ່າເຫລົ້າອະງຸ່ນ.ແລະ ກິ່ນນ້ຳຫອມຂອງເຈົ້າກໍຫອມກວ່າເຄື່ອງຫອມໃດໆ!11ເຈົ້າສາວຂອງຂ້ອຍ, ຮີມສົບຂອງເຈົ້າຢອດຄວາມຫວານເໝືອນດັ່ງນ້ຳເຜິ້ງ;ກ້ອງລິ້ນຂອງເຈົ້າແມ່ນນ້ຳນົມ ແລະ ນ້ຳເຜິ້ງ.ກິ່ນຫອມຂອງເຄື່ອງນຸ່ງຂອງເຈົ້າກໍເໝືອນກັບກິ່ນຫອມແຫ່ງເລບານອນ.12ນ້ອງຮັກຂອງອ້າຍ, ເຈົ້າສາວຂອງຂ້ອຍ, ເຈົ້າເປັນເໝືອນສວນທີ່ຫວງຫ້າມ;ເຈົ້າເປັນເໝືອນນ້ຳພຸທີ່ໄດ້ຖືກກັ້ນເຂດ ແລະ ນໍ້າພຸທີ່ປະທັບຕາໄວ້.13ເຈົ້າປຽບເໝືອນສວນໝາກພິລາທີ່ໃຫ້ຜົນດີເລີດ,ມີທັງຕົ້ນທຽນຊຳ ແລະ ຕົ້ນຫອມແຝກ.14ຕົ້ນຫອມແຝກ ແລະ ຫຍ້າຄຳຝອຍ,ຄາລາມັສ ແລະ ອົບເຊີຍ,ພ້ອມກັບຕົ້ນໄມ້ຫອມທຸກຊະນິດ,ພ້ອມກັບຢາງໄມ້ຫອມ, ຕົ້ນກາລະບູນແລະ ເຄື່ອງເທດອັນດີທຸກຊະນິດ.15ເຈົ້າເປັນ ສວນນ້ຳພຸ,ເປັນລຳທານທີ່ຫລັ່ງໄຫລຫລັ່ງໄຫລລົງມາຈາກເລບານອນ.16ຈົ່ງຕື່ນຂຶ້ນ, ລົມເໜືອ,ແລະ ຈົ່ງມາ, ລົມໃຕ້!ຈົ່ງພັດຜ່ານສວນຂອງຂ້ອຍ,ພັດກິ່ນຫອມໃຫ້ກະຈາຍໄປທຸກບ່ອນ.ຂໍໃຫ້ທີ່ຮັກຂອງຂ້ອຍເຂົ້າມາໃນສວນຂອງລາວແລະ ຊິມລົດໝາກໄມ້ທີ່ດີທີສຸດໃນທີ່ນັ້ນ.
Biblica, Inc.