ຍອດເພງ2

1ຂ້ອຍ​ເປັນ​ດັ່ງ​ດອກ​ກຸຫລາບ​ແຫ່ງ​ຊາໂຣນ,ເໝືອນ​ດອກລີລາ​ແຫ່ງ​ຮ່ອມພູ.2ທີ່​ຮັກ​ຂອງ​ຂ້ອຍ ຢູ່​ທ່າມກາງ​ຍິງ​ສາວກໍ​ເປັນ​ເໝືອນ​ດອກລີລາ​ທ່າມກາງ​ພຸ່ມ​ໜາມ.3ທີ່​ຮັກ​ຂອງ​ຂ້ອຍ ຢູ່​ທ່າມກາງ​ຊາຍ​ໜຸ່ມກໍ​ເປັນ​ເໝືອນ​ຕົ້ນ​ແອັບເປີ້ນ​ທ່າມກາງ​ຕົ້ນ​ໄມ້​ໃນ​ປ່າຂ້ອຍ​ມັກ​ນັ່ງ​ຢູ່​ກ້ອງ​ຮົ່ມ​ເງົາ​ຂອງ​ລາວ,ແລະ ໝາກ​ຂອງ​ລາວ​ແມ່ນ​ຫອມ​ຫວານ​ເມື່ອ​ຂ້ອຍ​ໄດ້​ຊີມ​ລົດ.4ລາວ​ພາ​ຂ້ອຍ​ໄປ​ໃນ​ຫ້ອງ​ກິນ​ລ້ຽງ,ແລະ ໃຫ້​ຫລາຍ​ຄົນ​ເຫັນ​ວ່າ​ລາວ​ຮັກ​ຂ້ອຍ​ຫລາຍ​ເທົ່າໃດ 5ໃຫ້​ກໍາລັງ​ໃຈ​ຂ້ອຍ​ດ້ວຍ​ໝາກ​ອະງຸ່ນ​ແຫ້ງ,ເຮັດ​ໃຫ້​ຂ້ອຍ​ສົດຊື່ນ​ດ້ວຍ​ໝາກ​ແອັບເປີ້ນເພາະ​ຂ້ອຍ​ອ່ອນແຮງ​ດ້ວຍ​ຄວາມ​ຮັກ.6ແຂນ​ຊ້າຍ​ຂອງ​ລາວ​ປະຄອງ​ຫົວ​ຂ້ອຍ​ໄວ້,ແລະ ແຂນ​ຂວາ​ຂອງ​ລາວ​ກໍ​ໂອບກອດ​ຂ້ອຍ​ໄວ້.7ບັນດາ​ລູກສາວ​ຊາວ​ເຢຣູຊາເລັມ,ຂ້ອຍ​ຂໍ​ຢ້ຳ​ເຈົ້າ​ໂດຍ​ພະລັງ​ຢ່າງ​ເຍືອງ ແລະ ກວາງ​ໃນ​ທົ່ງຫຍ້າ​ວ່າ:ຢ່າ​ກະຕຸ້ນ​ຄວາມ​ຮັກ ຫລື ປຸກ​ຄວາມ​ຮັກຈົນ​ປ່ອຍ​ມັນ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປາຖະໜາ.
8ຈົ່ງ​ຟັງ! ທີ່​ຮັກ​ຂອງ​ຂ້ອຍ!ເບິ່ງ​ແມ! ລາວ​ກໍາລັງ​ມາ​ທີ່​ນີ້,ກະໂດດ​ຂ້າມ​ພູເຂົາ​ທັງຫລາຍ,ກະໂດດ​ຂ້າມ​ເນີນພູ​ມາ.9ທີ່​ຮັກ​ຂອງ​ຂ້ອຍ​ເປັນ​ເໝືອນ​ເຍືອງ​ຜູ້ ຫລື ກວາງ​ໜຸ່ມ.ເບິ່ງ​ແມ! ລາວ​ຢູ່​ຫລັງ​ກຳແພງ​ຂອງ​ພວກເຮົາ,ກໍາລັງ​ໂງ​ຫົວ​ຂຶ້ນ​ເບິ່ງ​ຜ່ານ​ປ່ອງຢ້ຽມ,ແນມ​ເບິ່ງ​ລອດ​ຜ່ານ​ຕາໜ່າງ.10ທີ່​ຮັກ​ຂອງ​ຂ້ອຍ​ເອີ່ຍ​ຂຶ້ນ ແລະ ໄດ້​ເວົ້າ​ກັບ​ຂ້ອຍ​ວ່າ,“ລຸກ​ຂຶ້ນ, ສຸດ​ທີ່​ຮັກ​ຂອງ​ຂ້ອຍ,ຄົນ​ງາມ​ຂອງ​ຂ້ອຍ, ຈົ່ງ​ມາ​ກັບ​ຂ້ອຍ.11ເບິ່ງ​ແມ! ລະດູ​ໜາວ​ຜ່ານ​ພົ້ນ​ໄປ​ແລ້ວ;ຝົນ​ກໍ​ເຊົາ​ຕົກ​ແລ້ວ.12ດອກ​ໄມ້​ຕ່າງໆ​ເລີ່ມ​ບານ​ຢູ່​ເທິງ​ແຜ່ນດິນ​ໂລກ;ລະດູ​ແຫ່ງ​ການ​ຮ້ອງ​ເພງ​ໄດ້​ມາ​ເຖິງ​ແລ້ວ,ສຽງ​ນົກເຂົາ​ຮ້ອງໄດ້​ຍິນ​ໃນ​ຖິ່ນ​ຂອງ​ພວກເຮົາ.13ຕົ້ນ​ໝາກເດື່ອ​ກຳລັງ​ເກີດ​ຜົນ​ທຳອິດເຄືອ​ອະງຸ່ນ​ກໍ​ອອກ​ດອກ​ບານ​ສົ່ງ​ກິ່ນ​ຫອມ​ຂອງ​ມັນ.ລຸກ​ຂຶ້ນ​ມາ ທີ່​ຮັກ​ຂອງ​ຂ້ອຍ;ຄົນ​ງາມ​ຂອງ​ຂ້ອຍ ຈົ່ງ​ມາ​ກັບ​ຂ້ອຍ”.14ນົກເຂົາ​ຂອງ​ຂ້ອຍ​ຢູ່​ໃນ​ຫລືບ​ຫີນ,ກໍາລັງ​ລີ້​ຢູ່​ເທິງ​ເປີ້ນ​ພູເຂົາຂໍ​ໃຫ້​ຂ້ອຍ​ໄດ້​ເຫັນ​ໜ້າ​ເຈົ້າ,ຂໍ​ໃຫ້​ຂ້ອຍ​ໄດ້​ຍິນ​ສຽງ​ຂອງ​ເຈົ້າ;ເພາະ​ສຽງ​ຂອງ​ເຈົ້າ​ຊ່າງ​ຫວານ​ແທ້,ແລະ ໃບ​ໜ້າ​ຂອງ​ເຈົ້າ​ກໍ​ງາມ​ໜ້າ​ຮັກ.15ຈົ່ງ​ມາ​ຊ່ວຍ​ຈັບ​ຝູງ​ໝາຈອກ​ໃຫ້​ພວກເຮົາໝາຈອກ​ໂຕ​ນ້ອຍ​ທັງຫລາຍທີ່​ທຳລາຍ​ສວນ​ອະງຸ່ນສວນ​ຂອງ​ພວກເຮົາ​ທີ່​ກຳລັງ​ອອກ​ດອກ​ບານ.16ທີ່​ຮັກ​ຂອງ​ຂ້ອຍ​ແມ່ນ​ເປັນ​ຂອງ​ຂ້ອຍ ແລະ ຂ້ອຍ​ກໍ​ເປັນ​ຂອງ​ລາວລາວ​ລ້ຽງ​ສັດ​ຢູ່​ທ່າມກາງ​ດອກລີລາ.17ຈົນ​ຮຸ່ງ​ເຊົ້າ​ມາແລະ ເງົາ​ມືດ​ກໍ​ລັບ​ຫາຍ​ໄປ,ຈົ່ງ​ຫັນ​ມາ ທີ່​ຮັກ​ຂອງ​ຂ້ອຍ,ແລະ ຂໍ​ໃຫ້​ເປັນ​ເໝືອນ​ເຍືອງຫລື ກວາງ​ໜຸ່ມທີ່​ຢູ່​ເທິງ​ເນີນພູ​ເບັດເອ. 

Biblica, Inc.

https://app.library.bible/content/eab9312f9f16b3a2