ຍອດເພງ1
1ຍອດບົດເພງຂອງໂຊໂລໂມນ.2ຂໍໃຫ້ເຈົ້າຈູບຂ້ອຍດ້ວຍປາກຂອງເຈົ້າເພາະຄວາມຮັກຂອງເຈົ້າແມ່ນຊື່ນໃຈຫລາຍກວ່າເຫລົ້າອະງຸ່ນ.3ກິ່ນນ້ຳຫອມຂອງເຈົ້າຊ່າງຊວນຫລົງໄຫລ;ຊື່ສຽງຂອງເຈົ້າກໍເປັນເໝືອນນໍ້າຫອມທີ່ຖອກອອກມາ.ຈຶ່ງບໍ່ແປກໃຈເລີຍທີ່ຍິງສາວຫຸ້ມຮັກເຈົ້າ!4ພາຂ້ອຍໄປນໍາເຈົ້າ ໃຫ້ພວກເຮົາຟ້າວໄປ!ຂໍໃຫ້ກະສັດພາຂ້ອຍເຂົ້າໄປໃນຫ້ອງຂອງເຈົ້າ.ບັນດາໝູ່ພວກເຮົາຊື່ນຊົມ ແລະ ຍິນດີໃນໂຕເຈົ້າ;ພວກເຮົາຈະເທີດທູນຄວາມຮັກຂອງເຈົ້າຫລາຍກວ່າເຫລົ້າອະງຸ່ນ.ຜູ້ສາວຖືກຕ້ອງແລ້ວທີ່ພວກເຂົາເທີດທູນເຈົ້າ!5ບັນດາຍິງສາວຊາວເຢຣູຊາເລັມເອີຍ,ຂ້ອຍເປັນຄົນຜິວດໍາ,ດໍາເໝືອນດັ່ງຜ້າເຕັນແຫ່ງເກດາກໍຈິງ,ແຕ່ກໍງາມໜ້າຮັກເໝືອນຜ້າກັ້ງຂອງໂຊໂລໂມນ. 6ຢ່າຈ້ອງເບິ່ງຜິວທີ່ດຳຂອງຂ້ອຍຫລາຍ,ເພາະຂ້ອຍເປັນຄົນຍ້ອນຕາເວັນ.ບັນດາອ້າຍຂອງຂ້ອຍໃຈຮ້າຍໃຫ້ຂ້ອຍແລະ ໃຫ້ຂ້ອຍໄປເບິ່ງແຍງສວນອະງຸ່ນທັງຫລາຍ.ແຕ່ສວນອະງຸ່ນຂອງຂ້ອຍເອງຖືກປະຖິ້ມໄວ້;7ບອກຂ້ອຍແດ່ທີ່ຮັກຂອງຂ້ອຍມື້ນີ້ເຈົ້າຈະພາຝູງແກະຂອງເຈົ້າໄປກິນຫຍ້າຢູ່ໃສແລະ ຕອນທ່ຽງນັ້ນເຈົ້າຈະພາຝູງແກະຂອງເຈົ້າໄປພັກຜ່ອນຢູ່ໃສ.ດ້ວຍເຫດໃດຂ້ອຍຈະຕ້ອງເປັນເໝືອນແມ່ຍິງທີ່ເອົາຜ້າຄຸມໜ້າໄປກັບຝູງແກະຂອງບັນດາໝູ່ຂອງເຈົ້າ?8ແມ່ຍິງງາມທີ່ສຸດ, ຖ້າເຈົ້າບໍ່ຮູ້ຈັກ,ກໍໃຫ້ຕິດຕາມຮອຍຝູງແກະໄປແລະ ໄປທີ່ເຕັນຂອງພວກຄົນລ້ຽງແກະໄປລ້ຽງຝູງແບ້ຂອງເຈົ້າຢູ່ທີ່ນັ້ນ.9ທີ່ຮັກຂອງຂ້ອຍ, ຂ້ອຍປຽບເຈົ້າເໝືອນດັ່ງມ້າແມ່ທີ່ໃຊ້ທຽມລົດມ້າຂອງຟາໂຣ10ແກ້ມຂອງເຈົ້າງົດງາມດ້ວຍຕຸ້ມຫູ,ຄໍຂອງເຈົ້າກໍງາມດ້ວຍສາຍຄໍອັນຍະມະນີ.11ພວກເຮົາຈະເຮັດຕຸ້ມຫູຄຳໃຫ້ເຈົ້າ,ປະດັບເຈົ້າດ້ວຍເງິນ.12ເມື່ອກະສັດຢູ່ທີ່ບ່ອນນອນ,ນ້ຳຫອມຂອງຂ້ອຍກໍສົ່ງກິນຫອມໄປທົ່ວ.13ທີ່ຮັກຂອງຂ້ອຍ ເຈົ້າເປັນດັ່ງຖົງຢາງໄມ້ຫອມທີ່ວາງຢູ່ຫວ່າງເອິກຂອງຂ້ອຍ.14ທີ່ຮັກຂອງຂ້ອຍ ເຈົ້າເປັນດັ່ງພວງດອກທຽນຊຳຈາກສວນອະງຸ່ນແຫ່ງເອນເກດີ.15ເຈົ້າຊ່າງງາມແທ້ ສຸດທີ່ຮັກຂອງຂ້ອຍ!ໂອ, ງາມແທ້!ດວງຕາຂອງເຈົ້າເໝືອນດັ່ງນົກເຂົາ.16ທີ່ຮັກຂອງຂ້ອຍ ເຈົ້າຊ່າງເຈົ້າຊູ້ແທ້!ໂອ, ມີສະເໜ່ຫລາຍ!ແລະ ຕຽງນອນຂອງພວກເຮົາກໍຂຽວສົດ.17ຂື່ເຮືອນຂອງພວກເຮົາກໍເປັນໄມ້ສີດາ;ເພດານເຮືອນຂອງພວກເຮົາກໍເປັນໄມ້ເຟີ້.
Biblica, Inc.