ປັນຍາຈານ12
1ຈົ່ງລະນຶກເຖິງພຣະຜູ້ສ້າງຂອງເຈົ້າຕະຫລອດວັນເວລາທີ່ເຈົ້າຍັງໜຸ່ມ,ກ່ອນຍາມທຸກລຳບາກຈະມາເຖິງແລະ ປີເດືອນເຫລົ່ານັ້ນໃກ້ເຂົ້າມາ ເມື່ອເຈົ້າຈະເວົ້າວ່າ,“ຂ້ອຍບໍ່ເຫັນຈະມ່ວນຊື່ນອັນໃດໃນຊີວິດ”2ກ່ອນດວງຕາເວັນ ແລະ ແສງສະຫວ່າງດວງເດືອນ ແລະ ດວງດາວຈະມືດມົວລົງ,ກ່ອນເມກຈະຫວນກັບມາພາຍຫລັງຝົນ;3ເມື່ອຄົນເຝົ້າເຮືອນໂຕສັ່ນ,ແລະ ຊາຍທີ່ແຂງແຮງກົ້ມລົງ,ເມື່ອຄົນໂມ້ແປ້ງຢຸດໂມ້ເພາະເຫລືອຄົນໜ້ອຍ,ແລະ ບັນດາຜູ້ທີ່ເບິ່ງຜ່ານປ່ອງຢ້ຽມເລີ່ມເບິ່ງເຫັນບໍ່ແຈ້ງ;4ເມື່ອປະຕູທີ່ເປີດສູ່ຖະໜົນນັ້ນຖືກປິດແລະ ສຽງໂມ້ຄ່ອຍລົງ;ເມື່ອຄົນເຮົາຕື່ນຂຶ້ນຕອນໄດ້ຍິນສຽງນົກຮ້ອງ,ແຕ່ສຽງເພງຂອງພວກມັນກໍຄ່ອຍລົງ;5ເມື່ອຄົນເຮົາຢ້ານຄວາມສູງແລະ ຢ້ານໄພອັນຕະລາຍໃນຖະໜົນ;ເມື່ອຕົ້ນອັນມອນອອກດອກບານແລະ ຕັກແຕນລາກຂາຍ່າງໄປແລະ ຄວາມປາຖະໜາບໍ່ຖືກກະຕຸ້ນອີກຕໍ່ໄປ.ເມື່ອນັ້ນມະນຸດກໍໄປສູ່ບ້ານນິລັນດອນຂອງຕົນແລະ ຄົນໄວ້ທຸກຍ່າງໄປຕາມຖະໜົນ.6ຈົ່ງລະນຶກເຖິງພຣະອົງ ກ່ອນທີ່ສາຍເງິນຈະຂາດ,ຫລື ຖ້ວຍຄຳຈະແຕກ;ກ່ອນທີ່ເຢືອກຈະແຕກໝຸ່ນຢູ່ທີ່ນ້ຳພຸ,ຫລື ລໍ້ຫັກເພຢູ່ທີ່ນ້ຳສ້າງ,7ແລະ ຂີ້ຝຸ່ນດິນຈະກັບຄືນສູ່ດິນທີ່ມັນຈາກມາ,ແລະ ຈິດວິນຍານກັບຄືນສູ່ພຣະເຈົ້າຜູ້ໄດ້ມອບໃຫ້.8ປັນຍາຈານ ກ່າວວ່າ, “ອະນິຈັງ! ອະນິຈັງ!ທຸກສິ່ງລ້ວນແຕ່ອະນິຈັງ!”
ຈະເຮັດໜັງສືຫລາຍ ກໍບໍ່ຈົບສິ້ນ ແລະ ຮຽນຫລາຍ ກໍເມື່ອຍກາຍ.13ບັດນີ້ ກໍໄດ້ຟັງມາໝົດແລ້ວ;ບົດສະຫລຸບກໍຄື:ຈົ່ງຢຳເກງພຣະເຈົ້າ ແລະ ຖືຮັກສາຄໍາສັ່ງຂອງພຣະອົງ,ເພາະນີ້ເປັນໜ້າທີ່ຂອງມະນຸດທຸກຄົນ.14ເພາະພຣະເຈົ້າຈະພິພາກສາການກະທຳທຸກຢ່າງ,ລວມເຖິງທຸກສິ່ງທີ່ປົກປິດໄວ້,ບໍ່ວ່າດີ ຫລື ຊົ່ວ.
ບົດສະຫລຸບ
9ປັນຍາຈານນັ້ນບໍ່ພຽງແຕ່ສະຫລາດເທົ່ານັ້ນ ແຕ່ເພິ່ນຍັງໄດ້ຖ່າຍທອດຄວາມຮູ້ໃຫ້ແກ່ປະຊາຊົນນຳອີກ. ເພິ່ນໄດ້ສຶກສາກັບຄົ້ນຄວ້າຮ່ຳຮຽນ ແລະ ຮວບຮວມສຸພາສິດຕ່າງໆໄວ້ໃຫ້ເປັນລະບົບ.10ເພິ່ນໄດ້ຊອກຫາຖ້ອຍຄຳທີ່ເໝາະສົມ ແລະ ສິ່ງທີ່ເພິ່ນຂຽນນັ້ນທ່ຽງທຳ ແລະ ເປັນຈິງ.11ຄໍາເວົ້າຂອງຄົນສະຫລາດກໍເໝືອນຫອກທີ່ແຫລມ, ຄຳເວົ້າທີ່ຮວບຮວມໄວ້ຂອງພວກເຂົາກໍເໝືອນຕະປູຕອກແໜ້ນ ເຊິ່ງພຣະຜູ້ລ້ຽງໄດ້ມອບໃຫ້.12ລູກເອີຍ, ຈົ່ງລະວັງສິ່ງທີ່ຕໍ່ເຕີມເສີມແຕ່ງຫລາຍກວ່ານັ້ນ.ຈະເຮັດໜັງສືຫລາຍ ກໍບໍ່ຈົບສິ້ນ ແລະ ຮຽນຫລາຍ ກໍເມື່ອຍກາຍ.13ບັດນີ້ ກໍໄດ້ຟັງມາໝົດແລ້ວ;ບົດສະຫລຸບກໍຄື:ຈົ່ງຢຳເກງພຣະເຈົ້າ ແລະ ຖືຮັກສາຄໍາສັ່ງຂອງພຣະອົງ,ເພາະນີ້ເປັນໜ້າທີ່ຂອງມະນຸດທຸກຄົນ.14ເພາະພຣະເຈົ້າຈະພິພາກສາການກະທຳທຸກຢ່າງ,ລວມເຖິງທຸກສິ່ງທີ່ປົກປິດໄວ້,ບໍ່ວ່າດີ ຫລື ຊົ່ວ.
Biblica, Inc.