ນາງຣຸດ4
ໂບອາດແຕ່ງງານກັບນາງຣຸດ
1ໃນຂະນະນັ້ນ ໂບອາດໄດ້ໄປທີ່ປະຕູເມືອງ ແລະ ນັ່ງລົງທີ່ນັ້ນ ເມື່ອຍາດພີ່ນ້ອງໃກ້ຊິດຄົນທີ່ມີສິດໄຖ່ຖອນ ເຊິ່ງໂບອາດໄດ້ເວົ້າເຖິງນັ້ນໄດ້ຜ່ານມາ, ໂບອາດກໍໄດ້ເວົ້າວ່າ, “ສະຫາຍ, ເຊີນມາທີ່ນີ້ ແລະ ນັ່ງລົງກ່ອນ”. ດັ່ງນັ້ນ ລາວຈຶ່ງມາ ແລະ ນັ່ງລົງ.2ໂບອາດໄດ້ເຊີນຜູ້ອາວຸໂສຂອງເມືອງນັ້ນມາສິບຄົນ ແລະ ເວົ້າວ່າ, “ຂໍເຊີນນັ່ງຢູ່ບ່ອນນີ້” ແລ້ວພວກເຂົາກໍນັ່ງລົງ.3ດັ່ງນັ້ນ ໂບອາດຈຶ່ງເວົ້າກັບຍາດພີ່ນ້ອງຜູ້ມີສິດໄຖ່ຖອນນັ້ນວ່າ, “ນາງນາໂອມີ, ຜູ້ກັບມາຈາກໂມອາບ ກໍກຳລັງຈະຂາຍທີ່ດິນຕອນໜຶ່ງ ເຊິ່ງເປັນຂອງເອລີເມເຫລັກ ຍາດພີ່ນ້ອງຂອງພວກເຮົາ.4ຂ້ອຍຄິດວ່າຂ້ອຍຄວນຈະເວົ້າເລື່ອງນີ້ກັບເຈົ້າ ແລະ ແນະນຳໃຫ້ເຈົ້າຊື້ທີ່ດິນຕໍ່ໜ້າບັນດາຄົນທີ່ນັ່ງຢູ່ບ່ອນນີ້ ແລະ ຕໍ່ໜ້າບັນດາຜູ້ອາວຸໂສຂອງຂ້ອຍ. ຖ້າເຈົ້າຢາກຈະໄຖ່ ກໍຂໍໃຫ້ໄຖ່. ແຕ່ຖ້າເຈົ້າບໍ່ຢາກໄຖ່ ກໍຂໍໃຫ້ບອກຂ້ອຍ ເພື່ອຂ້ອຍຈະໄດ້ຮູ້. ເພາະບໍ່ມີຜູ້ໃດມີສິດໄຖ່ ຍົກເວັ້ນເຈົ້າ ແລະ ຮອງລົງມາຈາກເຈົ້າກໍແມ່ນຂ້ອຍ”.ລາວໄດ້ຕອບວ່າ, “ຂ້ອຍຈະໄຖ່”.5ຫລັງຈາກນັ້ນ ໂບອາດຈຶ່ງເວົ້າວ່າ, “ໃນວັນທີ່ເຈົ້າຊື້ທີ່ດິນຈາກນາງນາໂອມີ ເຈົ້າຍັງຈະໄດ້ນາງຣຸດທີ່ເປັນຊາວໂມອາບ, ເຊິ່ງເປັນເມຍຂອງຜູ້ຕາຍທີ່ເປັນຍິງໝ້າຍດ້ວຍ, ເພື່ອສືບນາມຂອງຜູ້ຕາຍຕໍ່ໄປເທິງທີ່ດິນອັນເປັນກຳມະສິດຂອງລາວ”.6ຜູ້ມີສິດໄຖ່ຖອນນັ້ນໄດ້ຕອບວ່າ, “ຖ້າເປັນເຊັ່ນນັ້ນຂ້ອຍບໍ່ສາມາດໄຖ່ທີ່ດິນນັ້ນໄດ້ ເພາະຊັບສິນສ່ວນທີ່ເປັນຂອງຂ້ອຍກໍອາດຈະເສຍໄປ. ຂໍໃຫ້ເຈົ້າໄຖ່ທີ່ດິນນັ້ນເອົາໄວ້ເອງສາ. ຂ້ອຍບໍ່ສາມາດເຮັດໄດ້”.7(ໃນສະໄໝນັ້ນ ເປັນທຳນຽມໃນອິດສະຣາເອນສຳລັບການໄຖ່ ແລະ ການຕົກລົງໂອນສິດໃນຊັບສິນ, ໂດຍຝ່າຍໜຶ່ງຖອດເກີບອອກມາ ແລະ ມອບເກີບນັ້ນໃຫ້ອີກຝ່າຍໜຶ່ງ. ນີ້ແມ່ນການຢືນຢັນຂໍ້ຕົກລົງຕາມກົດໝາຍໃນອິດສະຣາເອນ).8ດັ່ງນັ້ນ ຂະນະທີ່ຜູ້ມີສິດໄຖ່ເວົ້າກັບໂບອາດວ່າ, “ໃຫ້ເຈົ້າຊື້ເອງສາ”. ແລ້ວລາວກໍໄດ້ຖອດເກີບອອກມາ.9ຫລັງຈາກນັ້ນ ໂບອາດຈຶ່ງປະກາດກັບບັນດາຜູ້ອາວຸໂສ ແລະ ຄົນທັງໝົດວ່າ, “ພວກທ່ານທັງຫລາຍເປັນພະຍານວ່າໃນມື້ນີ້ຂ້າພະເຈົ້າໄດ້ຊື້ຊັບສິນທັງໝົດຂອງເອລີເມເຫລັກ, ກີລີໂອນ ແລະ ມາໂລນ ຈາກນາງນາໂອມີ.10ພ້ອມກັນນີ້ຂ້າພະເຈົ້າໄດ້ຂໍຮັບນາງຣຸດຍິງຊາວໂມອາບ, ເມຍໝ້າຍຂອງມາໂລນ ມາເປັນເມຍຂອງຂ້າພະເຈົ້າດ້ວຍ, ເພື່ອນາງຈະໄດ້ມີບຸດສືບເຊື້ອສາຍຂອງຜູ້ຕາຍພ້ອມດ້ວຍກຳມະສິດຂອງລາວ, ເພື່ອເຊື້ອສາຍຂອງລາວຈະບໍ່ຂາດຫາຍໄປຈາກທ່າມກາງຄອບຄົວຂອງລາວ ຫລື ຫາຍໄປຈາກບ້ານເມືອງຂອງລາວ. ພວກທ່ານທັງຫລາຍໄດ້ເປັນພະຍານໃນວັນນີ້!”11ບັນດາຜູ້ອາວຸໂສ ແລະ ຄົນທັງໝົດທີ່ຢືນຢູ່ທີ່ປະຕູເມືອງຈຶ່ງໄດ້ເວົ້າວ່າ, “ພວກເຮົາເປັນພະຍານ. ຂໍພຣະເຈົ້າຢາເວໂຜດເຮັດໃຫ້ຍິງຄົນນີ້ ເຊິ່ງກ້າວເຂົ້າມາສູ່ເຮືອນຂອງທ່ານຈົ່ງເປັນເໝືອນນາງຣາເຊັນ ແລະ ນາງເລອາ, ຜູ້ທີ່ຮ່ວມກັນສ້າງຄອບຄົວອິດສະຣາເອນ. ຂໍໃຫ້ທ່ານຍິ່ງໃຫຍ່ໃນເອຟະລາທາ ແລະ ມີຊື່ສຽງດີໃນເບັດເລເຮັມ.12ໂດຍຜ່ານທາງລູກຫລານທີ່ພຣະເຈົ້າຢາເວຈະມອບໃຫ້ແກ່ທ່ານຈາກຍິງສາວຄົນນີ້, ຂໍໃຫ້ຄອບຄົວຂອງທ່ານເປັນເໝືອນດັ່ງຄອບຄົວຂອງເປເຣັດ, ເຊິ່ງນາງຕາມາໄດ້ກຳເນີດລູກໃຫ້ແກ່ຢູດາ”.
ນາງນາໂອມີໄດ້ຮັບລູກຊາຍ
13ດັ່ງນັ້ນ ໂບອາດຈຶ່ງໄດ້ຮັບເອົານາງຣຸດມາ ແລະ ນາງຈຶ່ງກາຍເປັນເມຍຂອງເພິ່ນ. ເມື່ອໂບອາດໄດ້ສະແດງຄວາມຮັກຕໍ່ນາງ, ພຣະເຈົ້າຢາເວຈຶ່ງໃຫ້ນາງຖືພາ ແລະ ເກີດລູກຊາຍຄົນໜຶ່ງ.14ພວກແມ່ຍິງໄດ້ເວົ້າກັບນາງນາໂອມີວ່າ: “ສັນລະເສີນພຣະເຈົ້າຢາເວ, ຜູ້ທີ່ໃນມື້ນີ້ບໍ່ໄດ້ປະໃຫ້ເຈົ້າປາດສະຈາກຍາດພີ່ນ້ອງທີ່ມີສິດໄຖ່. ຂໍໃຫ້ລາວມີຊື່ສຽງຊ່າລືທົ່ວອິດສະຣາເອນ!15ລາວຈະຟື້ນຟູຊີວິດຂອງເຈົ້າ ແລະ ຄ້ຳຊູເຈົ້າໃນຍາມທີ່ເຈົ້າເຖົ້າແກ່. ເພາະລູກໄພ້ຂອງເຈົ້າ, ຜູ້ທີ່ຮັກເຈົ້າ ແລະ ຜູ້ທີ່ດີຕໍ່ເຈົ້າຫລາຍກວ່າລູກຊາຍເຈັດຄົນທີ່ໄດ້ໃຫ້ກຳເນີດ”.16ນາງນາໂອມີກໍໄດ້ອູ້ມເດັກນ້ອຍໄວ້ໃນແຂນຂອງຕົນ ແລະ ລ້ຽງດູລາວ.17ຜູ້ຍິງທີ່ອາໄສຢູ່ທີ່ນັ້ນໄດ້ເວົ້າວ່າ, “ນາງນາໂອມີມີລູກຊາຍ!” ແລະ ພວກເຂົາໄດ້ຕັ້ງຊື່ໃຫ້ເດັກນ້ອຍນັ້ນວ່າໂອເບັດ. ໂອເບັດເປັນພໍ່ຂອງເຢຊີ, ເຊິ່ງເປັນພໍ່ຂອງດາວິດ.ເຊື້ອສາຍຂອງດາວິດ
18ລຳດັບເຊື້ອສາຍຂອງເປເຣັດມີດັ່ງນີ້:ເປເຣັດເປັນພໍ່ຂອງເຮຊະໂຣນ19ເຮຊະໂຣນເປັນພໍ່ຂອງຣາມ ຣາມເປັນພໍ່ຂອງອຳມີນາດາບ20ອຳມີນາດາບເປັນພໍ່ຂອງນາໂຊນ ນາໂຊນເປັນພໍ່ຂອງຊານໂມນ 21ຊານໂມນເປັນພໍ່ຂອງໂບອາດ ໂບອາດເປັນພໍ່ຂອງໂອເບັດ22ໂອເບັດເປັນພໍ່ຂອງເຢຊີ ແລະ ເຢຊີເປັນພໍ່ຂອງດາວິດ.
Biblica, Inc.