ນາງຣຸດ3
ນາງຣຸດ ແລະ ໂບອາດທີ່ລານຟາດເຂົ້າ
1ມື້ໜຶ່ງນາງນາໂອມີຜູ້ເປັນແມ່ຍ່າຂອງນາງຣຸດ ກໍໄດ້ເວົ້າກັບນາງຣຸດວ່າ, “ລູກຂອງແມ່, ແມ່ຈະຕ້ອງຫາເຮືອນໃຫ້ລູກ, ຄືບ່ອນທີ່ລູກຈະໄດ້ຮັບການລ້ຽງດູເປັນຢ່າງດີ.2ບັດນີ້ ໂບອາດ, ຄົນທີ່ລູກໄດ້ໄປເຮັດວຽກກັບຄົນງານແມ່ຍິງຂອງເພິ່ນນັ້ນ ເປັນຍາດພີ່ນ້ອງຂອງພວກເຮົາ. ຄືນນີ້ເພິ່ນຈະມາຟາດເຂົ້າບາເລຢູ່ທີ່ລານຟາດເຂົ້າ.3ຈົ່ງອາບນ້ຳ, ທານ້ຳຫອມ ແລະ ນຸ່ງເຄື່ອງໂຕທີ່ດີທີ່ສຸດ. ຫລັງຈາກນັ້ນກໍໄປທີ່ລານຟາດເຂົ້າ, ແຕ່ຢ່າໃຫ້ເພິ່ນຮູ້ວ່າລູກຢູ່ທີ່ນັ້ນຈົນກວ່າເພິ່ນຈະກິນ ແລະ ດື່ມແລ້ວ.4ເມື່ອເພິ່ນນອນລົງ, ຈົ່ງສັງເກດເບິ່ງວ່າເພິ່ນນອນຢູ່ບ່ອນໃດ. ແລ້ວຈົ່ງໄປ ແລະ ເປີດຜ້າຫົ່ມທີ່ຕີນຂອງເພິ່ນຂຶ້ນ ແລະ ນອນລົງຢູ່ທີ່ນັ້ນ. ເພິ່ນຈະບອກລູກວ່າຈະໃຫ້ເຮັດຫຍັງ”.5ນາງຣຸດໄດ້ຕອບວ່າ, “ລູກຈະເຮັດທຸກສິ່ງຕາມທີ່ແມ່ບອກ”.6ດັ່ງນັ້ນ ນາງຣຸດຈຶ່ງໄດ້ລົງໄປທີ່ລານຟາດເຂົ້າ ແລະ ໄດ້ເຮັດຕາມທີ່ແມ່ຍ່າບອກຕົນທຸກສິ່ງ.7ເມື່ອໂບອາດໄດ້ກິນ ແລະ ດື່ມຈົນອິ່ມໜຳສຳລານແລ້ວ ເພິ່ນຈຶ່ງໄປນອນລົງຢູ່ຂ້າງກອງເຂົ້າ, ນາງຣຸດຈຶ່ງຄ່ອຍຢ່ອງເຂົ້າໄປຢ່າງງຽບໆ, ເປີດຜ້າຫົ່ມທີ່ຕີນຂອງໂບອາດຂຶ້ນ ແລະ ນອນລົງຢູ່ທີ່ນັ້ນ.8ໃນຕອນທ່ຽງຄືນມີບາງຢ່າງເຮັດໃຫ້ຊາຍຄົນນັ້ນຕົກໃຈ; ເພິ່ນໄດ້ຫລຽວເບິ່ງ ແລະ ມີແມ່ຍິງກຳລັງນອນຢູ່ທີ່ຕີນຂອງຕົນ!9ເພິ່ນໄດ້ຖາມວ່າ, “ເຈົ້າແມ່ນຜູ້ໃດ?”ນາງຣຸດຕອບວ່າ, “ຂ້ານ້ອຍແມ່ນຣຸດຜູ້ຮັບໃຊ້ຂອງທ່ານ. ຂໍໂຜດພືເສື້ອຂອງທ່ານຄຸມໂຕຂອງຂ້ານ້ອຍດ້ວຍ, ເພາະທ່ານເປັນຍາດພີ່ນ້ອງໃກ້ຊິດ ເຊິ່ງຈະຊ່ວຍໄຖ່ຖອນພວກຂ້ານ້ອຍໄດ້”.10ໂບອາດໄດ້ຕອບວ່າ, “ລູກສາວ, ຂໍພຣະເຈົ້າຢາເວອວຍພອນເຈົ້າ”. “ຄັ້ງນີ້ເຈົ້າໄດ້ສະແດງນ້ຳໃຈຕໍ່ນາໂອມີຫລາຍກວ່າຄັ້ງກ່ອນ ຄືເຈົ້າບໍ່ໄດ້ເລືອກຊາຍໜຸ່ມ, ບໍ່ວ່າຈະຮັ່ງມີ ຫລື ທຸກຍາກ.11ແລະ ບັດນີ້, ລູກສາວ, ຢ່າຢ້ານເລີຍ, ຂ້ອຍຈະເຮັດຕາມທີ່ເຈົ້າຂໍທຸກຢ່າງ. ພີ່ນ້ອງຊາວເມືອງທຸກຄົນຕ່າງກໍຮູ້ວ່າເຈົ້າເປັນຍິງທີ່ມີຈິດໃຈງາມ.12ເຖິງແມ່ນວ່າຂ້ອຍເປັນຜູ້ທີ່ຊ່ວຍໄຖ່ຖອນຄອບຄົວຂອງເຈົ້າໄດ້ກໍຈິງ ແຕ່ກໍມີອີກຄົນໜຶ່ງທີ່ເປັນຍາດພີ່ນ້ອງໃກ້ຊິດຫລາຍກວ່າຂ້ອຍ.13ຈົ່ງນອນຢູ່ທີ່ນີ້ຄືນນີ້ ແລະ ໃນຕອນເຊົ້າ ຖ້າລາວຢາກເຮັດໜ້າທີ່ຂອງລາວໃນການໄຖ່ຖອນຂອງເຈົ້າ, ກໍດີແລ້ວ; ໃຫ້ລາວໄຖ່ຖອນເອົາເຈົ້າ. ແຕ່ຖ້າລາວບໍ່ເຕັມໃຈ, ຕາບໃດທີ່ພຣະເຈົ້າຢາເວດຳລົງຢູ່ ຂ້ອຍກໍຈະເຮັດໜ້າທີ່ນີ້ຢ່າງແນ່ນອນ. ຈົ່ງນອນຢູ່ທີ່ນີ້ຈົນກວ່າຈະເຖິງເຊົ້າ”.14ດັ່ງນັ້ນ ນາງຈຶ່ງນອນຢູ່ທີ່ຕີນຂອງເພິ່ນຈົນເຖິງເຊົ້າ, ແຕ່ໄດ້ຕື່ນຂຶ້ນກ່ອນທີ່ຈະມີຄົນສັງເກດເຫັນ ແລະ ໂບອາດໄດ້ເວົ້າວ່າ, “ຢ່າໃຫ້ຜູ້ໃດຮູ້ວ່າມີຍິງຄົນໜຶ່ງໄດ້ມາທີ່ລານຟາດເຂົ້ານີ້”.15ເພິ່ນຍັງໄດ້ເວົ້າອີກວ່າ, “ຈົ່ງເອົາຜ້າທີ່ເຈົ້າຄຸມບ່າຢູ່ນັ້ນມາໃຫ້ຂ້ອຍ ແລະ ພືຜ້ານັ້ນອອກ”. ເມື່ອນາງເຮັດຕາມ, ເພິ່ນກໍໄດ້ຖອກເຂົ້າບາເລຈຳນວນ 6 ເຄື່ອງຜອງໃສ່ໃນຜ້ານັ້ນ ແລະ ຍົກໃຫ້ນາງແບກໄປ. ຫລັງຈາກນັ້ນ ເພິ່ນ ກໍກັບເຂົ້າໄປໃນເມືອງ.16ເມື່ອນາງຣຸດກັບມາຫາແມ່ຍ່າຂອງຕົນ, ນາງນາໂອມີໄດ້ຖາມວ່າ, “ເປັນຢ່າງໃດ, ລູກຂອງແມ່?”
ຫລັງຈາກນັ້ນ ນາງກໍໄດ້ເລົ່າທຸກສິ່ງທີ່ໂບອາດໄດ້ເຮັດກັບຕົນໃຫ້ນາງນາໂອມີຟັງ17ແລະ ຍັງເວົ້າອີກວ່າ, “ເພິ່ນໄດ້ມອບເຂົ້າບາເລຈຳນວນ 6 ເຄື່ອງຜອງໃຫ້ແກ່ລູກ, ໂດຍເວົ້າວ່າ, ‘ຢ່າກັບໄປຫາແມ່ຍ່າຂອງເຈົ້າດ້ວຍມືເປົ່າເລີຍ’ ”.18ຫລັງຈາກນັ້ນ ນາງນາໂອມີກໍໄດ້ເວົ້າວ່າ, “ຈົ່ງລໍຖ້າ, ລູກຂອງແມ່, ຈົນກວ່າເຈົ້າຈະຮູ້ວ່າເລື່ອງນີ້ຈະເປັນໄປຢ່າງໃດ. ເພາະໂບອາດຈະບໍ່ຢູ່ເສີຍຈົນກວ່າຈະຈັດການເລື່ອງນີ້ໃຫ້ຮຽບຮ້ອຍໃນວັນນີ້”.
Biblica, Inc.