ນາງຣຸດ2
ນາງຣຸດໄດ້ພົບໂບອາດຢູໃນທົ່ງນາ
1ບັດນີ້ ນາງນາໂອມີນັ້ນມີຍາດພີ່ນ້ອງຝ່າຍຜົວຄົນໜຶ່ງ, ເຊິ່ງມີຖານະດີຢູ່ໃນຕະກຸນດຽວກັນກັບເອລີເມເຫລັກ, ລາວຊື່ໂບອາດ.2ຝ່າຍນາງຣຸດ ທີ່ເປັນຍິງສາວຊາວໂມອາບໄດ້ເວົ້າກັບນາງນາໂອມີວ່າ, “ໃຫ້ລູກເຂົ້າໄປທົ່ງນາ ແລະ ລໍຖ້າເກັບເອົາຮວງເຂົ້າທີ່ຕົກຕາມຫລັງຜູ້ທີ່ມີໃຈເມດຕາຕໍ່ລູກ”.ນາງນາໂອມີໄດ້ຕອບວ່າ, “ຈົ່ງໄປເລີຍລູກ”.3ດັ່ງນັ້ນ ນາງຣຸດຈຶ່ງອອກໄປ, ເຂົ້າໄປໃນນາ ແລະ ເລີ່ມເກັບເອົາຮວງເຂົ້າທີ່ຕົກເຮ່ຍຕາມຫລັງຄົນກ່ຽວເຂົ້າ. ປາກົດວ່າ, ທົ່ງນາທີ່ນາງຣຸດເຂົ້າໄປນັ້ນເປັນຂອງໂບອາດ, ເຊິ່ງເປັນຄົນຕະກຸນດຽວກັນກັບເອລີເມເຫລັກ.4ຂະນະນັ້ນໂບອາດຫາກໍກັບມາຈາກເບັດເລເຮັມ ແລະ ໄດ້ກ່າວທັກທາຍຄົນກ່ຽວເຂົ້າວ່າ, “ຂໍພຣະເຈົ້າຢາເວສະຖິດຢູ່ກັບພວກເຈົ້າ!”
ພວກເຂົາໄດ້ຕອບວ່າ, “ຂໍພຣະເຈົ້າຢາເວອວຍພອນທ່ານ!”5ໂບອາດຖາມຫົວໜ້າຄົນງານກ່ຽວເຂົ້າວ່າ, “ຍິງສາວຄົນນັ້ນເປັນຄົນຂອງຜູ້ໃດ?”6ຫົວໜ້າຄົນງານໄດ້ຕອບວ່າ, “ນາງແມ່ນຍິງຊາວໂມອາບທີ່ກັບມາຈາກໂມອາບພ້ອມກັບນາງນາໂອມີ.7ນາງໄດ້ເວົ້າວ່າ ‘ຂໍອະນຸຍາດໃຫ້ຂ້ອຍເກັບຮວງເຂົ້າທີ່ຕົກເຮ່ຍຕາມຫລັງຄົນກ່ຽວເຂົ້າດ້ວຍ’. ນາງໄດ້ເຂົ້າມາທີ່ທົ່ງນາ ແລະ ຢູ່ທີ່ນີ້ຕັ້ງແຕ່ເຊົ້າຈົນຮອດດຽວນີ້, ມີແຕ່ຢຸດພັກຢູ່ກ້ອງຮົ່ມໄມ້ໜ້ອຍໜຶ່ງ”.8ໂບອາດຈຶ່ງໄດ້ເວົ້າກັບນາງຣຸດວ່າ, “ລູກເອີຍ, ຈົ່ງຟັງຂ້ອຍ. ບໍ່ຕ້ອງໄປ ແລະ ເກັບເຂົ້າໃນນາອື່ນ ແລະ ບໍ່ຕ້ອງໄປຈາກທີ່ນີ້. ຈົ່ງຢູ່ທີ່ນີ້ກັບຄົນງານຜູ້ຍິງທີ່ເຮັດວຽກໃຫ້ຂ້ອຍ.9ເບິ່ງທີ່ທົ່ງນາບ່ອນທີ່ຄົນກຳລັງກ່ຽວເຂົ້າຢູ່ນັ້ນ ແລະ ຕິດຕາມພວກແມ່ຍິງ. ຂ້ອຍໄດ້ສັ່ງພວກຜູ້ຊາຍໄວ້ແລ້ວບໍ່ໃຫ້ມາວຸ້ນວາຍກັບເຈົ້າ ແລະ ເມື່ອໃດທີ່ເຈົ້າຫິວນ້ຳ, ກໍຈົ່ງໄປດື່ມຈາກໄຫນ້ຳທີ່ພວກຜູ້ຊາຍໄດ້ຕັກໄວ້”.10ນາງຣຸດຈຶ່ງກົ້ມໜ້າຂອງຕົນລົງທີ່ພື້ນ. ນາງໄດ້ຖາມວ່າ, “ດ້ວຍເຫດໃດຂ້ານ້ອຍຈຶ່ງເປັນທີ່ພໍໃຈໃນສາຍຕາຂອງທ່ານຢ່າງນີ້ ທັງທີ່ຂ້ານ້ອຍກໍເປັນພຽງຄົນຕ່າງຊາດ?”11ໂບອາດໄດ້ຕອບວ່າ, “ຂ້ອຍໄດ້ຍິນທຸກຢ່າງກ່ຽວກັບເຈົ້າ ທີ່ເຈົ້າໄດ້ເຮັດຕໍ່ແມ່ຍ່າຂອງເຈົ້າ ຕັ້ງແຕ່ຜົວຂອງເຈົ້າຕາຍໄປ ທັງຮູ້ເຖິງການທີ່ເຈົ້າຈາກພໍ່ແມ່ ແລະ ບ້ານເກີດເມືອງນອນຂອງເຈົ້າ ແລະ ມາອາໄສຢູ່ກັບຄົນທີ່ເຈົ້າບໍ່ເຄີຍຮູ້ຈັກມາກ່ອນ.12ຂໍພຣະເຈົ້າຢາເວຕອບແທນທຸກສິ່ງທີ່ເຈົ້າໄດ້ເຮັດນັ້ນ. ຂໍໃຫ້ເຈົ້າໄດ້ຮັບລາງວັນອັນອຸດົມຈາກພຣະເຈົ້າຢາເວ, ຄືພຣະເຈົ້າແຫ່ງອິດສະຣາເອນ, ຜູ້ທີ່ເຈົ້າເຂົ້າມາລີ້ໄພຢູ່ໃຕ້ປີກຂອງພຣະອົງ ”.13ນາງຣຸດຈຶ່ງເວົ້າວ່າ, “ເຈົ້ານາຍຂອງຂ້ານ້ອຍ, ຂໍໃຫ້ຂ້ານ້ອຍເປັນທີ່ພໍໃຈຂອງທ່ານຕໍ່ໄປ ທ່ານໄດ້ປອບໃຈຂ້ານ້ອຍ ແລະ ເວົ້າກັບຂ້ານ້ອຍທີ່ເປັນຜູ້ຮັບໃຊ້ຂອງທ່ານຢ່າງກະລຸນາ ທັງທີ່ຂ້ານ້ອຍກໍບໍ່ໄດ້ເປັນຄົນງານຂອງທ່ານ”.14ເມື່ອເຖິງເວລາກິນເຂົ້າ ໂບອາດກໍໄດ້ເວົ້າກັບນາງວ່າ, “ຈົ່ງມາທາງນີ້. ມາກິນເຂົ້າຈີ່ ແລະ ເອົາເຂົ້າຈີ່ຈ້ຳເຫລົ້າອະງຸ່ນ”.
ຂະນະທີ່ນາງນັ່ງຮ່ວມວົງກັບບັນດາຄົນກ່ຽວເຂົ້າ, ໂບອາດໄດ້ຍື່ນເຂົ້າຂົ້ວຈຳນວນໜຶ່ງໃຫ້ນາງ. ນາງໄດ້ກິນຕາມຄວາມຕ້ອງການຂອງນາງຈົນອິ່ມ ແລະ ຍັງເຫລືອຢູ່ຈໍານວນໜຶ່ງ.15ເມື່ອນາງລຸກຂຶ້ນໄປເກັບເຂົ້າອີກ, ໂບອາດກໍໄດ້ສັ່ງຄົນງານຂອງຕົນວ່າ, “ປ່ອຍໃຫ້ນາງເກັບເອົາເຂົ້າຈາກຟ່ອນເຂົ້າ ແລະ ຢ່າຕຳໜິນາງ.16ຈົ່ງດຶງຮວງເຂົ້າອອກຈາກມັດຖິ້ມລົງໃຫ້ນາງດ້ວຍ ແລະ ປະຮວງເຂົ້າໄວ້ໃຫ້ນາງເກັບເອົາ ແລະ ຢ່າຮ້າຍນາງ”.17ດັ່ງນັ້ນ ນາງຣຸດຈຶ່ງໄດ້ເກັບເອົາເຂົ້າທີ່ຢູ່ໃນນາຈົນຮອດຄໍ່າ. ຫລັງຈາກນັ້ນ ນາງກໍໄດ້ຟາດເຂົ້າທີ່ເກັບມາ ແລະ ໄດ້ເຂົ້າປະມານ 1 ເອຟາ. 18ນາງນຳເອົາເຂົ້ານັ້ນກັບໄປໃນເມືອງ ແລະ ແມ່ຍ່າກໍຂອງລາວເຫັນວ່າລາວເກັບເຂົ້າໄດ້ຫລາຍ. ນາງຣຸດຍັງໄດ້ນຳເອົາອາຫານທີ່ເຫລືອຫລັງຈາກທີ່ນາງກິນຈົນພໍແລ້ວນັ້ນອອກມາ ແລະ ໃຫ້ແມ່ຍ່າດ້ວຍ.19ແມ່ຍ່າຂອງນາງໄດ້ຖາມນາງວ່າ, “ມື້ນີ້ລູກໄປເກັບເຂົ້າຢູ່ໃສ? ລູກໄປເຮັດວຽກຢູ່ໃສ? ຂໍພຣະເຈົ້າອວຍພອນຄົນນັ້ນທີ່ໃຈດີຕໍ່ລູກ!”
ນາງຣຸດຈຶ່ງໄດ້ເລົ່າໃຫ້ແມ່ຍ່າຂອງຕົນຟັງກ່ຽວກັບບ່ອນທີ່ຕົນໄດ້ໄປເຮັດວຽກນັ້ນ. ນາງເວົ້າວ່າ, “ເຈົ້າຂອງນາທີ່ລູກໄປເຮັດວຽກມື້ນີ້ມີຊື່ວ່າໂບອາດ”.20ນາງນາໂອມີຈຶ່ງເວົ້າກັບລູກໃພ້ຂອງຕົນວ່າ, “ຂໍພຣະເຈົ້າຢາເວອວຍພອນເພິ່ນດ້ວຍ! ພຣະອົງບໍ່ໄດ້ຢຸດໃນການສະແດງຄວາມເມດຕາປານີຕໍ່ຄົນທີ່ຍັງມີຊີວິດຢູ່ ແລະ ຄົນທີ່ຕາຍໄປແລ້ວ. ນາງນາໂອມີຍັງເວົ້າຕື່ມອີກວ່າ, ຊາຍຄົນນີ້ເປັນຍາດພີ່ນ້ອງໃກ້ຊິດຄົນໜຶ່ງຂອງພວກເຮົາ, ເພິ່ນເປັນຜູ້ໜຶ່ງທີ່ຈະຊ່ວຍໄຖ່ພວກເຮົາຄືນໄດ້”.21ດັ່ງນັ້ນ ນາງຣຸດຍິງສາວຊາວໂມອາບຈຶ່ງໄດ້ເວົ້າວ່າ, “ເພິ່ນຍັງໄດ້ເວົ້າກັບລູກວ່າ, ‘ຈົ່ງຢູ່ກັບຄົນງານຂອງຂ້ອຍຈົນກວ່າພວກເຂົາຈະເກັບກ່ຽວເຂົ້າທັງໝົດຂອງຂ້ອຍແລ້ວ’ ”.22ນາງນາໂອມີໄດ້ເວົ້າກັບນາງຣຸດລູກໃພ້ຂອງຕົນວ່າ, “ລູກແມ່, ມັນເປັນການດີຕໍ່ເຈົ້າ, ໃນການໄປກັບຄົນງານແມ່ຍິງທີ່ເຮັດວຽກໃຫ້ລາວ, ເພາະຖ້າໄປຢູ່ໃນນາຂອງຄົນອື່ນ ລູກອາດໄດ້ຮັບອັນຕະລາຍ”.23ດັ່ງນັ້ນ ນາງຣຸດຈຶ່ງໄດ້ເກັບເຂົ້າຢູ່ກັບຄົນງານແມ່ຍິງຂອງໂບອາດຈົນເກັບກ່ຽວເຂົ້າບາເລ ແລະ ເຂົ້າຫວີດແລ້ວ. ແລ້ວນາງກໍໄດ້ອາໄສຢູ່ກັບແມ່ຍ່າຂອງຕົນ.
Biblica, Inc.