ນາງຣຸດ1
ນາງນາໂອມີ ແລະ ນາງຣຸດ
1ໃນສະໄໝທີ່ບັນດາຜູ້ປົກຄອງໄດ້ປົກຄອງ, ມີການອຶດຢາກອາຫານເກີດຂຶ້ນໃນແຜ່ນດິນນັ້ນ. ດັ່ງນັ້ນ ຈຶ່ງມີຊາຍຄົນໜຶ່ງຈາກເບັດເລເຮັມໃນເຂດຢູດາຍ, ພ້ອມດ້ວຍເມຍຂອງລາວ ແລະ ລູກຊາຍສອງຄົນ ໄດ້ໄປອາໄສຢູ່ໃນດິນແດນໂມອາບຊົ່ວໄລຍະໜຶ່ງ.2ຊາຍຄົນນັ້ນມີຊື່ວ່າເອລີເມເຫລັກ, ເມຍຂອງລາວຊື່ວ່ານາໂອມີ ແລະ ລູກຊາຍຂອງລາວສອງຄົນຊື່ມາໂລນ ແລະ ກີລີໂອນ. ພວກເຂົາເປັນຄົນເອຟຣັດ ເຊິ່ງມາຈາກເບັດເລເຮັມ, ໃນແຂວງຢູດາຍ. ແລ້ວພວກເຂົາກໍໄດ້ໄປທີ່ໂມອາບ ແລະ ໄດ້ອາໄສຢູ່ທີ່ນັ້ນ.3ຕໍ່ມາ ເອລີເມເຫລັກ, ເຊິ່ງເປັນຜົວຂອງນາໂອມີ, ກໍໄດ້ຕາຍໄປ ແລະ ນາງຈຶ່ງຢູ່ຕາມລໍາພັງກັບລູກຊາຍທັງສອງຂອງນາງ.4ພວກເຂົາໄດ້ແຕ່ງງານກັບຍິງຊາວໂມອາບ, ຄົນໜຶ່ງຊື່ວ່າໂອປາ ແລະ ອີກຄົນໜຶ່ງຊື່ວ່າຣຸດ. ຫລັງຈາກທີ່ພວກເຂົາໄດ້ອາໄສຢູ່ທີ່ນັ້ນເປັນເວລາສິບປີ,5ທັງມາໂລນ ແລະ ກີລີໂອນກໍໄດ້ຕາຍໄປເໝືອນກັນ ແລະ ນາງນາໂອມີຈຶ່ງຢູ່ຜູ້ດຽວໂດຍບໍ່ມີລູກທັງສອງ ແລະ ຜົວຂອງນາງ.ນາງນາໂອມີ ແລະ ນາງຣຸດກັບຄືນໄປທີ່ເບັດເລເຮັມ
6ເມື່ອຢູ່ໃນໂມອາບ ນາງນາໂອມີກໍໄດ້ຍິນວ່າພຣະເຈົ້າຢາເວໄດ້ມາຊ່ວຍປະຊາຊົນຂອງພຣະອົງ ໂດຍຈັດຕຽມອາຫານສໍາລັບພວກເຂົາ, ນາງນາໂອມີ ແລະ ລູກໃພ້ທັງສອງຂອງນາງກໍຕຽມຕົວເດີນທາງອອກຈາກທີ່ນັ້ນເພື່ອກັບຄືນບ້ານ.7ນາງນາໂອມີ ແລະ ລູກໃພ້ສອງຄົນກໍໄດ້ອອກຈາກບ່ອນທີ່ນາງເຄີຍອາໄສຢູ່ ແລະ ອອກເດີນທາງໄປຕາມຖະໜົນທີ່ຈະພາພວກເຂົາກັບໄປທີ່ດິນແດນຢູດາຍ.8ແລ້ວນາງນາໂອມີກໍໄດ້ເວົ້າກັບລູກໃພ້ທັງສອງຂອງຕົນວ່າ, “ໃຫ້ພວກເຈົ້າແຕ່ລະຄົນກັບໄປ, ໄປຍັງບ້ານແມ່ຂອງພວກເຈົ້າ. ຂໍພຣະເຈົ້າຢາເວສະແດງຄວາມເມດຕາແກ່ພວກເຈົ້າ, ເໝືອນດັ່ງທີ່ພວກເຈົ້າໄດ້ສະແດງຄວາມເມດຕາຕໍ່ຜົວຂອງພວກເຈົ້າຜູ້ທີ່ໄດ້ຕາຍໄປແລ້ວ ແລະ ຕໍ່ເຮົາ.9ຂໍພຣະເຈົ້າຢາເວອວຍພອນໃຫ້ພວກເຈົ້າແຕ່ລະຄົນໄດ້ແຕ່ງງານມີຜົວອີກ”.ແລ້ວນາງກໍໄດ້ຈູບລາພວກເຂົາ ແລະ ພວກເຂົາກໍຮ້ອງໄຫ້ສຽງດັງ.10ແລະ ເວົ້າກັບນາງວ່າ, “ພວກເຮົາຈະກັບໄປກັບແມ່ ໄປຫາຍາດພີ່ນ້ອງຂອງແມ່”.11ແຕ່ນາງນາໂອມີໄດ້ຕອບວ່າ, “ລູກ, ຈົ່ງກັບເມືອເຮືອນ. ເປັນຫຍັງພວກເຈົ້າຈຶ່ງຈະໄປກັບແມ່? ແມ່ຈະມີລູກຊາຍທີ່ຈະໃຫ້ເປັນຜົວຂອງພວກເຈົ້າໄດ້ອີກບໍ?12ລູກ, ຈົ່ງກັບໄປຍັງເຮືອນ; ແມ່ເອງກໍເຖົ້າແກ່ເກີນກວ່າຈະມີຜົວອີກ. ເຖິງແມ່ນແມ່ຄິດວ່າຍັງມີຄວາມຫວັງສໍາລັບແມ່ຢູ່ ເຖິງແມ່ນວ່າແມ່ຈະໄດ້ຜົວໃນຄືນນີ້ ແລະ ມີລູກຊາຍຫລາຍຄົນ.13ພວກເຈົ້າຈະລໍຖ້າໃຫ້ພວກເຂົາໃຫຍ່ຂຶ້ນມາບໍ? ພວກເຈົ້າຍັງຄົງເປັນໂສດສໍາລັບພວກເຂົາຢູ່ບໍ? ລູກ, ຢ່າເລີຍ. ມັນຈະມີຄວາມຂົມຂື່ນສໍາລັບແມ່ຫລາຍກວ່າສໍາລັບພວກເຈົ້າ, ເພາະມືຂອງພຣະເຈົ້າຢາເວໄດ້ຫັນມາຕໍ່ສູ້ແມ່!”14ແລ້ວພວກເຂົາກໍຮ້ອງໄຫ້ສຽງດັງອີກ. ຫລັງຈາກນັ້ນ ນາງໂອປາຈຶ່ງໄດ້ຈູບລາແມ່ຍ່າຂອງຕົນ, ແຕ່ນາງຣຸດໄດ້ຈ່ອງລາວໄວ້.15ນາງນາໂອມີໄດ້ເວົ້າກັບນາງຣຸດວ່າ, “ເບິ່ງແມ, ເອື້ອຍໃພ້ຂອງເຈົ້າກໍກຳລັງກັບໄປຫາຍາດພີ່ນ້ອງຂອງລາວ ແລະ ພະທັງຫລາຍຂອງລາວ. ຈົ່ງກັບໄປກັບນາງ”.16ແຕ່ນາງຣຸດໄດ້ຕອບວ່າ, “ຂໍຢ່າຮຽກຮ້ອງໃຫ້ລູກໄປຈາກແມ່ ຫລື ຫັນໜີໄປຈາກແມ່ເລີຍ. ແມ່ໄປໃສລູກກໍຈະໄປນໍາ ແລະ ແມ່ຢູ່ໃສລູກກໍຈະຢູ່ນໍາ. ຍາດພີ່ນ້ອງຂອງແມ່ກໍຈະເປັນຍາດພີ່ນ້ອງຂອງລູກ ແລະ ພຣະເຈົ້າຂອງແມ່ກໍຈະເປັນພຣະເຈົ້າຂອງລູກ.17ແມ່ຕາຍຢູ່ໃສລູກກໍຈະຕາຍທີ່ນັ້ນດ້ວຍ ແລະ ຂໍໃຫ້ຖືກຝັງຢູ່ໃນທີ່ນັ້ນ. ຖ້າລູກຍອມໃຫ້ມີສິ່ງໃດມາແຍກແມ່ ແລະ ລູກອອກຈາກກັນ, ນອກຈາກຄວາມຕາຍແລ້ວ ກໍຂໍພຣະເຈົ້າຢາເວຈັດການກັບລູກຢ່າງໜັກ”.18ເມື່ອນາງນາໂອມີເຫັນວ່ານາງຣຸດຕັ້ງໃຈໄປກັບຕົນແທ້, ນາງຈຶ່ງຢຸດຂໍຮ້ອງນາງຣຸດ.19ດັ່ງນັ້ນ ຍິງທັງສອງຈຶ່ງເດີນທາງໄປຈົນພວກເຂົາໄດ້ມາເຖິງເບັດເລເຮັມ. ເມື່ອພວກເຂົາໄດ້ມາຮອດເບັດເລເຮັມແລ້ວ, ທົ່ວທັງເມືອງພາກັນຕື່ນເຕັ້ນເພາະພວກເຂົາ, ພວກແມ່ຍິງຖາມກັນວ່າ, “ນີ້ແມ່ນນາງນາໂອມີແທ້ໆບໍ?”20ນາງນາໂອມີໄດ້ຕອບວ່າ, “ຂໍຢ່າເອີ້ນຂ້ອຍວ່ານາໂອມີ. ຂໍໃຫ້ເອີ້ນຂ້ອຍວ່າມາຣາ, ເພາະວ່າອົງຜູ້ມີລິດອຳນາດຍິ່ງໃຫຍ່ໄດ້ເຮັດໃຫ້ຊີວິດຂອງຂ້ອຍຂົມຂື່ນຫລາຍ.21ຂ້ອຍມີທຸກຢ່າງຄົບບໍລິບູນເມື່ອຈາກເມືອງນີ້ໄປ, ແຕ່ພຣະເຈົ້າຢາເວໄດ້ນຳຂ້ອຍກັບມາມືເປົ່າ. ເປັນຫຍັງຈຶ່ງເອີ້ນຂ້ອຍວ່ານາໂອມີ? ໃນເມື່ອພຣະເຈົ້າຢາເວໄດ້ເຮັດໃຫ້ຂ້ອຍເຈັບປວດ ແລະ ອົງຍິ່ງໃຫຍ່ໄດ້ນໍາເອົາເຄາະຮ້າຍມາສູ່ຂ້ອຍ”.22ດັ່ງນັ້ນ ເວລາທີ່ນາງນາໂອມີກັບມາຈາກໂມອາບ ໂດຍມີນາງຣຸດລູກໃພ້ຊາວໂມອາບມານໍາ, ພວກເຂົາມາຮອດເບັດເລເຮັມກົງກັບຕົ້ນລະດູເກັບກ່ຽວເຂົ້າບາເລ.
Biblica, Inc.