ພວກຜູ້ປົກຄອງ21
ການຫາເມຍໃຫ້ຊາວເບັນຢາມິນ
1ຊາວອິດສະຣາເອນໄດ້ສາບານທີ່ເມືອງມີຊະປາວ່າ “ບໍ່ມີຜູ້ໃດຈັກຄົນໃນພວກເຮົາທີ່ຈະໃຫ້ລູກສາວຂອງຕົນແຕ່ງງານກັບຊາວເບັນຢາມິນ”.2ປະຊາຊົນອິດສະຣາເອນໄດ້ຂຶ້ນໄປທີ່ເບັດເອນ, ເຊິ່ງພວກເຂົານັ່ງປະຊຸມຕໍ່ໜ້າພຣະເຈົ້າຈົນຮອດຄໍ່າ, ພວກເຂົາຮ້ອງໄຫ້ຢ່າງຂົມຂື່ນ.3ແລ້ວພວກເຂົາຖາມວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນ,” “ເປັນຫຍັງສິ່ງນີ້ຈຶ່ງເກີດຂຶ້ນກັບອິດສະຣາເອນ? ເປັນຫຍັງຈະຕ້ອງມີເຜົ່າໜຶ່ງຂາດຫາຍໄປຈາກອິດສະຣາເອນໃນວັນນີ້?”4ຕອນເຊົ້າມື້ຕໍ່ມາ ປະຊາຊົນກໍ່ສ້າງແທ່ນບູຊາຂຶ້ນ ແລະ ກໍໄດ້ຖວາຍເຄື່ອງເຜົາບູຊາ ແລະ ເຄື່ອງບູຊາເພື່ອຄວາມສາມັກຄີທຳ.5ແລ້ວ ຊາວອິດສະຣາເອນກໍຖາມກັນວ່າ, “ຍັງມີເຜົ່າໃດໃນຊາດອິດສະຣາເອນທີ່ບໍ່ໄດ້ໄປປະຊຸມຢູ່ຊ້ອງໜ້າພຣະເຈົ້າຢາເວ” ເພາະພວກເຂົາໄດ້ສາບານວ່າຜູ້ໃດບໍ່ມາປະຊຸມຕໍ່ໜ້າພຣະເຈົ້າຢາເວທີ່ມີຊະປາຈະຕ້ອງຖືກຂ້າ.6ຊາວອິດສະຣາເອນຮ້ອງໄຫ້ຄ່ຳຄວນໃຫ້ແກ່ພີ່ນ້ອງເຜົ່າເບັນຢາມິນຂອງພວກເຂົາ. ພວກເຂົາເວົ້າວ່າ, “ວັນນີ້ເຜົ່າໜຶ່ງຕ້ອງຖືກຕັດອອກຈາກອິດສະຣາເອນເສຍແລ້ວ.7ພວກເຮົາຈະຫາເມຍໃຫ້ພວກຄົນທີ່ຍັງເຫລືອຢູ່ໄດ້ຢ່າງໃດ, ເນື່ອງຈາກວ່າ ພວກເຮົາໄດ້ສາບານໄວ້ໂດຍອອກນາມຂອງພຣະເຈົ້າຢາເວວ່າ, ຈະບໍ່ຍອມເອົາລູກສາວຂອງພວກເຮົາໃຫ້ແຕ່ງງານກັບພວກເຂົາ?”8ແລ້ວພວກເຂົາກໍຖາມກັນວ່າ, “ມີເຜົ່າໃດໃນອິດສະຣາເອນທີ່ບໍ່ໄດ້ມາຮ່ວມປະຊຸມຕໍ່ໜ້າພຣະເຈົ້າຢາເວທີ່ມີຊະປາ?” ພວກເຂົາຈຶ່ງພົບວ່າບໍ່ມີຜູ້ໃດຈາກຢາເບັດກີເລອາດມາຕັ້ງຄ້າຍພັກ ເພື່ອຮ່ວມປະຊຸມນໍາຈັກຄົນເລີຍ.9ເພາະເມື່ອນັບຈໍານວນປະຊາຊົນ ແລ້ວ ບໍ່ມີຈັກຄົນມາຈາກຢາເບັດກີເລອາດຢູ່ທີ່ນັ້ນ.10ສະນັ້ນ ກອງປະຊຸມຈຶ່ງໄດ້ສົ່ງພວກທະຫານສິບສອງພັນຄົນອອກໄປພ້ອມທັງແນະນໍາໃຫ້ໄປທີ່ເມືອງຢາເບັດກີເລອາດ ແລະ ຂ້າພວກທີ່ອາໄສຢູ່ທີ່ນັ້ນ, ລວມທັງແມ່ຍິງ ແລະ ເດັກນ້ອຍ.11ພວກເຂົາເວົ້າວ່າ, “ນີ້ຄືສິ່ງທີ່ພວກເຈົ້າຕ້ອງເຮັດຄື ຈົ່ງຂ້າຜູ້ຊາຍ ແລະ ແມ່ຍິງທຸກຄົນທີ່ບໍ່ແມ່ນຍິງສາວພົມມະຈາລີ”.12ພວກເຂົາພົບວ່າຢູ່ທ່າມກາງຊາວຢາເບັດກີເລອາດມີຍິງສາວສີ່ຮ້ອຍຄົນທີ່ບໍ່ເຄີຍນອນກັບຜູ້ຊາຍມາກ່ອນ, ແລ້ວພວກເຂົາຈຶ່ງນຳເອົາພວກຍິງສາວເຫລົ່ານັ້ນມາທີ່ຄ້າຍພັກທີ່ຊີໂລໃນການາອານ.13ຫລັງຈາກນັ້ນ ຄົນທີ່ມາປະຊຸມທັງໝົດກໍສະເໜີໃຫ້ສ້າງສັນຕິໄປຫາຊາວເບັນຢາມິນທີ່ຢູ່ໂງ່ນຫີນຣິມໂມນ.14ດັ່ງນັ້ນ ຊາວເບັນຢາມິນຈຶ່ງໄດ້ກັບຄືນມາໃນເວລານັ້ນ ແລະ ໄດ້ຮັບເອົາຍິງສາວຊາວຢາເບັດກີເລອາດທີ່ໄດ້ລອດຊີວິດນັ້ນ. ແຕ່ຍິງສາວກໍຍັງບໍ່ພຽງພໍສຳລັບພວກເຂົາທຸກຄົນ.15ປະຊາຊົນກໍໂສກເສົ້າເສຍໃຈໃຫ້ກັບຊາວເບັນຢາມິນ, ເພາະພຣະເຈົ້າຢາເວໄດ້ເຮັດໃຫ້ເຜົ່າຕ່າງໆຂອງອິດສະຣາເອນເກີດຄວາມແຕກແຍກກັນ.16ແລ້ວບັນດາຜູ້ປົກຄອງໄດ້ປະຊຸມຫາລືກັນວ່າ, “ພວກເຮົາຈະເຮັດແນວໃດດີຈຶ່ງຈະຫາເມຍໃຫ້ກັບພວກຜູ້ຊາຍທີ່ຍັງເຫລືອຢູ່, ເນື່ອງຈາກວ່າ ແມ່ຍິງຊາວເບັນຢາມິນຕາຍໄປໝົດແລ້ວ?17ພວກເຂົາເວົ້າວ່າ, ບັນດາຊາວເບັນຢາມິນທີ່ລອດຊີວິດຈະຕ້ອງມີຜູ້ສືບຕະກຸນ ເພື່ອເຜົ່າໜຶ່ງຂອງຊາດອິດສະຣາເອນຈະບໍ່ສູນຫາຍໄປ.18ພວກເຮົາເອົາລູກສາວຂອງພວກເຮົາເອງໃຫ້ກໍບໍ່ໄດ້ ເພາະພວກເຮົາໄດ້ສາບານໄວ້ແລ້ວວ່າ, ‘ຖ້າຜູ້ໃດກໍຕາມເອົາລູກສາວໃຫ້ເປັນເມຍຂອງຊາວເບັນຢາມິນຄົນນັ້ນຈະຖືກສາບແຊ່ງ’.19ແຕ່ເບິ່ງແມມີເທດສະການທີ່ຈັດຂຶ້ນປະຈຳປີສຳລັບພຣະເຈົ້າຢາເວທີ່ເມືອງຊີໂລ, ເມືອງນັ້ນຢູ່ທາງທິດເໜືອຂອງເມືອງເບັດເອນ, ຢູ່ທາງໃຕ້ຂອງເລໂບນາ, ແລະ ທາງທິດຕາເວັນອອກຂອງຖະໜົນຫົນທາງລະຫວ່າງເບັດເອນໄປຫາຊີເຄມ”.20ດັ່ງນັ້ນ ພວກເຂົາຈຶ່ງແນະນໍາຊາວເບັນຢາມິນວ່າ, “ຈົ່ງໄປລີ້ຢູ່ໃນສວນອະງຸ່ນ21ແລະ ລໍຖ້າເບິ່ງ. ເມື່ອຍິງສາວຊາວເມືອງຊີໂລອອກມາຟ້ອນລໍາ, ຈົ່ງຮີບອອກມາຈາກສວນອະງຸ່ນ ແລະ ໃຫ້ພວກເຈົ້າແຕ່ລະຄົນຈົ່ງຈັບເອົານາງໄປເປັນເມຍຂອງພວກເຈົ້າ. ແລ້ວນຳເອົາກັບຄືນເມືອທີ່ດິນແດນຂອງພວກເຈົ້າ.22ເມື່ອພໍ່ຫລືອ້າຍນ້ອງຂອງພວກເຂົາມາຟ້ອງພວກເຮົາ, ພວກເຮົາກໍຈະບອກພວກເຂົາວ່າ, ‘ໃຫ້ພວກເຮົາຈົ່ງໃຫ້ຄວາມຊ່ວຍເຫລືອແກ່ພວກເຂົາ, ເພາະພວກເຮົາບໍ່ໄດ້ຫາເມຍໃຫ້ພວກເຂົາໃນເວລາທີ່ມີສົງຄາມ. ພວກເຈົ້າເອງກໍບໍ່ໄດ້ເຮັດຜິດຕໍ່ຄໍາສາບານຂອງພວກເຈົ້າ ເພາະພວກເຈົ້າກໍບໍ່ໄດ້ເອົາລູກສາວໃຫ້ພວກເຂົາ’ ”.23ສະນັ້ນ ພວກຊາວເບັນຢາມິນຈຶ່ງໄດ້ເຮັດຄໍາແນະນຳນີ້. ໃນຂະນະທີ່ ພວກຍິງສາວກໍາລັງຟ້ອນລຳຢູ່, ພວກເຂົາແຕ່ລະຄົນກໍຈັບພວກຍິງສາວ ແລະ ເອົາໄປເປັນເມຍຂອງຕົນ. ແລ້ວພວກເຂົາກັບຄືນໄປທີ່ດິນແດນຂອງພວກຕົນ. ແລ້ວສ້າງເມືອງຂຶ້ນໃໝ່ ແລະ ໄດ້ຕັ້ງຖິ່ນຖານຢູ່ທີ່ນັ້ນ.24ໃນເວລານັ້ນ ຊາວອິດສະຣາເອນກໍອອກຈາກບ່ອນນັ້ນ ແລ້ວກໍກັບຄືນເມືອຫາເຜົ່າ ແລະ ຕະກຸນຂອງພວກຕົນຄື ແຕ່ລະຄົນກັບຄືນສູ່ດິນແດນຂອງຜູ້ໃດລາວ.25ໃນສະໄໝນັ້ນ ອິດສະຣາເອນບໍ່ມີກະສັດປົກຄອງ; ທຸກຄົນຈຶ່ງເຮັດຕາມໃຈຂອງຕົນເອງ.Biblica, Inc.