ພຣະນິມິດ4

ບັນລັງ​ໃນ​ສະຫວັນ

1ຫລັງຈາກນັ້ນ​ຂ້າພະເຈົ້າ​ໄດ້​ເບິ່ງ​ໄປ ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ນັ້ນ​ມີ​ປະຕູ​ໜຶ່ງ​ເປີດ​ໄວ້​ໃນ​ສະຫວັນ. ແລ້ວ​ສຽງ​ທີ່​ຂ້າພະເຈົ້າ​ໄດ້​ຍິນ​ທຳອິດ​ກ່າວ​ແກ່​ຂ້າພະເຈົ້າ​ເໝືອນ​ກັບ​ສຽງແກ​ວ່າ: “ຂຶ້ນ​ມາ​ທີ່​ນີ້ ແລະ ເຮົາ​ຈະ​ສະແດງ​ສິ່ງ​ທີ່​ຈະ​ຕ້ອງ​ເກີດຂຶ້ນ​ຫລັງຈາກ​ນີ້​ແກ່​ເຈົ້າ”.2ໃນ​ທັນໃດ​ນັ້ນ ຂ້າພະເຈົ້າ​ກໍ​ຢູ່​ໃນ​ພຣະວິນຍານ ແລະ ຕໍ່ໜ້າ​ຂ້າພະເຈົ້າ​ມີ​ບັນລັງ​ຕັ້ງ​ຢູ່​ໃນ​ສະຫວັນ​ພ້ອມ​ດ້ວຍ​ຜູ້​ໜຶ່ງ​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ.3ແລະ ຜູ້​ທີ່​ນັ່ງ​ຢູ່​ທີ່​ນັ້ນ​ປາກົດ​ດັ່ງ​ຫີນ​ໂມຣາ ແລະ ນິນ. ມີ​ຮຸ້ງກິນນ້ຳ​ສ່ອງແສງ​ເໝືອນດັ່ງ​ມໍລະກົດ​ອ້ອມຮອບ​ບັນລັງ.4ອ້ອມຮອບ​ບັນລັງ​ນັ້ນ​ມີ​ອີກ​ຊາວສີ່​ບັນລັງ ແລະ ມີ​ຜູ້ອາວຸໂສ​ຊາວສີ່​ທ່ານ​ນັ່ງ​ຢູ່​ເທິງ​ບັນລັງ​ເຫລົ່ານັ້ນ. ພວກເພິ່ນ​ນຸ່ງເຄື່ອງ​ຂາວ ແລະ ມີ​ມົງກຸດ​ຄຳ​ຢູ່​ເທິງ​ຫົວ​ຂອງ​ພວກເພິ່ນ.5ມີ​ແສງ​ຟ້າແມບເຫລື້ອມ, ສຽງ​ດັງກ້ອງ ແລະ ສຽງ​ຟ້າຮ້ອງ​ມາ​ຈາກ​ບັນລັງ. ຕໍ່ໜ້າ​ບັນລັງ​ນັ້ນ​ມີ​ຕະກຽງ​ເຈັດ​ອັນ​ຮຸ່ງ​ຢູ່. ສິ່ງ​ເຫລົ່ານີ້​ແມ່ນ​ວິນຍານ ​ທັງ​ເຈັດ​ຂອງ​ພຣະເຈົ້າ.6ດ້ານໜ້າ​ບັນລັງ​ຍັງ​ມີ​ສິ່ງ​ທີ່​ຄ້າຍຄື​ທະເລ​ແກ້ວ, ໃສ​ເໝືອນ​ແກ້ວ.
ໃນ​ບໍລິເວນ​ໃຈກາງ​ອ້ອມຮອບ​ບັນລັງ​ມີ​ສິ່ງທີ່ມີຊີວິດ​ສີ່​ຕົນ ແລະ​ສິ່ງທີ່ມີຊີວິດ​ເຫລົ່ານັ້ນ​ມີ​ຕາ​ເຕັມ​ຢູ່​ທັງ​ດ້ານ​ໜ້າ ແລະ ດ້ານ​ຫລັງ.
7ສິ່ງທີ່ມີຊີວິດ​ຕົນ​ທີ​ໜຶ່ງ​ຄ້າຍຄື​ໂຕສິງ, ຕົນ​ທີ​ສອງ​ຄ້າຍຄື​ງົວ, ຕົນ​ທີສາມ​ມີ​ໜ້າ​ຄ້າຍຄື​ມະນຸດ, ຕົນ​ທີສີ່​ຄ້າຍຄື​ນົກອິນຊີ​ທີ່​ກຳລັງ​ບິນ​ຢູ່.8ສິ່ງທີ່ມີຊີວິດ​ທັງ​ສີ່​ນີ້ ແຕ່​ລະ​ຕົນ​ມີ​ຫົກ​ປີກ ແລະ ມີ​ຕາ​ເຕັມ​ຢູ່​ອ້ອມຮອບ ແມ່ນແຕ່​ຢູ່​ໃຕ້​ປີກ. ສິ່ງທີ່ມີຊີວິດ​ເຫລົ່ານັ້ນ​ຮ້ອງ​ຕະຫລອດ​ທັງ​ກາງເວັນ ແລະ ກາງຄືນ​ບໍ່​ຢຸດ​ຈັກເທື່ອ​ວ່າ: “ ‘ບໍລິສຸດ, ບໍລິສຸດ, ບໍລິສຸດ ຄື​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່,’ ຜູ້​ດຳລົງ​ຢູ່​ໃນ​ອະດີດ ແລະ ດຳລົງ​ຢູ່​ໃນ​ປັດຈຸບັນ ແລະ ຜູ້​ຈະ​ມາ”.
9ເມື່ອ​ສິ່ງທີ່ມີຊີວິດ​ເຫລົ່ານັ້ນ​ໄດ້​ຖວາຍ​ສະຫງ່າລາສີ, ກຽດ ແລະ ຄຳ​ຂອບພຣະຄຸນ​ແກ່​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ ແລະ ຜູ້​ດຳລົງ​ຢູ່​ຕະຫລອດ​ເປັນນິດ,10ຜູ້ອາວຸໂສ​ທັງ​ຊາວສີ່​ທ່ານ​ກໍ​ໝອບ​ລົງ​ຕໍ່ໜ້າ​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ແລະ ນະມັດສະການ​ພຣະອົງ​ຜູ້​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ. ພວກເພິ່ນ​ວາງ​ມົງກຸດ​ຂອງ​ຕົນ​ລົງ​ຕໍ່ໜ້າ​ບັນລັງ ແລະ ຮ້ອງ​ວ່າ:11“ຂ້າ​ແດ່​ອົງພຣະຜູ້ເປັນເຈົ້າ ແລະ ພຣະເຈົ້າ​ຂອງ​ພວກຂ້ານ້ອຍພຣະອົງ​ສົມຄວນ​ທີ່​ຈະ​ຮັບ​ສະຫງ່າລາສີ, ກຽດຕິຍົດ ແລະ ລິດອຳນາດ,ເພາະວ່າ​ພຣະອົງ​ໄດ້​ສ້າງ​ທຸກ​ສິ່ງແລະ ໂດຍ​ຄວາມ​ປະສົງ​ຂອງ​ພຣະອົງ ສິ່ງ​ເຫລົ່ານີ້​ໄດ້​ຖືກ​ສ້າງ​ຂຶ້ນແລະ ດໍາລົງ​ຢູ່”.

Biblica, Inc.

https://app.library.bible/content/eab9312f9f16b3a2