ພຣະນິມິດ3
ເຖິງຄຣິສຕະຈັກທີ່ເມືອງຊາເດ
1“ຈົ່ງຂຽນເຖິງເທວະດາ ຂອງຄຣິສຕະຈັກທີ່ເມືອງຊາເດວ່າ:ຖ້ອຍຄຳເຫລົ່ານີ້ເປັນຂອງພຣະອົງຜູ້ຖືວິນຍານທັງເຈັດ ຂອງພຣະເຈົ້າ ແລະ ດາວທັງເຈັດດວງ.
ເຮົາຮູ້ຈັກການກະທຳຂອງເຈົ້າ, ເຈົ້າມີຊື່ສຽງໃນການມີຊີວິດຢູ່ ແຕ່ເຈົ້າໄດ້ຕາຍແລ້ວ.2ຈົ່ງຕື່ນຂຶ້ນ! ເສີມກຳລັງສ່ວນທີ່ເຫລືອຢູ່ ແລະ ສ່ວນທີ່ກຳລັງຈະຕາຍນັ້ນ, ເພາະເຮົາພົບວ່າການກະທຳຂອງເຈົ້າບໍ່ສຳເລັດໃນສາຍຕາພຣະເຈົ້າຂອງເຮົາ.3ເຫດສະນັ້ນ ຈົ່ງລະນຶກເຖິງສິ່ງທີ່ເຈົ້າໄດ້ຮັບໄວ້ ແລະ ໄດ້ຍິນ, ຈົ່ງຢຶດຖືສິ່ງນັ້ນໄວ້ ແລະ ກັບໃຈໃໝ່. ແຕ່ຖ້າພວກເຈົ້າບໍ່ຕື່ນຂຶ້ນ, ເຮົາຈະມາເໝືອນດັ່ງຂະໂມຍ ແລະ ພວກເຈົ້າກໍຈະບໍ່ຮູ້ວ່າເຮົາຈະມາຫາເຈົ້າເວລາໃດ.4ແຕ່ກໍມີພວກເຈົ້າສອງສາມຄົນໃນເມືອງຊາເດ ທີ່ບໍ່ໄດ້ເຮັດໃຫ້ເຄື່ອງນຸ່ງຂອງຕົນເປື້ອນເປິ. ພວກເຂົາຈະຍ່າງໄປກັບເຮົາ, ນຸ່ງຊຸດສີຂາວ, ເພາະພວກເຂົາສົມຄວນແລ້ວ.5ຜູ້ທີ່ໄດ້ຮັບໄຊຊະນະກໍຈະນຸ່ງຊຸດສີຂາວເໝືອນກັບພວກເຂົາ. ເຮົາຈະບໍ່ລຶບຊື່ຜູ້ນັ້ນອອກຈາກໜັງສືແຫ່ງຊີວິດຈັກເທື່ອ, ແຕ່ຈະຮັບຮູ້ຊື່ຜູ້ນັ້ນຕໍ່ໜ້າພຣະບິດາເຈົ້າຂອງເຮົາ ແລະ ຕໍ່ໜ້າບັນດາເທວະດາຂອງພຣະອົງ.6ຜູ້ໃດກໍຕາມມີຫູ ກໍຈົ່ງໃຫ້ພວກເຂົາຟັງສິ່ງທີ່ພຣະວິນຍານກ່າວແກ່ຄຣິສຕະຈັກທັງຫລາຍ.
ເຖິງຄຣິສຕະຈັກທີ່ເມືອງຟີລາເດັນເຟຍ
7“ຈົ່ງຂຽນເຖິງເທວະດາຂອງຄຣິສຕະຈັກທີ່ເມືອງຟີລາເດັນເຟຍວ່າ:ຖ້ອຍຄຳເຫລົ່ານີ້ເປັນຂອງພຣະອົງຜູ້ບໍລິສຸດ ແລະ ເປັນຄວາມຈິງ, ຜູ້ຖືກະແຈຂອງດາວິດ. ສິ່ງທີ່ພຣະອົງເປີດແລ້ວບໍ່ມີຜູ້ໃດສາມາດປິດໄດ້ ແລະ ສິ່ງທີ່ພຣະອົງປິດແລ້ວບໍ່ມີຜູ້ໃດສາມາດເປີດໄດ້.8ເຮົາຮູ້ຈັກການກະທຳຂອງເຈົ້າ. ເບິ່ງແມ ເຮົາໄດ້ເປີດປະຕູໄວ້ຢູ່ຕໍ່ໜ້າເຈົ້າ ເຊິ່ງບໍ່ມີຜູ້ໃດສາມາດປິດໄດ້. ເຮົາຮູ້ວ່າເຈົ້າມີກຳລັງພຽງເລັກນ້ອຍ, ແຕ່ເຈົ້າກໍໄດ້ຖືຮັກສາຖ້ອຍຄຳຂອງເຮົາ ແລະ ບໍ່ໄດ້ປະຕິເສດນາມຂອງເຮົາ.9ເຮົາຈະເຮັດໃຫ້ບັນດາຜູ້ເປັນທຳມະສາລາຂອງຊາຕານ, ຜູ້ທີ່ອ້າງຕົນວ່າເປັນຄົນຢິວທັງທີ່ພວກເຂົາບໍ່ໄດ້ເປັນ, ແຕ່ເປັນຄົນຂີ້ຕົວະ, ເຮົາຈະເຮັດໃຫ້ພວກເຂົາມາ ແລະ ຂາບລົງທີ່ຕີນຂອງເຈົ້າ ແລະ ຮັບຮູ້ວ່າເຮົາຮັກເຈົ້າ.10ເນື່ອງຈາກເຈົ້າໄດ້ຮັກສາຄຳສັ່ງຂອງເຮົາໄວ້ດ້ວຍຄວາມພາກພຽນອົດທົນ, ເຮົາກໍຈະປົກປ້ອງເຈົ້າໃຫ້ພົ້ນຈາກຊົ່ວໂມງແຫ່ງການທົດລອງທີ່ກຳລັງມາເຖິງທົ່ວທັງໂລກນີ້ເພື່ອທົດລອງບັນດາຜູ້ທີ່ອາໄສຢູ່ເທິງແຜ່ນດິນໂລກ.11ເຮົາຈະມາໃນໄວໆນີ້. ຈົ່ງຢຶດໝັ້ນໃນສິ່ງທີ່ເຈົ້າມີຢູ່ ເພື່ອວ່າຈະບໍ່ມີຜູ້ໃດຍາດເອົາມົງກຸດຂອງເຈົ້າໄປໄດ້.12ຜູ້ໃດທີ່ໄດ້ຮັບໄຊຊະນະເຮົາຈະຕັ້ງຜູ້ນັ້ນໃຫ້ເປັນເສົາໜຶ່ງໃນວິຫານຂອງພຣະເຈົ້າຂອງເຮົາ. ພວກເຂົາຈະບໍ່ຈາກວິຫານໄປອີກຈັກເທື່ອ. ເຮົາຈະຈາລຶກນາມແຫ່ງພຣະເຈົ້າຂອງເຮົາ ແລະ ຊື່ນະຄອນຂອງພຣະເຈົ້າຂອງເຮົາຄືເຢຣູຊາເລັມໃໝ່, ເຊິ່ງພຣະເຈົ້າຂອງເຮົາກຳລັງສົ່ງລົງມາແຕ່ສະຫວັນຈາກພຣະເຈົ້າຂອງເຮົາໄວ້ເທິງໂຕຂອງພວກເຂົາ ແລະ ເຮົາຈະຈາລຶກນາມໃໝ່ຂອງເຮົາໄວ້ເທິງໂຕຂອງພວກເຂົາເໝືອນກັນ.13ຜູ້ໃດກໍຕາມມີຫູ ກໍຈົ່ງໃຫ້ພວກເຂົາຟັງສິ່ງທີ່ພຣະວິນຍານກ່າວແກ່ຄຣິສຕະຈັກທັງຫລາຍ.
ເຖິງຄຣິສຕະຈັກທີ່ເມືອງລາວດີເກອາ
14“ຈົ່ງຂຽນເຖິງເທວະດາຂອງຄຣິສຕະຈັກທີ່ເມືອງລາວດີເກອາວ່າ:ຖ້ອຍຄຳເຫລົ່ານີ້ເປັນຂອງພຣະອົງຜູ້ເປັນອາແມນ, ເປັນພະຍານທີ່ສັດຊື່ ແລະ ເປັນຄວາມຈິງ, ເປັນຜູ້ປົກຄອງສິ່ງທີ່ພຣະເຈົ້າສ້າງ.15ເຮົາຮູ້ຈັກການກະທຳຂອງເຈົ້າ, ເຈົ້າບໍ່ເຢັນບໍ່ຮ້ອນ. ເຮົາຢາກໃຫ້ເຈົ້າເປັນຢ່າງໃດຢ່າງໜຶ່ງ!16ເພາະເຈົ້າພຽງແຕ່ອຸ່ນໆ ບໍ່ຮ້ອນ ຫລື ບໍ່ເຢັນ. ດັ່ງນັ້ນ, ເຮົາກຳລັງຈະຄາຍເຈົ້າອອກຈາກປາກຂອງເຮົາ.17ເຈົ້າກ່າວວ່າ, ‘ຂ້ອຍຮັ່ງມີ; ຂ້ອຍໄດ້ຊັບສົມບັດຫລວງຫລາຍ ແລະ ບໍ່ຕ້ອງການສິ່ງໃດເລີຍ’ ແຕ່ເຈົ້າບໍ່ຮູ້ວ່າຕົນເອງເປັນຄົນໜ້າເວດທະນາ, ໜ້າສົງສານ, ຍາກຈົນ, ຕາບອດ ແລະ ເປືອຍກາຍຢູ່.18ເຮົາແນະນຳເຈົ້າໃຫ້ຊື້ຄຳທີ່ຫລອມໃຫ້ບໍລິສຸດແລ້ວດ້ວຍໄຟຈາກເຮົາ ເພື່ອເຈົ້າຈະໄດ້ຮັ່ງມີ ແລະ ຊື້ເສື້ອຜ້າສີຂາວມານຸ່ງ ເພື່ອປົກປິດຄວາມເປືອຍກາຍອັນໜ້າອັບອາຍ ແລະ ຊື້ຢາທາຕາຂອງເຈົ້າເພື່ອເຈົ້າຈະສາມາດເບິ່ງເຫັນ.19ບັນດາຜູ້ທີ່ເຮົາຮັກ ເຮົາກໍຕັກເຕືອນ ແລະ ຕີສອນ. ດັ່ງນັ້ນ ຈົ່ງກະຕືລືລົ້ນ ແລະ ກັບໃຈ.20ເຮົາຢູ່ທີ່ນີ້! ເຮົາຢືນເຄາະຢູ່ທີ່ປະຕູ. ຖ້າຜູ້ໃດໄດ້ຍິນສຽງຂອງເຮົາ ແລະ ເປີດປະຕູ, ເຮົາຈະເຂົ້າໄປ ແລະ ຈະຮັບປະທານອາຫານກັບຜູ້ນັ້ນ ແລະ ລາວຈະຮັບປະທານກັບເຮົາ.21ຜູ້ໃດທີ່ໄດ້ຮັບໄຊຊະນະເຮົາຈະໃຫ້ຜູ້ນັ້ນມີສິດນັ່ງກັບເຮົາຢູ່ເທິງບັນລັງຂອງເຮົາ ເໝືອນເຮົາໄດ້ຮັບໄຊຊະນະ ແລະ ໄດ້ນັ່ງກັບພຣະບິດາເຈົ້າຂອງເຮົາເທິງບັນລັງຂອງພຣະອົງ.22ຜູ້ໃດກໍຕາມມີຫູ ກໍຈົ່ງໃຫ້ພວກເຂົາຟັງສິ່ງທີ່ພຣະວິນຍານກ່າວແກ່ຄຣິສຕະຈັກທັງຫລາຍ”.
Biblica, Inc.