ພຣະນິມິດ5

ໜັງສືມ້ວນ ແລະ ລູກແກະ​ຂອງ​ພຣະເຈົ້າ

1ແລ້ວ​ຂ້າພະເຈົ້າ​ເຫັນ​ໜັງສືມ້ວນ​ໃນ​ມື​ເບື້ອງຂວາ​ຂອງ​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ ໜັງສືມ້ວນ​ນີ້​ຂຽນ​ໄວ້​ທັງ​ສອງ​ດ້ານ ແລະ ປະທັບ​ດ້ວຍ​ຕາປະທັບ​ເຈັດ​ດວງ.2ແລະ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ຜູ້​ມີ​ລິດ​ຕົນ​ໜຶ່ງ​ກຳລັງ​ປະກາດ​ດ້ວຍ​ສຽງ​ດັງ​ວ່າ: “ຜູ້ໃດ​ສົມຄວນ​ທີ່​ຈະ​ແກະ​ຕາປະທັບ ແລະ ເປີດ​ໜັງສືມ້ວນ​ນີ້?”3ແຕ່​ບໍ່​ມີ​ຜູ້ໃດ​ໃນ​ສະຫວັນ ຫລື ເທິງ​ແຜ່ນດິນໂລກ ຫລື ໃຕ້​ແຜ່ນດິນໂລກ​ສາມາດ​ເປີດ​ໜັງສືມ້ວນ​ອອກ ຫລື ແມ່ນແຕ່​ເບິ່ງ​ຂ້າງໃນ​ຂອງ​ໜັງສືມ້ວນ​ນີ້​ໄດ້.4ຂ້າພະເຈົ້າ​ໄດ້​ແຕ່​ຮ້ອງໄຫ້​ເພາະ​ບໍ່​ພົບ​ຜູ້ໃດ​ທີ່​ສົມຄວນ​ທີ່​ຈະ​ເປີດ​ໜັງສືມ້ວນ​ອອກ ຫລື ເບິ່ງ​ຂ້າງໃນ​ໄດ້.5ແລ້ວ​ໜຶ່ງ​ໃນ​ບັນດາ​ຜູ້ອາວຸໂສ​ນັ້ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຢ່າ​ຮ້ອງໄຫ້! ເບິ່ງ​ແມ, ສິງ​ແຫ່ງ​ເຜົ່າ​ຢູດາ, ຮາກເຫງົ້າ​ຂອງ​ດາວິດ​ຊະນະ​ແລ້ວ. ພຣະອົງ​ສາມາດ​ເປີດ​ໜັງສືມ້ວນ ແລະ ຕາປະທັບ​ທັງ​ເຈັດ​ໄດ້”.
6ຫລັງຈາກນັ້ນ ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ລູກແກະ​ຂອງ​ພຣະເຈົ້າ, ເບິ່ງ​ຄື​ວ່າ​ໄດ້​ຖືກ​ຂ້າ​ແລ້ວ ກຳລັງ​ຢືນ​ຢູ່​ໃຈກາງ​ຂອງ​ບັນລັງ, ອ້ອມຮອບ​ດ້ວຍ​ສິ່ງທີ່ມີຊີວິດ​ທັງ​ສີ່ ແລະ ບັນດາ​ຜູ້ອາວຸໂສ. ລູກແກະ​ຂອງ​ພຣະເຈົ້າ​ມີ​ເຂົາ​ເຈັດ​ອັນ ແລະ ມີ​ຕາ​ເຈັດ​ໜ່ວຍ, ເຊິ່ງ​ເປັນ​ວິນຍານ ​ທັງ​ເຈັດ​ຂອງ​ພຣະເຈົ້າ​ທີ່​ໃຊ້​ອອກ​ໄປ​ທົ່ວ​ແຜ່ນດິນໂລກ.7ລູກແກະ​ຂອງ​ພຣະເຈົ້າ​ໄດ້​ໄປ ແລະ ຮັບ​ໜັງສືມ້ວນ​ຈາກ​ມື​ເບື້ອງຂວາ​ຂອງ​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ.8ແລະ ເມື່ອ​ພຣະອົງ​ຮັບ​ໜັງສືມ້ວນ​ນັ້ນ​ແລ້ວ, ສິ່ງທີ່ມີຊີວິດ​ທັງ​ສີ່ ແລະ ບັນດາ​ຜູ້ອາວຸໂສ​ທັງ​ຊາວສີ່​ທ່ານ​ກໍ​ກົ້ມ​ຂາບ​ລົງ​ຕໍ່ໜ້າ​ລູກແກະ​ຂອງ​ພຣະເຈົ້າ. ແຕ່​ລະ​ຕົນ​ມີ​ພິນ ແລະ ພວກເພິ່ນ​ໄດ້​ຖື​ຂັນ​ຄຳ​ທີ່​ເຕັມ​ດ້ວຍ​ເຄື່ອງຫອມ, ເຊິ່ງ​ເປັນ​ຄຳອະທິຖານ​ຂອງ​ບັນດາ​ຄົນ​ຂອງ​ພຣະເຈົ້າ.9ແລະ ພວກເພິ່ນ​ໄດ້​ຮ້ອງເພງ​ບົດ​ໃໝ່​ວ່າ:“ພຣະອົງ​ສົມຄວນ​ທີ່​ຈະ​ຮັບ​ໜັງສືມ້ວນແລະ ເປີດ​ຕາປະທັບ​ຂອງ​ໜັງສືມ້ວນ​ອອກ,ເພາະ​ພຣະອົງ​ຖືກ​ຂ້າ​ແລ້ວ,ແລະ ດ້ວຍ​ເລືອດ​ຂອງ​ພຣະອົງ​ນັ້ນ​ພຣະອົງ​ໄດ້​ຊື້​ມະນຸດ​ທັງຫລາຍ​ຖວາຍ​ແກ່​ພຣະເຈົ້າຈາກ​ທຸກ​ຊົນເຜົ່າ ແລະ ທຸກ​ພາສາ, ທຸກຄົນ ແລະ ທຸກ​ຊົນຊາດ.10ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຂົາ​ເປັນ​ອານາຈັກ ແລະ ເປັນ​ປະໂລຫິດ​ເພື່ອ​ຮັບໃຊ້​ພຣະເຈົ້າ​ຂອງ​ພວກເຮົາ,ແລະ ພວກເຂົາ​ຈະ​ປົກຄອງ​ເທິງ​ແຜ່ນດິນໂລກ”.
11ແລ້ວ​ຂ້າພະເຈົ້າ​ໄດ້​ຫລຽວເບິ່ງ ແລະ ໄດ້​ຍິນ​ສຽງ​ຂອງ​ເທວະດາ​ຈໍານວນ​ຫລວງຫລາຍ​ນັບ​ເປັນ​ພັນໆ ແລະ ນັບ​ເປັນ​ໝື່ນ​ໆ. ເທວະດາ​ເຫລົ່ານັ້ນ​ໄດ້​ອ້ອມຮອບ​ບັນລັງ​ກັບ​ສິ່ງທີ່ມີຊີວິດ ແລະ ບັນດາ​ຜູ້ອາວຸໂສ.12ເທວະດາ​ເຫລົ່ານັ້ນ​ໄດ້​ກ່າວ​ດ້ວຍ​ສຽງ​ອັນ​ດັງ​ວ່າ:“ລູກແກະ​ຂອງ​ພຣະເຈົ້າ, ຜູ້​ຖືກ​ຂ້າ,ຜູ້​ສົມຄວນ​ໄດ້​ຮັບ​ລິດອຳນາດ ແລະ ຄວາມ​ຮັ່ງມີ, ສະຕິປັນຍາ ແລະ ກຳລັງກຽດຕິຍົດ, ສະຫງ່າລາສີ ແລະ ຄຳສັນລະເສີນ!”
13ແລ້ວ​ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ຂອງ​ທຸກ​ສິ່ງທີ່ມີຊີວິດ​ໃນ​ສະຫວັນ ແລະ ເທິງ​ແຜ່ນດິນໂລກ, ໃຕ້​ແຜ່ນດິນໂລກ ແລະ ໃນ​ທະເລ, ແລະ ທຸກສິ່ງ​ໃນ​ທີ່​ນັ້ນ​ກ່າວ​ວ່າ:“ແດ່​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ ແລະ ແດ່​ລູກແກະ​ຂອງ​ພຣະເຈົ້າຂໍ​ຖວາຍ​ຄຳສັນລະເສີນ ແລະ ກຽດຕິຍົດ, ສະຫງ່າລາສີ ແລະ ລິດອຳນາດຕະຫລອດໄປ​ເປັນນິດ!”
14ສິ່ງທີ່ມີຊີວິດ​ທັງ​ສີ່​ໄດ້​ຮ້ອງ​ວ່າ, “ອາແມນ ” ແລະ ບັນດາ​ຜູ້ອາວຸໂສ​ກໍ​ກົ້ມ​ຂາບ​ລົງ ແລະ ນະມັດສະການ.

Biblica, Inc.

https://app.library.bible/content/eab9312f9f16b3a2