ພຣະນິມິດ16
ຂັນທັງເຈັດແຫ່ງຄວາມໂກດຮ້າຍຂອງພຣະເຈົ້າ
1ແລ້ວຂ້າພະເຈົ້າໄດ້ຍິນສຽງໜຶ່ງດັງອອກມາຈາກວິຫານກ່າວຕໍ່ເທວະດາທັງເຈັດວ່າ, “ຈົ່ງໄປຖອກຂັນທັງເຈັດທີ່ເຕັມໄປດ້ວຍຄວາມໂກດຮ້າຍຂອງພຣະເຈົ້ານັ້ນລົງໃສ່ແຜ່ນດິນໂລກ”.2ເທວະດາຕົນທຳອິດໄດ້ອອກໄປ ແລະ ຖອກຂັນຂອງຕົນລົງເທິງແຜ່ນດິນ, ແລ້ວກໍມີບາດແຜອັນໜ້າກຽດທີ່ສ້າງຄວາມເຈັບປວດກໍເກີດຂຶ້ນຕາມໂຕຂອງບັນດາຜູ້ທີ່ມີເຄື່ອງໝາຍຂອງສັດຮ້າຍ ແລະ ຂາບໄຫວ້ຮູບຈຳລອງຂອງມັນ.3ເທວະດາຕົນທີສອງໄດ້ເທຂັນຂອງຕົນລົງເທິງທະເລ, ແລະ ທະເລນັ້ນກໍກາຍເປັນເລືອດເໝືອນດັ່ງເລືອດຂອງຄົນຕາຍ ແລະ ສິ່ງທີ່ມີຊີວິດທີ່ອາໄສຢູ່ໃນທະເລນັ້ນກໍຕາຍໝົດ.4ເທວະດາຕົນທີສາມໄດ້ຖອກຂັນຂອງຕົນລົງເທິງແມ່ນ້ຳ ແລະ ບໍ່ນ້ຳພຸທັງຫລາຍ, ແລ້ວນ້ຳນັ້ນກໍກາຍເປັນເລືອດ.5ແລ້ວຂ້າພະເຈົ້າໄດ້ຍິນເທວະດາຜູ້ຮັບຜິດຊອບນ້ຳນັ້ນກ່າວວ່າ:“ຂ້າແດ່ພຣະອົງຜູ້ບໍລິສຸດ, ພຣະອົງຜູ້ດຳລົງຢູ່ທັງໃນອະດີດ ແລະ ໃນປັດຈຸບັນພຣະອົງພິພາກສາລົງໂທດຢ່າງຍຸຕິທຳແລ້ວ,6ເນື່ອງຈາກພວກເຂົາໄດ້ເຮັດໃຫ້ຜູ້ບໍລິສຸດຂອງພຣະເຈົ້າ ແລະ ຜູ້ທຳນວາຍຂອງພຣະອົງຕ້ອງຫລັ່ງເລືອດ,ແລະ ພຣະອົງເອົາເລືອດໃຫ້ພວກເຂົາດື່ມຕາມທີ່ພວກເຂົາສົມຄວນໄດ້ຮັບ”.7ແລະ ຂ້າພະເຈົ້າໄດ້ຍິນແທ່ນບູຊາຮ້ອງຕອບວ່າ:“ແມ່ນແລ້ວ, ຂ້າແດ່ອົງພຣະຜູ້ເປັນເຈົ້າພຣະເຈົ້າຜູ້ລິດອຳນາດຍິ່ງໃຫຍ່ການພິພາກສາຂອງພຣະອົງກໍເປັນຄວາມຈິງ ແລະ ຍຸຕິທຳ”.8ເທວະດາຕົນທີສີ່ໄດ້ຖອກຂັນຂອງຕົນລົງເທິງດວງຕາເວັນ ແລະ ດວງຕາເວັນກໍໄດ້ຮັບອະນຸຍາດໃຫ້ເຜົາໄໝ້ຄົນທັງຫລາຍດ້ວຍໄຟ.9ພວກເຂົາຖືກເຜົາດ້ວຍຄວາມຮ້ອນກ້າ ແລະ ພວກເຂົາກໍປ້ອຍດ່ານາມຂອງພຣະເຈົ້າຜູ້ຄວບຄຸມໄພພິບັດເຫລົ່ານີ້, ແຕ່ພວກເຂົາບໍ່ຍອມກັບໃຈ ແລະ ຖວາຍກຽດແກ່ພຣະອົງ.10ເທວະດາຕົນທີຫ້າໄດ້ຖອກຂັນຂອງຕົນລົງເທິງບັນລັງຂອງສັດຮ້າຍ ແລະ ອານາຈັກຂອງມັນກໍຈົມລົງສູ່ຄວາມມືດ. ຄົນທັງຫລາຍກັດລີ້ນຂອງຕົນດ້ວຍຄວາມເຈັບປວດ11ແລະ ປ້ອຍດ່າພຣະເຈົ້າແຫ່ງສະຫວັນເພາະຄວາມເຈັບປວດຂອງຕົນ ແລະ ບາດແຜຂອງຕົນ, ແຕ່ພວກເຂົາບໍ່ຍອມກັບໃຈຈາກສິ່ງທີ່ພວກເຂົາໄດ້ກະທຳ.12ເທວະດາຕົນທີຫົກໄດ້ຖອກຂັນຂອງຕົນລົງເທິງແມ່ນ້ຳເອີຟຣັດໃຫຍ່ ແລະ ນ້ຳກໍແຫ້ງເພື່ອຕຽມທາງໄວ້ສຳລັບບັນດາກະສັດຈາກທິດຕາເວັນອອກ.13ແລ້ວຂ້າພະເຈົ້າກໍໄດ້ເຫັນວິນຍານສົກກະປົກສາມໂຕມີຮູບຮ່າງຄ້າຍຄືກົບ, ພວກມັນອອກມາຈາກປາກຂອງພະຍານາກ, ຈາກປາກຂອງສັດຮ້າຍ ແລະ ຈາກປາກຂອງຜູ້ທຳນວາຍປອມ.14ພວກມັນເປັນວິນຍານຂອງມານຮ້າຍທີ່ເຮັດໝາຍສຳຄັນຕ່າງໆ, ພວກມັນອອກໄປຫາກະສັດທົ່ວໂລກເພື່ອເຕົ້າໂຮມກະສັດເຫລົ່ານັ້ນມາເຮັດການຕໍ່ສູ້ໃນວັນອັນຍິ່ງໃຫຍ່ຂອງພຣະເຈົ້າຜູ້ລິດອຳນາດຍິ່ງໃຫຍ່.15“ເບິ່ງແມ! ເຮົາຈະມາເໝືອນຂະໂມຍມາ! ຄວາມສຸກເປັນຂອງຜູ້ທີ່ຕື່ນຢູ່ ແລະ ນຸ່ງເສື້ອຜ້າຢູ່, ເພື່ອວ່າພວກເຂົາຈະໄດ້ບໍ່ຕ້ອງຍ່າງເປືອຍກາຍ ແລະ ຖືກເປີດເຜີຍດ້ວຍຄວາມອັບອາຍ”.16ແລ້ວພວກເຂົາໄດ້ເຕົ້າໂຮມບັນດາກະສັດມາຊຸມນຸມກັນໃນບ່ອນທີ່ພາສາເຮັບເຣີເອີ້ນວ່າອາມາເຄໂດນ.17ເທວະດາຕົນທີເຈັດໄດ້ຖອກຂັນຂອງຕົນລົງເທິງອາກາດ ແລະ ມີສຽງໜຶ່ງດັງມາຈາກບັນລັງໃນວິຫານວ່າ, “ສຳເລັດແລ້ວ!”18ຫລັງຈາກນັ້ນ ເກີດມີແສງຟ້າແມບເຫລື້ອມ, ສຽງດັງ, ສຽງຟ້າຮ້ອງ ແລະ ແຜ່ນດິນໄຫວຄັ້ງຮ້າຍແຮງ. ບໍ່ເຄີຍມີແຜ່ນດິນໄຫວຢ່າງນີ້ເລີຍ ນັບຕັ້ງແຕ່ມີມະນຸດຢູ່ເທິງແຜ່ນດິນໂລກມາ, ດັ່ງນັ້ນຈຶ່ງເປັນແຜ່ນດິນໄຫວຄັ້ງໃຫຍ່ຫລາຍ.19ນະຄອນຍິ່ງໃຫຍ່ນັ້ນໄດ້ແຍກອອກເປັນສາມສ່ວນ ແລະ ບັນດາເມືອງໃຫຍ່ຂອງປະເທດຕ່າງໆໄດ້ພັງທະລາຍລົງ. ພຣະເຈົ້າລະນຶກເຖິງບາບີໂລນນະຄອນຍິ່ງໃຫຍ່ ແລະ ໄດ້ໃຫ້ນະຄອນນີ້ດື່ມຈາກຈອກທີ່ເຕັມດ້ວຍເຫລົ້າອະງຸ່ນແຫ່ງຄວາມໂກດຮ້າຍຂອງພຣະອົງ.20ເກາະທຸກແຫ່ງຫາຍໄປ ແລະ ພູທຸກໜ່ວຍກໍບໍ່ພົບ.21ມີໝາກເຫັບຂະໜາດໃຫຍ່ຕົກຈາກຟ້າລົງມາໃສ່ຄົນທັງປວງ ແຕ່ລະກ້ອນໜັກປະມານ 45 ກິໂລກຣາມ ແລະ ພວກເຂົາໄດ້ປ້ອຍດ່າພຣະເຈົ້າຍ້ອນໄພພິບັດທີ່ເກີດຈາກໝາກເຫັບນັ້ນ ເພາະວ່າເປັນໄພພິບັດອັນຮ້າຍແຮງຫລາຍ.Biblica, Inc.