ພຣະນິມິດ15
ເທວະດາເຈັດຕົນ ແລະ ໄພພິບັດທັງເຈັດ
1ຂ້າພະເຈົ້າໄດ້ເຫັນໝາຍສຳຄັນອັນຍິ່ງໃຫຍ່ ແລະ ມະຫັດສະຈັນອື່ນອີກໃນສະຫວັນຄື: ເທວະດາເຈັດຕົນ ແລະ ໄພພິບັດສຸດທ້າຍທັງເຈັດ ເຊິ່ງເປັນໄພພິບັດຄັ້ງສຸດທ້າຍ, ເພາະວ່າຄວາມໂກດຮ້າຍຂອງພຣະເຈົ້າສຳເລັດລົງດ້ວຍໄພພິບັດເຫລົ່ານີ້.2ແລະ ຂ້າພະເຈົ້າແນມເຫັນສິ່ງໜຶ່ງຄ້າຍຄືກັນກັບທະເລແກ້ວປົນໄຟ, ບັນດາຜູ້ມີໄຊຊະນະເໜືອສັດຮ້າຍກັບຮູບຈຳລອງ ແລະ ໂຕເລກປະຈຳຊື່ຂອງມັນຢືນຢູ່ແຄມທະເລນັ້ນ. ພວກເຂົາຖືພິນທີ່ພຣະເຈົ້າໄດ້ມອບໃຫ້ພວກເຂົາ3ແລະ ໄດ້ຮ້ອງບົດເພງຂອງໂມເຊຜູ້ຮັບໃຊ້ຂອງພຣະເຈົ້າ ແລະ ບົດເພງຂອງລູກແກະຂອງພຣະເຈົ້າວ່າ:“ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຜູ້ລິດອຳນາດຍິ່ງໃຫຍ່,ກິດຈະການຂອງພຣະອົງຍິ່ງໃຫຍ່ ແລະ ອັດສະຈັນຫລາຍ.ຂ້າແດ່ກະສັດແຫ່ງປະຊາຊາດທັງປວງ,ວິຖີທາງຂອງພຣະອົງກໍຍຸຕິທຳ ແລະ ເປັນຄວາມຈິງ.4ຂ້າແດ່ອົງພຣະຜູ້ເປັນເຈົ້າ ມີຜູ້ໃດແດ່ຈະບໍ່ຢຳເກງພຣະອົງແລະ ຈະບໍ່ຖວາຍກຽດແກ່ນາມຂອງພຣະອົງ?ເພາະພຣະອົງຜູ້ດຽວບໍລິສຸດ.ປະຊາຊາດທັງໝົດຈະເຂົ້າມາແລະ ນະມັດສະການຕໍ່ໜ້າພຣະອົງ,ເພາະກິດຈະການອັນຊອບທຳຂອງພຣະອົງກໍໄດ້ເປີດເຜີຍໃຫ້ເຫັນແລ້ວ”. 5ຫລັງຈາກນີ້ ຂ້າພະເຈົ້າໄດ້ແນມເບິ່ງ ແລະ ຂ້າພະເຈົ້າໄດ້ເຫັນວິຫານໃນສະຫວັນ ນັ້ນແມ່ນຫໍເຕັນຂອງກົດບັນຍັດແຫ່ງພັນທະສັນຍາ ແລະ ຫໍເຕັນນັ້ນກໍເປີດອອກ.6ເທວະດາເຈັດຕົນທີ່ຖືໄພພິບັດທັງເຈັດກໍອອກມາຈາກວິຫານ. ພວກເພິ່ນນຸ່ງຜ້າຝ້າຍລິນິນສະອາດ, ຜ້າຝ້າຍລິນິນເຫລື້ອມ ແລະ ຄາດສາຍສະພາຍຄຳຮອບໜ້າເອິກຂອງພວກເພິ່ນ.7ແລ້ວໜຶ່ງໃນສິ່ງທີ່ມີຊີວິດທັງສີ່ກໍເອົາຂັນຄຳທັງເຈັດ ເຊິ່ງເຕັມໄປດ້ວຍຄວາມໂກດຮ້າຍຂອງພຣະເຈົ້າຜູ້ມີຊີວິດຢູ່ຕະຫລອດໄປເປັນນິດນັ້ນມອບໃຫ້ແກ່ເທວະດາເຈັດຕົນ.8ແລະ ວິຫານນັ້ນກໍເຕັມໄປດ້ວຍຄວັນແຫ່ງສະຫງ່າລາສີ ແລະ ລິດອຳນາດຂອງພຣະເຈົ້າ ແລະ ບໍ່ມີຜູ້ໃດສາມາດເຂົ້າໄປໃນວິຫານໄດ້ຈົນກວ່າໄພພິບັດທັງເຈັດຈາກເທວະດາເຈັດຕົນນັ້ນຈະສຳເລັດສົມບູນ.Biblica, Inc.