ພຣະນິມິດ17
ບາບີໂລນ, ຍິງໂສເພນີທີ່ນັ່ງຢູ່ເທິງສັດຮ້າຍ
1ໜຶ່ງໃນເທວະດາເຈັດຕົນທີ່ຖືຂັນເຈັດໜ່ວຍນັ້ນມາຫາຂ້າພະເຈົ້າ ແລະ ກ່າວວ່າ, “ມາ, ເຮົາຈະສະແດງໃຫ້ທ່ານເຫັນການລົງໂທດຍິງໂສເພນີທີ່ໂຫດຮ້າຍຜູ້ນັ່ງຢູ່ເທິງແມ່ນ້ຳທັງຫລາຍນັ້ນ.2ບັນດາກະສັດທົ່ວໂລກໄດ້ເຮັດຜິດສິນທຳທາງເພດກັບນາງ, ແລະ ຄົນທັງຫລາຍທີ່ຢູ່ເທິງແຜ່ນດິນໂລກກໍເມົາເຫລົ້າອະງຸ່ນແຫ່ງການຜິດສິນທຳທາງເພດຂອງນາງ”.3ແລ້ວເທວະດາຕົນນັ້ນໄດ້ນຳຂ້າພະເຈົ້າໄປໃນພຣະວິນຍານເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ. ທີ່ນັ້ນຂ້າພະເຈົ້າໄດ້ເຫັນແມ່ຍິງຄົນໜຶ່ງນັ່ງຢູ່ເທິງສັດຮ້າຍສີແດງເຂັ້ມ ເຊິ່ງມີຫລາຍຊື່ທີ່ເປັນຄຳໝິ່ນປະໝາດເຕັມໄປທັງໂຕ, ມີເຈັດຫົວ ແລະ ສິບເຂົາ.4ແມ່ຍິງຄົນນັ້ນນຸ່ງເຄື່ອງສີມ່ວງ ແລະ ສີແດງເຂັ້ມ ແລະ ເປັ່ງປະກາຍດ້ວຍຄຳ, ອັນຍະມະນີ ແລະ ໄຂ່ມຸກ. ນາງຖືຈອກຄຳໄວ້ໃນມືຂອງນາງ, ເຊິ່ງເຕັມໄປດ້ວຍສິ່ງທີ່ໜ້າກຽດຊັງ ແລະ ຄວາມສົກກະປົກຂອງການຫລິ້ນຊູ້ຂອງນາງ.5ຊື່ທີ່ຂຽນໄວ້ເທິງໜ້າຜາກຂອງນາງເປັນຄວາມເລິກລັບວ່າ:ບາບີໂລນນະຄອນຍິ່ງໃຫຍ່
ແມ່ຂອງຍິງໂສເພນີ
ແລະ ສິ່ງທີ່ໜ້າກຽດຊັງທັງຫລາຍຂອງແຜ່ນດິນໂລກ.6ຂ້າພະເຈົ້າເຫັນແມ່ຍິງຄົນນັ້ນເມົາດ້ວຍເລືອດຂອງບັນດາຜູ້ບໍລິສຸດຂອງພຣະເຈົ້າ, ເລືອດຂອງບັນດາຜູ້ທີ່ເປັນພະຍານເພື່ອພຣະເຢຊູເຈົ້າ.
ເມື່ອຂ້າພະເຈົ້າເຫັນນາງແລ້ວກໍປະຫລາດໃຈຫລາຍ.7ແລ້ວເທວະດາຕົນນັ້ນໄດ້ກ່າວກັບຂ້າພະເຈົ້າວ່າ, “ດ້ວຍເຫດໃດທ່ານຈຶ່ງປະຫລາດໃຈ? ເຮົາຈະອະທິບາຍຄວາມເລິກລັບຂອງແມ່ຍິງຄົນນັ້ນກັບສັດຮ້າຍທີ່ມີເຈັດຫົວ ແລະ ສິບເຂົາທີ່ນາງຂີ່ໃຫ້ທ່ານຟັງ.8ສັດຮ້າຍທີ່ທ່ານໄດ້ເຫັນນັ້ນ, ຄັ້ງໜຶ່ງເຄີຍມີຊີວິດຢູ່ ແຕ່ບັດນີ້ບໍ່ມີຊີວິດຢູ່, ມັນຈະຂຶ້ນມາຈາກເຫວເລິກ ແລະ ໄປສູ່ຄວາມຈິບຫາຍຂອງມັນ. ຄົນທັງຫລາຍທີ່ຢູ່ແຜ່ນດິນໂລກຜູ້ທີ່ບໍ່ມີຊື່ຢູ່ໃນໜັງສືແຫ່ງຊີວິດຕັ້ງແຕ່ສ້າງໂລກຈະປະຫລາດໃຈເມື່ອພວກເຂົາໄດ້ເຫັນສັດຮ້າຍນີ້, ເພາະຄັ້ງໜຶ່ງມັນເຄີຍມີຊີວິດຢູ່ ແລະ ບັດນີ້ບໍ່ມີຊີວິດຢູ່, ແຕ່ມັນຈະມາໃນອະນາຄົດ.9“ໃນເລື່ອງນີ້ຕ້ອງໃຊ້ຄວາມຄິດ ແລະ ປັນຍາ. ເຈັດຫົວນັ້ນແມ່ນເນີນພູເຈັດໜ່ວຍທີ່ຍິງນັ້ນນັ່ງຢູ່.10ທັງຍັງໝາຍເຖິງກະສັດເຈັດອົງ. ຫ້າອົງໄດ້ລ່ວງໄປແລ້ວ, ອົງໜຶ່ງເປັນຢູ່ ແລະ ອີກອົງໜຶ່ງຍັງບໍ່ມາ, ແຕ່ເມື່ອມາແລ້ວຈະຕ້ອງຢູ່ພຽງຊົ່ວຂະນະໜຶ່ງ.11ສັດຮ້າຍທີ່ຄັ້ງໜຶ່ງເຄີຍມີຊີວິດຢູ່ ແລະ ບັດນີ້ບໍ່ມີຊີວິດຢູ່ ນັ້ນຄືກະສັດອົງທີແປດ. ມັນຮ່ວມຢູ່ໃນກຸ່ມຂອງກະສັດທັງເຈັດອົງດ້ວຍ ແລະ ກຳລັງຈະໄປສູ່ຄວາມຈິບຫາຍຂອງມັນ.12“ສ່ວນເຂົາທັງສິບທີ່ທ່ານໄດ້ເຫັນນັ້ນຄືກະສັດສິບອົງທີ່ຍັງບໍ່ໄດ້ຮັບອານາຈັກເທື່ອ, ແຕ່ຈະໄດ້ຮັບສິດອຳນາດໃນຖານະກະສັດຮ່ວມກັບສັດຮ້າຍນັ້ນເປັນໄລຍະເວລາໜຶ່ງຊົ່ວໂມງ.13ພວກເຂົາມີເປົ້າໝາຍດຽວກັນ ແລະ ຈະມອບອຳນາດ ແລະ ສິດອຳນາດຂອງຕົນໃຫ້ສັດຮ້າຍນັ້ນ.14ພວກເຂົາຈະສູ້ຮົບກັບລູກແກະຂອງພຣະເຈົ້າ, ແຕ່ລູກແກະຂອງພຣະເຈົ້າຈະຊະນະພວກເຂົາເພາະພຣະອົງເປັນອົງພຣະຜູ້ເປັນເຈົ້າເໜືອເຈົ້ານາຍທັງຫລາຍ ແລະ ເປັນກະສັດເໜືອກະສັດທັງຫລາຍ ແລະ ບັນດາຄົນທີ່ຢູ່ກັບພຣະອົງເປັນຜູ້ທີ່ພຣະອົງໄດ້ເອີ້ນ, ເລືອກໄວ້ ແລະ ເປັນຜູ້ຕິດຕາມທີ່ສັດຊື່ຂອງພຣະອົງ”.15ແລ້ວເທວະດາຕົນນັ້ນໄດ້ກ່າວກັບຂ້າພະເຈົ້າວ່າ, “ນ້ຳທັງຫລາຍທີ່ທ່ານໄດ້ເຫັນ ບ່ອນທີ່ຍິງໂສເພນີນັ່ງຢູ່ນັ້ນ ຄືບັນດາປະຊາຊົນ, ມວນຊົນ, ປະຊາຊາດ ແລະ ພາສາຕ່າງໆ.16ສັດຮ້າຍ ແລະ ເຂົາສິບອັນທີ່ທ່ານໄດ້ເຫັນນັ້ນຈະກຽດຊັງຍິງໂສເພນີ. ພວກເຂົາຈະນຳນາງໄປສູ່ຄວາມຈິບຫາຍ ແລະ ປ່ອຍໃຫ້ນາງເປືອຍກາຍ, ພວກເຂົາຈະກິນຊີ້ນຂອງນາງ ແລະ ເຜົານາງດ້ວຍໄຟ.17ເພາະພຣະເຈົ້າໃສ່ສິ່ງນັ້ນເຂົ້າໄປໃນໃຈຂອງພວກເຂົາເພື່ອໃຫ້ບັນລຸຕາມຈຸດປະສົງຂອງພຣະອົງໂດຍໃຫ້ພວກເຂົາເຫັນດີມອບອຳນາດການປົກຄອງຂອງພວກເຂົາແກ່ສັດຮ້າຍນັ້ນຈົນກວ່າຈະສຳເລັດຕາມພຣະທຳຂອງພຣະເຈົ້າ.18ແມ່ຍິງທີ່ທ່ານໄດ້ເຫັນນັ້ນຄືນະຄອນຍິ່ງໃຫຍ່ ເຊິ່ງປົກຄອງບັນດາກະສັດຂອງໂລກ”.
Biblica, Inc.