ພຣະນິມິດ14
ລູກແກະຂອງພຣະເຈົ້າ ແລະ ພວກ 144.000 ຄົນ
1ແລ້ວຂ້າພະເຈົ້າກໍໄດ້ແນມເບິ່ງ ແລະ ຢູ່ຕໍ່ໜ້າຂ້າພະເຈົ້າແມ່ນລູກແກະຂອງພຣະເຈົ້າ, ພຣະອົງຢືນຢູ່ເທິງພູເຂົາຊີໂອນກັບພວກ 144.000 ຄົນ ເຊິ່ງມີນາມຂອງພຣະອົງ ແລະ ນາມຂອງພຣະບິດາເຈົ້າຂຽນໄວ້ເທິງໜ້າຜາກຂອງພວກເຂົາ.2ແລະ ຂ້າພະເຈົ້າໄດ້ຍິນສຽງດັງຈາກສະຫວັນເໝືອນສຽງນ້ຳໄຫລແຮງ ແລະ ສຽງຟ້າຮ້ອງດັງກ້ອງສະໜັ່ນ. ສຽງທີ່ຂ້າພະເຈົ້າໄດ້ຍິນນັ້ນເໝືອນສຽງທີ່ບັນດານັກດີດພິນກຳລັງບັນເລງຢູ່.3ແລະ ພວກເຂົາໄດ້ຮ້ອງເພງບົດໃໝ່ຕໍ່ໜ້າບັນລັງ, ຕໍ່ໜ້າສິ່ງທີ່ມີຊີວິດທັງສີ່ ແລະ ບັນດາຜູ້ອາວຸໂສ. ບໍ່ມີຜູ້ໃດສາມາດຮຽນຮ້ອງເພງບົດນັ້ນໄດ້ນອກຈາກພວກ 144.000 ຄົນທີ່ໄດ້ໄຖ່ໄວ້ຈາກແຜ່ນດິນໂລກ.4ຄົນເຫລົ່ານີ້ຄືຜູ້ທີ່ບໍ່ໄດ້ເຮັດໃຫ້ຕົນເອງເປັນມົນທິນຍ້ອນຜູ້ຍິງ ເພາະພວກເພິ່ນຮັກສາຕົນເອງໃຫ້ບໍລິສຸດຢູ່ສະເໝີ. ພວກເຂົາຕິດຕາມລູກແກະຂອງພຣະເຈົ້າໄປທຸກບ່ອນທີ່ພຣະອົງໄປ. ພວກເຂົາເປັນຜູ້ທີ່ໄດ້ໄຖ່ໄວ້ຈາກມວນມະນຸດ ແລະ ເພື່ອເປັນຜົນທຳອິດຖວາຍແກ່ພຣະເຈົ້າ ແລະ ລູກແກະຂອງພຣະເຈົ້າ.5ບໍ່ມີຄຳຕົວະອອກຈາກປາກຂອງພວກເຂົາ, ພວກເຂົາບໍ່ມີຕຳໜິເລີຍ.ເທວະດາທັງສາມ
6ແລ້ວຂ້າພະເຈົ້າກໍເຫັນເທວະດາອີກຕົນໜຶ່ງກຳລັງບິນຢູ່ໃນກາງອາກາດ ແລະ ເທວະດາຕົນນັ້ນມີຂ່າວປະເສີດນິລັນດອນເພື່ອປະກາດແກ່ຜູ້ທີ່ດຳເນີນຊີວິດຢູ່ເທິງແຜ່ນດິນໂລກ, ແກ່ທຸກຊົນຊາດ, ທຸກຊົນເຜົ່າ, ທຸກພາສາ ແລະ ແກ່ທຸກໆຄົນ.7ເທວະດານັ້ນໄດ້ປະກາດດ້ວຍສຽງດັງວ່າ, “ຈົ່ງຢຳເກງພຣະເຈົ້າ ແລະ ຖວາຍກຽດຕິຍົດແກ່ພຣະອົງ ເພາະວ່າເວລາແຫ່ງການພິພາກສາຂອງພຣະອົງໄດ້ມາເຖິງແລ້ວ. ຈົ່ງນະມັດສະການພຣະອົງຜູ້ໄດ້ສ້າງຟ້າສະຫວັນ, ແຜ່ນດິນໂລກ, ທະເລ ແລະ ບໍ່ນ້ຳພຸທັງຫລາຍ”.8ເທວະດາຕົນທີສອງໄດ້ຕິດຕາມມາ ແລະ ປະກາດວ່າ, “ຫລົ້ມຈົມແລ້ວ! ບາບີໂລນເມືອງຍິ່ງໃຫຍ່, ເຊິ່ງເຮັດໃຫ້ປະຊາຊາດທັງໝົດດື່ມເຫລົ້າອະງຸ່ນແຫ່ງການຫລິ້ນຊູ້ຂອງນາງ”.9ເທວະດາຕົນທີສາມໄດ້ຕິດຕາມມາ ແລະ ປະກາດດ້ວຍສຽງອັນດັງວ່າ, “ຖ້າຜູ້ໃດຂາບໄຫວ້ສັດຮ້າຍກັບຮູບຈຳລອງຂອງມັນ ແລະ ຮັບເຄື່ອງໝາຍຂອງມັນໄວ້ທີ່ໜ້າຜາກ ຫລື ທີ່ມືຂອງຕົນ,10ພວກເຂົາຈະຕ້ອງດື່ມເຫລົ້າອະງຸ່ນແຫ່ງຄວາມໂກດຮ້າຍຂອງພຣະເຈົ້າ, ເຊິ່ງໄດ້ຖອກລົງໃນຈອກແຫ່ງຄວາມໂກດຮ້າຍຂອງພຣະອົງ. ພວກເຂົາຈະຖືກທໍລະມານດ້ວຍໄຟກັບມາດຕໍ່ໜ້າບັນດາເທວະດາຜູ້ບໍລິສຸດ ແລະ ຕໍ່ໜ້າລູກແກະຂອງພຣະເຈົ້າ.11ແລະ ຄວັນແຫ່ງຄວາມທໍລະມານຂອງພວກເຂົາຈະພຸ່ງຂຶ້ນຕະຫລອດໄປເປັນນິດ. ບັນດາຄົນເຫລົ່ານັ້ນທີ່ຂາບໄຫວ້ສັດຮ້າຍກັບຮູບຈຳລອງຂອງມັນ ຫລື ຜູ້ທີ່ໄດ້ຮັບເຄື່ອງໝາຍຊື່ຂອງມັນຈະບໍ່ໄດ້ຢຸດພັກເລີຍບໍ່ວ່າກາງເວັນ ຫລື ກາງຄືນ”.12ໃນເລື່ອງນີ້ຄົນຂອງພຣະເຈົ້າຜູ້ຖືຮັກສາກົດບັນຍັດຂອງພຣະອົງ ແລະ ຍັງສັດຊື່ຕໍ່ພຣະເຢຊູເຈົ້າຈະຕ້ອງມີມານະອົດທົນ.13ຫລັງຈາກນັ້ນ ຂ້າພະເຈົ້າໄດ້ຍິນສຽງໜຶ່ງຈາກສະຫວັນກ່າວວ່າ, “ຈົ່ງຂຽນດັ່ງນີ້: ນັບແຕ່ນີ້ໄປຄວາມສຸກມີແກ່ບັນດາຜູ້ທີ່ຕາຍແລ້ວຄືຜູ້ທີ່ຕາຍໃນອົງພຣະຜູ້ເປັນເຈົ້າ”.ພຣະວິນຍານບໍລິສຸດເຈົ້າກ່າວວ່າ, “ແມ່ນແລ້ວ, ພວກເຂົາຈະພັກຜ່ອນຈາກການເຮັດວຽກຂອງຕົນ ເພາະຜົນງານຂອງພວກເຂົາຈະຕິດຕາມພວກເຂົາໄປ”.
ການເກັບກ່ຽວໂລກ ແລະ ການຢຽບນ້ຳໝາກອະງຸ່ນ
14ຂ້າພະເຈົ້າໄດ້ແນມເບິ່ງ ແລະ ຢູ່ຕໍ່ໜ້າຂ້າພະເຈົ້າມີເມກສີຂາວ ແລະ ມີຜູ້ໜຶ່ງ “ເໝືອນບຸດມະນຸດ” ນັ່ງຢູ່ເທິງເມກນັ້ນ ສວມມົງກຸດຄຳເທິງຫົວ ແລະ ໃນມືຂອງພຣະອົງຖືກ່ຽວດວງຄົມ.15ແລ້ວເທວະດາອີກຕົນໜຶ່ງກໍອອກມາຈາກວິຫານ ແລະ ຮ້ອງບອກຜູ້ນັ່ງຢູ່ເທິງເມກນັ້ນດ້ວຍສຽງອັນດັງວ່າ, “ໃຊ້ກ່ຽວຂອງພຣະອົງ ແລະ ກ່ຽວສາ, ເພາະວ່າເວລາເກັບກ່ຽວໄດ້ມາເຖິງແລ້ວ, ເພາະຜົນທີ່ຈະເກັບກ່ຽວຈາກແຜ່ນດິນໂລກກໍສຸກແລ້ວ”.16ດັ່ງນັ້ນ ຜູ້ທີ່ນັ່ງຢູ່ເທິງເມກຈຶ່ງແກ່ວງກ່ຽວລົງມາເທິງແຜ່ນດິນໂລກ ແລະ ແຜ່ນດິນໂລກກໍຖືກເກັບກ່ຽວ.17ເທວະດາອີກຕົນໜຶ່ງກໍໄດ້ອອກມາຈາກວິຫານໃນສະຫວັນ ແລະ ຖືກ່ຽວດວງຄົມເໝືອນກັນ.18ຍັງມີເທວະດາອີກຕົນໜຶ່ງທີ່ມີໜ້າທີ່ກຳກັບໄຟ ກໍໄດ້ອອກມາຈາກແທ່ນບູຊາ ແລະ ຮ້ອງສຽງດັງບອກເທວະດາຜູ້ຖືກ່ຽວດວງຄົມນັ້ນວ່າ, “ໃຊ້ກ່ຽວດວງຄົມຂອງທ່ານເກັບກ່ຽວພວງໝາກອະງຸ່ນທີ່ແຜ່ນດິນໂລກສາ ເພາະໝາກອະງຸ່ນກໍສຸກແລ້ວ”.19ເທວະດາຜູ້ຖືກ່ຽວຈຶ່ງແກ່ວງກ່ຽວໄປເທິງແຜ່ນດິນໂລກ ເກັບກ່ຽວໝາກອະງຸ່ນ ແລະ ຖິ້ມລົງໃນອ່າງຢຽບໝາກອະງຸ່ນແຫ່ງຄວາມໂກດຮ້າຍຂອງພຣະເຈົ້າ.20ພວກເຂົາຖືກຢຽບໃນອ່າງຢຽບໝາກອະງຸ່ນຢູ່ນອກເມືອງ ເລືອດໄຫລລົ້ນອອກຈາກອ່າງຢຽບໝາກອະງຸ່ນນັ້ນສູງເຖິງລະດັບບັງຫງຽນຂອງມ້າ ແລະ ໄຫລໄປປະມານ 3.000 ກິໂລແມັດ.Biblica, Inc.