ພຣະນິມິດ13
ສັດຮ້າຍຈາກທະເລ
1ສ່ວນພະຍານາກ ຢືນຢູ່ແຄມທະເລ. ແລະ ຂ້າພະເຈົ້າໄດ້ເຫັນສັດຮ້າຍໂຕໜຶ່ງຂຶ້ນມາຈາກທະເລ. ມັນມີສິບເຂົາ ແລະ ເຈັດຫົວ, ທັງເຈັດເຂົາສວມມົງກຸດສວມ ແລະ ຢູ່ເທິງແຕ່ລະຫົວມີຊື່ທີ່ເປັນຄຳໝິ່ນປະໝາດ.2ສັດຮ້າຍທີ່ຂ້າພະເຈົ້າໄດ້ເຫັນນັ້ນຄ້າຍຄືກັບເສືອດາວ, ແຕ່ມີຕີນເໝືອນຕີນໝີ ແລະ ມີປາກເໝືອນປາກສິງ. ພະຍານາກໄດ້ໃຫ້ອຳນາດ ແລະ ບັນລັງກັບສິດອຳນາດອັນຍິ່ງໃຫຍ່ຂອງມັນແກ່ສັດຮ້າຍນັ້ນ.3ຫົວໜຶ່ງໃນບັນດາຫົວຂອງສັດຮ້າຍນັ້ນເບິ່ງຄືວ່າມີບາດແຜທີ່ເຮັດໃຫ້ເຖິງຕາຍ, ແຕ່ບາດແຜທີ່ເຮັດໃຫ້ເຖິງຕາຍນັ້ນຫາຍດີແລ້ວ. ຄົນທັງໂລກກໍເຕັມໄປດ້ວຍຄວາມອັດສະຈັນໃຈ ແລະ ໄດ້ຕິດຕາມມານຮ້າຍນັ້ນ.4ປະຊາຊົນໄດ້ຂາບໄຫວ້ພະຍານາກເພາະມັນໃຫ້ສິດອຳນາດແກ່ສັດຮ້າຍນັ້ນ ແລະ ພວກເຂົາໄດ້ຂາບໄຫວ້ສັດຮ້າຍເໝືອນກັນ ແລະ ພວກເຂົາຖາມກັນວ່າ, “ຜູ້ໃດຈະເປັນເໝືອນສັດຮ້າຍນີ້? ຜູ້ໃດສາມາດສູ້ຮົບກັບມັນໄດ້?”5ສັດຮ້າຍນັ້ນໄດ້ຮັບອະນຸຍາດໃຫ້ມີປາກເພື່ອເວົ້າຄຳເວົ້າທີ່ອວດອ້າງ ແລະ ໝິ່ນປະໝາດ ແລະ ເພື່ອໃຊ້ສິດອຳນາດຂອງມັນເປັນເວລາສີ່ສິບສອງເດືອນ.6ມັນອ້າປາກກ່າວໝິ່ນປະໝາດພຣະເຈົ້າ ແລະ ກ່າວຮ້າຍຕໍ່ນາມຂອງພຣະອົງ, ຕໍ່ທີ່ສະຖິດຂອງພຣະອົງ ແລະ ຕໍ່ບັນດາຜູ້ທີ່ຢູ່ໃນສະຫວັນ.7ມັນໄດ້ຮັບອຳນາດທີ່ຈະສູ້ຮົບກັບບັນດາຜູ້ບໍລິສຸດຂອງພຣະເຈົ້າ ແລະ ຊະນະພວກເຂົາ. ມັນໄດ້ຮັບສິດອຳນາດເໜືອທຸກຊົນເຜົ່າ, ທຸກຄົນ, ທຸກພາສາ ແລະ ທຸກຊົນຊາດ.8ບັນດາຄົນທີ່ຢູ່ໃນແຜ່ນດິນໂລກຈະຂາບໄຫວ້ສັດຮ້າຍນັ້ນ ຄືທຸກຄົນທີ່ບໍ່ໄດ້ມີຊື່ຈົດໄວ້ໃນໜັງສືແຫ່ງຊີວິດຂອງລູກແກະຂອງພຣະເຈົ້າ, ລູກແກະຂອງພຣະເຈົ້າຜູ້ຖືກຂ້າຕາຍຕັ້ງແຕ່ການສ້າງໂລກ. 9“ຜູ້ໃດກໍຕາມມີຫູ ກໍຈົ່ງຟັງສາ.10“ຖ້າຜູ້ໃດຖືກກຳນົດໃຫ້ເປັນຊະເລີຍ,ພວກເຂົາກໍຈະຕ້ອງໄປເປັນຊະເລີຍ.ຖ້າຜູ້ໃດຖືກກຳນົດໃຫ້ຖືກຂ້າ ດ້ວຍດາບພວກເຂົາກໍຈະຕ້ອງຖືກຂ້າດ້ວຍດາບ”. ໃນເລື່ອງນີ້ບັນດາຄົນຂອງພຣະເຈົ້າຈະຕ້ອງມີຄວາມອົດທົນ ແລະ ຄວາມສັດຊື່.ສັດຮ້າຍຈາກແຜ່ນດິນໂລກ
11ແລ້ວຂ້າພະເຈົ້າໄດ້ເຫັນສັດຮ້າຍໂຕທີສອງຂຶ້ນມາຈາກແຜ່ນດິນໂລກ. ມັນມີສອງເຂົາເໝືອນເຂົາແກະນ້ອຍ, ແຕ່ມັນເວົ້າເໝືອນກັບພະຍານາກ.12ມັນເປັນໂຕແທນຂອງການໃຊ້ສິດອຳນາດທັງຫມົດຂອງສັດຮ້າຍໂຕທຳອິດ ແລະ ເຮັດໃຫ້ໂລກກັບຄົນທັງຫລາຍທີ່ຢູ່ໃນແຜ່ນດິນໂລກຂາບໄຫວ້ສັດຮ້າຍໂຕທຳອິດ ເຊິ່ງເຄີຍມີບາດແຜທີ່ເຮັດໃຫ້ເຖິງຕາຍແຕ່ຫາຍດີແລ້ວ.13ແລະ ມັນສະແດງໝາຍສຳຄັນທີ່ຍິ່ງໃຫຍ່, ແມ່ນແຕ່ເຮັດໃຫ້ໄຟຕົກຈາກສະຫວັນລົງມາສູ່ໂລກຕໍ່ໜ້າຕໍ່ຕາມະນຸດ.14ເພາະໝາຍສຳຄັນເຫລົ່ານີ້ມັນຈຶ່ງໄດ້ຮັບອຳນາດໃຫ້ກະທຳການແທນສັດຮ້າຍໂຕທຳອິດ, ມັນຫລອກລວງຄົນທັງຫລາຍທີ່ຢູ່ໃນແຜ່ນດິນໂລກ. ມັນສັ່ງໃຫ້ພວກເຂົາສ້າງຮູບຈຳລອງຂຶ້ນເພື່ອເປັນກຽດແກ່ສັດຮ້າຍທີ່ຖືກບາດເຈັບດ້ວຍດາບແຕ່ຍັງບໍ່ຕາຍນັ້ນ.15ສັດຮ້າຍໂຕທີສອງໄດ້ຮັບອຳນາດທີ່ຈະໃຫ້ລົມຫາຍໃຈແກ່ຮູບຈໍາລອງຂອງສັດຮ້າຍໂຕທຳອິດ, ເພື່ອວ່າຮູບຈຳລອງນັ້ນຈະສາມາດເວົ້າໄດ້ ແລະ ເຮັດໃຫ້ທຸກຄົນທີ່ບໍ່ຍອມຂາບໄຫວ້ຮູບຈຳລອງຖືກຂ້າຕາຍ.16ມັນຍັງບັງຄັບທຸກຄົນທັງຜູ້ໃຫຍ່ ແລະ ຜູ້ນ້ອຍ, ຄົນຮັ່ງມີ ແລະ ຄົນຍາກຈົນ, ຂ້າທາດ ຫລື ອິດສະຫລະ ໃຫ້ຮັບເຄື່ອງໝາຍໄວ້ທີ່ມືຂວາ ຫລື ທີ່ໜ້າຜາກຂອງພວກເຂົາ,17ເພື່ອບໍ່ໃຫ້ຜູ້ໃດເຮັດການຊື້ ຫລື ຂາຍໄດ້ ເວັ້ນໄວ້ແຕ່ພວກເຂົາຈະມີເຄື່ອງໝາຍ, ເຊິ່ງເປັນຊື່ຂອງສັດຮ້າຍ ຫລື ໂຕເລກປະຈຳຊື່ຂອງສັດຮ້າຍນັ້ນ.18ໃນເລື່ອງນີ້ຕ້ອງໃຊ້ສະຕິປັນຍາ. ຜູ້ໃດມີຄວາມເຂົ້າໃຈກໍໃຫ້ຄິດໄລ່ໂຕເລກຂອງສັດຮ້າຍນັ້ນ ເພາະໂຕເລກນັ້ນແທນຊື່ບຸກຄົນ ໜຶ່ງ. ໂຕເລກນັ້ນແມ່ນ 666.Biblica, Inc.