ພຣະນິມິດ12
ແມ່ຍິງ ແລະ ພະຍານາກ
1ມີໝາຍສຳຄັນອັນຍິ່ງໃຫຍ່ປາກົດຂຶ້ນໃນສະຫວັນຄື: ຍິງຄົນໜຶ່ງມີດວງອາທິດປົກຄຸມໂຕເໝືອນນຸ່ງເສື້ອຜ້າ, ມີດວງຈັນຢູ່ໃຕ້ຕີນ ແລະ ມີດາວສິບສອງດວງເປັນມົງກຸດສວມຢູ່ເທິງຫົວຂອງນາງ.2ຍິງນັ້ນຖືພາ ແລະ ຮ້ອງດ້ວຍຄວາມເຈັບປວດເພາະນາງໃກ້ຈະເກີດລູກແລ້ວ.3ຫລັງຈາກນັ້ນ ກໍມີໝາຍສຳຄັນອີກຢ່າງໜຶ່ງໄດ້ປາກົດຂຶ້ນໃນສະຫວັນຄື: ພະຍານາກໃຫຍ່ສີແດງໂຕໜຶ່ງມີເຈັດຫົວ ແລະ ສິບເຂົາ, ທັງເຈັດຫົວສວມມົງກຸດ4ຫາງຂອງພະຍານາກນັ້ນໄດ້ກວາດໜຶ່ງສ່ວນສາມຂອງດວງດາວໃນທ້ອງຟ້າ ແລະ ແກວ່ງດວງດາວນັ້ນລົງໃສ່ແຜ່ນດິນໂລກ. ພະຍານາກນັ້ນຢືນຢູ່ຕໍ່ໜ້າແມ່ຍິງຜູ້ທີ່ກຳລັງຈະເກີດລູກ, ເພື່ອວ່າມັນຈະໄດ້ກິນເດັກນ້ອຍດ້ວຍຄວາມຫິວໂຫຍໃນທັນທີທີ່ເດັກນັ້ນເກີດມາ.5ນາງໄດ້ເກີດລູກຊາຍຜູ້ໜຶ່ງ, ເປັນເດັກນ້ອຍຜູ້ຊາຍ, ຜູ້ທີ່ “ຈະປົກຄອງປະຊາຊາດທັງປວງດ້ວຍຄາທາເຫລັກ”. ແລະ ລູກຂອງນາງໄດ້ຖືກດຶງຂຶ້ນໄປຫາພຣະເຈົ້າ ແລະ ໄປທີ່ບັນລັງຂອງພຣະອົງ.6ຍິງນັ້ນໄດ້ໜີເຂົ້າໄປຍັງຖິ່ນແຫ້ງແລ້ງກັນດານໄປສູ່ບ່ອນທີ່ພຣະເຈົ້າໄດ້ຈັດຕຽມໄວ້ສຳລັບນາງ, ຢູ່ທີ່ນັ້ນນາງຈະໄດ້ຮັບການລ້ຽງດູເປັນເວລາໜຶ່ງພັນສອງຮ້ອຍຫົກສິບວັນ.7ຫລັງຈາກນັ້ນ ກໍໄດ້ເກີດສົງຄາມຂຶ້ນໃນສະຫວັນ. ມີຄາເອນ ແລະ ບັນດາເທວະດາຂອງເພິ່ນກໍພາກັນຕໍ່ສູ້ກັບພະຍານາກ, ສ່ວນພະຍານາກ ແລະ ບໍລິວານຂອງມັນກໍໄດ້ຕໍ່ສູ້ຄືນ.8ແຕ່ພະຍານາກບໍ່ເຂັ້ມແຂງພໍ ແລະ ພວກມັນໄດ້ສູນເສຍບ່ອນຢູ່ຂອງພວກມັນໃນສະຫວັນ.9ພະຍານາກໃຫຍ່ທີ່ຖືກໂຍນລົງມານັ້ນແມ່ນງູດຶກດຳບັນທີ່ເອີ້ນວ່າມານຮ້າຍ ຫລື ມານຊາຕານ, ຜູ້ທີ່ນຳພາຄົນທັງໂລກໃຫ້ຫລົງຜິດ. ມັນຖືກໂຍນລົງມາເທິງໂລກພ້ອມກັບບັນດາເທວະດາຂອງມັນ.10ແລ້ວຂ້າພະເຈົ້າໄດ້ຍິນສຽງດັງໃນສະຫວັນກ່າວວ່າ:“ບັດນີ້ ຄວາມພົ້ນ ແລະ ລິດອຳນາດແລະ ອານາຈັກຂອງພຣະເຈົ້າຂອງພວກເຮົາ,ແລະ ສິດອຳນາດແຫ່ງພຣະຄຣິດເຈົ້າຂອງພຣະອົງມາເຖິງແລ້ວ.ເພາະຜູ້ທີ່ກ່າວໂທດບັນດາພີ່ນ້ອງຂອງພວກເຮົາ,ຜູ້ທີ່ກ່າວໂທດພວກເຂົາຕໍ່ໜ້າພຣະເຈົ້າຂອງພວກເຮົາທັງກາງເວັນ ແລະ ກາງຄືນ.ໄດ້ຖືກໂຍນລົງໄປແລ້ວ.11ພວກເຂົາໄດ້ຊະນະພະຍານາກໂດຍໂລຫິດຂອງລູກແກະຂອງພຣະເຈົ້າແລະ ໂດຍຄຳພະຍານຂອງພວກເຂົາເອງ,ພວກເຂົາບໍ່ໄດ້ຮັກຊີວິດຂອງຕົນເອງຫລາຍແມ່ນແຕ່ຄວາມຕາຍພວກເຂົາກໍບໍ່ຢ້ານ.12ເຫດສະນັ້ນ ຈົ່ງຊື່ນຊົມຍິນດີ, ຟ້າສະຫວັນແລະ ບັນດາຜູ້ອາໄສໃນຟ້າສະຫວັນເອີຍ!ແຕ່ວິບັດແກ່ແຜ່ນດິນໂລກ ແລະ ທະເລ,ເພາະວ່າມານຮ້າຍໄດ້ລົງໄປຫາພວກເຈົ້າແລ້ວ!ມັນເຕັມດ້ວຍຄວາມຄຽດແຄ້ນ,ເພາະມັນຮູ້ວ່າເວລາຂອງມັນມີໜ້ອຍ”.13ເມື່ອພະຍານາກເຫັນວ່າຕົນໄດ້ຖືກໂຍນລົງເທິງແຜ່ນດິນໂລກແລ້ວ, ມັນກໍໄລ່ຕາມຫາແມ່ຍິງຜູ້ທີ່ໄດ້ເກີດລູກເປັນເດັກນ້ອຍຜູ້ຊາຍນັ້ນ.14ຍິງນັ້ນໄດ້ຮັບປີກນົກອິນຊີໃຫຍ່ສອງປີກເພື່ອຈະໄດ້ບິນໄປຍັງບ່ອນທີ່ໄດ້ຈັດຕຽມໄວ້ໃຫ້ນາງໃນຖິ່ນແຫ້ງແລ້ງກັນດານ, ຢູ່ທີ່ນັ້ນນາງຈະໄດ້ຮັບການປົກປ້ອງລ້ຽງດູໃຫ້ພົ້ນຈາກການໂຈມຕີຂອງພະຍານາກຕະຫລອດໜຶ່ງວາລະ, ສອງວາລະ ແລະ ເຄິ່ງວາລະ.15ແລ້ວພະຍານາກນັ້ນກໍໄດ້ພົ່ນນ້ຳອອກຈາກປາກຂອງມັນເໝືອນແມ່ນ້ຳເພື່ອຊັດນາງໃຫ້ລອຍໄປຕາມກະແສນ້ຳ.16ແຕ່ແຜ່ນດິນໂລກໄດ້ຊ່ວຍນາງໄວ້ໂດຍອ້າປາກອອກ ແລະ ກືນເອົາແມ່ນ້ຳທີ່ພະຍານາກພົ່ນອອກຈາກປາກຂອງມັນນັ້ນ.17ແລ້ວພະຍານາກກໍຄຽດແຄ້ນຍິງນັ້ນ ແລະ ໄປເຮັດສົງຄາມກັບລູກຫລານຂອງນາງທີ່ເຫລືອຄື ຄົນເຫລົ່ານັ້ນທີ່ຖືຮັກສາກົດບັນຍັດຂອງພຣະເຈົ້າ ແລະ ຢຶດຖືຄຳພະຍານຂອງພວກເຂົາກ່ຽວກັບພຣະເຢຊູເຈົ້າ.Biblica, Inc.