ເພງສັນລະເສີນ99

1ພຣະເຈົ້າ​ຢາເວ​ນັ້ນ​ຄອບຄອງ​ຢູ່,ປະຊາຊາດ​ທັງຫລາຍ​ຈົ່ງ​ສັ່ນ​ສະທ້ານ;ພຣະອົງ​ນັ່ງ​ຢູ່​ເທິງ​ບັນລັງ​ລະຫວ່າງ​ເຄຣຸບ,ແຜ່ນດິນ​ໂລກ​ຈົ່ງ​ສັ່ນສະເທືອນ.2ພຣະເຈົ້າ​ຢາເວ​ຜູ້​ຢູ່​ໃນ​ຊີໂອນ​ນັ້ນ​ຍິ່ງໃຫຍ່ພຣະອົງ​ເປັນ​ທີ່​ຍົກຍ້ອງ​ເໜືອ​ທຸກ​ຊົນຊາດ.3ໃຫ້​ພວກເຂົາ​ສັນລະເສີນ​ນາມ​ອັນ​ຍິ່ງໃຫຍ່ ແລະ ນາມ​ອັນ​ອັດສະຈັນ​ຂອງ​ພຣະອົງພຣະອົງ​ບໍລິສຸດ.
4ເປັນ​ກະສັດ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່, ພຣະອົງ​ຮັກ​ຄວາມຍຸຕິທຳພຣະອົງ​ໄດ້​ສະຖາປະນາ​ຄວາມ​ສະເໝີພາບ​ໄວ້;ພຣະອົງ​ໄດ້​ກະທຳສິ່ງ​ທີ່​ຍຸຕິທຳ ແລະ ຖືກຕ້ອງ​ໃນ​ອິດສະຣາເອນ. 5ຈົ່ງ​ຍົກຍ້ອງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຮົາແລະ ນະມັດສະການ​ທີ່​ແທ່ນ​ຮອງ​ຕີນ​ຂອງ​ພຣະອົງພຣະອົງ​ບໍລິສຸດ.
6ໂມເຊ ແລະ ອາໂຣນ​ກໍ​ຢູ່​ໃນ​ທ່າມກາງ​ປະໂລຫິດ​ທັງຫລາຍ​ຂອງ​ພຣະອົງ.ຊາມູເອນ​ເປັນ​ຄົນ​ໜຶ່ງ​ໃນ​ບັນດາ​ຜູ້​ທີ່​ຮ້ອງ​ອອກ​ນາມ​ຂອງ​ພຣະອົງ;ພວກເຂົາ​ຮ້ອງ​ຫາ​ພຣະເຈົ້າ​ຢາເວແລະ ພຣະອົງ​ກໍ​ໄດ້​ຕອບ​ພວກເຂົາ.7ພຣະອົງ​ໄດ້​ເວົ້າ​ກັບ​ພວກເຂົາ​ຈາກ​ເສົາ​ເມກ;ພວກເຂົາ​ໄດ້​ເຮັດ​ຕາມ​ກົດເກນ​ຂອງ​ພຣະອົງ ແລະ ດຳລັດ​ທີ່​ພຣະອົງ​ໄດ້​ໃຫ້​ພວກເຂົາ.
8ຂ້າແດ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກຂ້ານ້ອຍ,ພຣະອົງ​ໄດ້​ຕອບ​ພວກເຂົາ​ແລ້ວ;ພຣະອົງ​ເປັນ​ພຣະເຈົ້າ​ຜູ້​ໃຫ້​ອະໄພ​ສຳລັບ​ອິດສະຣາເອນ, ເຖິງ​ວ່າ​ພຣະອົງ​ໄດ້​ລົງໂທດ​ເມື່ອ​ພວກເຂົາ​ເຮັດ​ຜິດ. 9ຈົ່ງ​ຍົກຍ້ອງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຮົາແລະ ນະມັດສະການ​ທີ່​ພູເຂົາ​ສັກສິດ​ຂອງ​ພຣະອົງ,ເພາະ​ພຣະເຈົ້າ​ຢາເວ​ຂອງ​ພວກເຮົາ​ນັ້ນ​ບໍລິສຸດ.

Biblica, Inc.

https://app.library.bible/content/eab9312f9f16b3a2