ເພງສັນລະເສີນ98

(ບົດ​ເພງສັນລະເສີນ)

1ຈົ່ງ​ຮ້ອງເພງ​ບົດ​ໃໝ່​ຖວາຍ​ແກ່​ພຣະເຈົ້າ​ຢາເວ,ເພາະ​ພຣະອົງ​ໄດ້​ເຮັດ​ການ​ອັດສະຈັນ​ຫລາຍ​ຢ່າງ;ມື​ຂວາ ແລະ ແຂນ​ອັນ​ບໍລິສຸດ​ຂອງ​ພຣະອົງໄດ້​ນຳ​ຄວາມ​ພົ້ນ​ມາ.2ພຣະເຈົ້າ​ຢາເວ​ໄດ້​ເຮັດ​ໃຫ້​ຄວາມ​ພົ້ນ​ຂອງ​ພຣະອົງ​ເປັນ​ທີ່​ຮູ້​ຈັກແລະ ໄດ້​ສະແດງ​ຄວາມ​ຊອບທຳ​ຂອງ​ພຣະອົງ​ແກ່​ປະຊາຊາດ​ທັງຫລາຍ.3ພຣະອົງ​ໄດ້​ລະນຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະອົງແລະ ຄວາມ​ສັດຊື່​ຂອງ​ພຣະອົງ​ຕໍ່​ຊາວ​ອິດສະຣາເອນ;ຄົນ​ຢູ່​ທົ່ວ​ທຸກ​ມຸມ​ໂລກ​ຕ່າງ​ກໍ​ໄດ້​ເຫັນຄວາມ​ພົ້ນ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ.
4ທົ່ວ​ທັງ​ແຜ່ນດິນ​ໂລກ, ຈົ່ງ​ໂຫ່​ຮ້ອງ​ຊື່ນຊົມຍິນດີ​ຖວາຍ​ແກ່​ພຣະເຈົ້າ​ຢາເວ,ຈົ່ງ​ເປັ່ງ​ສຽງ​ເພງ​ແຫ່ງ​ຄວາມ​ມ່ວນຊື່ນ​ເຂົ້າ​ກັບ​ສຽງ​ດົນຕີ;5ຈົ່ງ​ບັນເລງ​ບົດເພງ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ດ້ວຍ​ພິນ,ດ້ວຍ​ພິນ ແລະ ສຽງ​ຮ້ອງເພງ,6ຈົ່ງ​ເປົ່າ​ແກ ແລະ ແກ​ເຂົາ​ແກະຈົ່ງ​ໂຫ່​ຮ້ອງ​ດ້ວຍ​ຄວາມ​ຊື່ນຊົມຍິນດີ​ຕໍ່ໜ້າ​ພຣະເຈົ້າ​ຢາເວ, ຜູ້​ເປັນ​ກະສັດ.
7ໃຫ້​ທະເລ ແລະ ທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ,ໂລກ ແລະ ຜູ້​ທີ່​ຢູ່​ໃນ​ໂລກ​ທັງໝົດ​ໂຫ່​ຮ້ອງ​ດັງ​ກ້ອງ​ກັງວານ.8ໃຫ້​ແມ່ນ້ຳ​ທັງຫລາຍ​ຕົບ​ມື​ຂອງ​ຕົນ,ໃຫ້​ພູເຂົາ​ທັງຫລາຍ​ຮ້ອງເພງ​ຊື່ນຊົມຍິນດີ​ຮ່ວມ​ກັນ;9ໃຫ້​ສິ່ງ​ເຫລົ່ານັ້ນ​ຮ້ອງເພງ​ຕໍ່ໜ້າ​ພຣະເຈົ້າ​ຢາເວ,ເພາະ​ພຣະອົງ​ມາ​ເພື່ອ​ພິພາກສາ​ໂລກ.ພຣະອົງ​ຈະ​ພິພາກສາ​ໂລກ​ດ້ວຍ​ຄວາມ​ຊອບທຳແລະ ພິພາກສາ​ຊົນຊາດ​ທັງຫລາຍ​ດ້ວຍ​ຄວາມ​ທ່ຽງທຳ.

Biblica, Inc.

https://app.library.bible/content/eab9312f9f16b3a2