ເພງສັນລະເສີນ100

(ບົດ​ເພງສັນລະເສີນ ເພື່ອ​ຂອບພຣະຄຸນ)

1ທົ່ວທັງ​ໂລກ​ເອີຍ, ຈົ່ງ​ໂຫ່​ຮ້ອງ​ຊື່ນຊົມຍິນດີ​ຖວາຍ​ແດ່​ພຣະເຈົ້າ​ຢາເວ.2ຈົ່ງ​ນະມັດສະການ​ພຣະເຈົ້າ​ຢາເວ​ດ້ວຍ​ຄວາມ​ຍິນດີ;ຈົ່ງ​ມາ​ເຂົ້າ​ມາ​ພົບ​ພຣະອົງ​ດ້ວຍ​ບົດເພງ​ຊື່ນຊົມຍິນດີ.3ຈົ່ງ​ຮູ້​ວ່າ​ພຣະເຈົ້າ​ຢາເວ​ນັ້ນ​ເປັນ​ພຣະເຈົ້າ.ພຣະອົງ​ນີ້​ແຫລະ​ທີ່​ໄດ້​ສ້າງ​ພວກເຮົາ ແລະ ພວກເຮົາ​ກໍ​ເປັນ​ຂອງ​ພຣະອົງ; ພວກເຮົາ​ເປັນ​ປະຊາຊົນ​ຂອງ​ພຣະອົງ, ເປັນ​ແກະ​ໃນ​ທົ່ງຫຍ້າ​ຂອງ​ພຣະອົງ.
4ຈົ່ງ​ເຂົ້າ​ປະຕູ​ຂອງ​ພຣະອົງ​ດ້ວຍ​ການ​ຂອບພຣະຄຸນເຂົ້າ​ມາ​ໃນ​ວິຫານ​ຂອງ​ພຣະອົງ​ດ້ວຍ​ການ​ສັນລະເສີນ;ຈົ່ງ​ຂອບພຣະຄຸນ​ພຣະອົງ ແລະ ສັນລະເສີນ​ນາມ​ຂອງ​ພຣະອົງ.5ເພາະ​ພຣະເຈົ້າ​ຢາເວ​ນັ້ນ​ແສນ​ດີ ແລະ ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ​ກໍ​ດຳລົງ​ຢູ່​ເປັນນິດ;ຄວາມ​ສັດຊື່​ຂອງ​ພຣະອົງ​ນັ້ນ​ຍັງ​ຢູ່​ຕະຫລອດ​ທຸກ​ຊົ່ວ​ອາຍຸ.

Biblica, Inc.

https://app.library.bible/content/eab9312f9f16b3a2