ເພງສັນລະເສີນ97

1ພຣະເຈົ້າ​ຢາເວ​ນັ້ນ​ຄອບຄອງ​ຢູ່, ແຜ່ນດິນ​ໂລກ​ຈົ່ງ​ຍິນດີ;ຊາຍ​ທະເລ​ທີ່​ຢູ່​ຫ່າງ​ໄກ​ຈົ່ງ​ຊື່ນຊົມຍິນດີ2ເມກ ແລະ ຄວາມ​ມືດ​ໜາ​ກໍ​ຫຸ້ມ​ອ້ອມ​ພຣະອົງ;ຄວາມ​ຊອບທຳ ແລະ ຄວາມ​ຍຸຕິທຳ​ເປັນ​ຮາກຖານ​ຂອງ​ບັນລັງ​ຂອງ​ພຣະອົງ.3ໄຟ​ໄດ້​ອອກ​ລ່ວງ​ໜ້າ​ພຣະອົງ​ໄປແລະ ເຜົາຜານ​ສັດຕູ​ຂອງ​ພຣະອົງ​ຢູ່​ທຸກ​ດ້ານ.4ສາຍ​ຟ້າແມບ​ຂອງ​ພຣະອົງ​ກໍ​ເຮັດ​ໃຫ້​ໂລກ​ສະຫວ່າງສະໄຫວ;ແຜ່ນດິນ​ໂລກ​ເຫັນ​ແລ້ວ​ສັ່ນ​ສະທ້ານ.5ພູເຂົາ​ທັງຫລາຍ​ໄດ້​ລະລາຍ​ເໝືອນ​ດັ່ງ​ຂີ້​ເຜິ້ງ​ຕໍ່ໜ້າ​ພຣະເຈົ້າ​ຢາເວ.ຕໍ່ໜ້າ​ອົງພຣະຜູ້ເປັນເຈົ້າ​ແຫ່ງ​ແຜ່ນດິນ​ໂລກ.6ຟ້າ​ສະຫວັນ​ປະກາດ​ຄວາມ​ຊອບທຳ​ຂອງ​ພຣະອົງແລະ ຊົນຊາດ​ທັງໝົດ​ກໍ​ເຫັນ​ສະຫງ່າລາສີ​ຂອງ​ພຣະອົງ
7ບັນດາ​ຜູ້​ທີ່​ນະມັດສະການ​ຮູບເຄົາລົບ​ທຸກຄົນ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ,ຄື​ຜູ້​ທີ່​ອວດອ້າງ​ໃນ​ຮູບເຄົາລົບພະ​ທັງຫລາຍ, ຈົ່ງ​ນະມັດສະການ​ພຣະເຈົ້າ!
8ຊີໂອນ​ໄດ້​ຍິນ ແລະ ຊື່ນຊົມຍິນດີແລະ ໝູ່ບ້ານ​ທັງຫລາຍ​ຂອງ​ຢູດາ​ຕ່າງ​ກໍ​ຍິນດີເພາະ​ຄຳ​ພິພາກສາ​ຂອງ​ພຣະອົງ ຂ້າແດ່​ພຣະເຈົ້າ​ຢາເວ.9ຂ້າແດ່​ພຣະເຈົ້າ​ຢາເວ ເພາະ​ພຣະອົງ​ເປັນ​ອົງ​ຜູ້​ສູງສຸດ​ເໜືອ​ທັງ​ໂລກ;ພຣະອົງ​ເປັນ​ທີ່​ຍົກຍ້ອງ​ເທີດທູນ​ເໜືອ​ພະ​ທັງໝົດ.10ບັນດາ​ຜູ້​ທີ່​ຮັກ​ພຣະເຈົ້າ​ຢາເວ ຈົ່ງ​ກຽດຊັງ​ຄວາມ​ຊົ່ວ,ເພາະ​ພຣະອົງ​ປົກປ້ອງ​ຊີວິດ​ຂອງ​ບັນດາ​ຜູ້​ທີ່​ສັດຊື່​ຕໍ່​ພຣະອົງແລະ ປົດປ່ອຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ມື​ຂອງ​ຄົນ​ຊົ່ວ.11ແສງສະຫວ່າງ​ສາດ​ສ່ອງ​ໃສ່​ຄົນ​ຊອບທຳແລະ ຄວາມ​ຊື່ນຊົມຍິນດີ​ກໍ​ມີ​ແກ່​ຜູ້​ທີ່​ມີ​ຈິດໃຈ​ທ່ຽງທຳ.12ພວກເຈົ້າ​ທັງຫລາຍ​ຜູ້​ຊອບທຳ, ຈົ່ງ​ຊື່ນຊົມຍິນດີ​ໃນ​ພຣະເຈົ້າ​ຢາເວແລະ ສັນລະເສີນ​ນາມ​ອັນ​ບໍລິສຸດ​ຂອງ​ພຣະອົງ.

Biblica, Inc.

https://app.library.bible/content/eab9312f9f16b3a2