ເພງສັນລະເສີນ96
1ຈົ່ງຮ້ອງເພງບົດໃໝ່ຖວາຍແດ່ພຣະເຈົ້າຢາເວ;ຈົ່ງຮ້ອງເພງຖວາຍພຣະເຈົ້າຢາເວ ທົ່ວແຜ່ນດິນໂລກ.2ຈົ່ງຮ້ອງເພງຖວາຍພຣະເຈົ້າຢາເວ ສັນລະເສີນນາມຂອງພຣະອົງ;ຈົ່ງປະກາດຄວາມພົ້ນຂອງພຣະອົງທຸກໆວັນ.3ຈົ່ງປະກາດສະຫງ່າລາສີຂອງພຣະອົງໃນທ່າມກາງບັນດາປະຊາຊາດ,ປະກາດກິດຈະການອັນລ້ຳເລີດຂອງພຣະອົງທ່າມກາງຊົນຊາດທັງໝົດ.4ເພາະພຣະເຈົ້າຢາເວນັ້ນຍິ່ງໃຫຍ່ ແລະ ສົມຄວນໄດ້ຮັບການສັນລະເສີນທີ່ສຸດ;ພຣະອົງເປັນທີ່ເຄົາລົບຢຳເກງເໜືອພະທັງໝົດ.5ເພາະພະທັງໝົດຂອງຊົນຊາດຕ່າງໆນັ້ນເປັນພຽງຮູບເຄົາລົບ,ແຕ່ພຣະເຈົ້າຢາເວໄດ້ສ້າງຟ້າສະຫວັນ.6ຄວາມສະຫງ່າງາມ ແລະ ບາລະມີກໍຢູ່ຕໍ່ໜ້າພຣະອົງ;ກຳລັງ ແລະ ສະຫງ່າລາສີກໍຢູ່ໃນສະຖານນະມັດສະການຂອງພຣະອົງ.7ທຸກຄອບຄົວຂອງຊົນຊາດທັງຫລາຍ, ຈົ່ງເທີດທູນພຣະເຈົ້າຢາເວ,ຈົ່ງເທີດທູນພຣະເຈົ້າຢາເວເຖິງກຽດ ແລະ ກຳລັງຂອງພຣະອົງ.8ຈົ່ງເທີດທູນພຣະເຈົ້າຢາເວຕາມກຽດທີ່ສົມຄວນແກ່ນາມຂອງພຣະອົງ;ຈົ່ງນຳເຄື່ອງບູຊາ ແລະ ເຂົ້າມາໃນເດີ່ນວິຫານຂອງພຣະອົງ.9ຈົ່ງນະມັດສະການພຣະເຈົ້າຢາເວໃນຄວາມສະຫງ່າງາມແຫ່ງຄວາມບໍລິສຸດຂອງພຣະອົງ; ທົ່ວແຜ່ນດິນໂລກຈົ່ງສັ່ນສະທ້ານຕໍ່ໜ້າພຣະອົງ.10ຈົ່ງກ່າວທ່າມກາງປະຊາຊາດທັງຫລາຍວ່າ “ພຣະເຈົ້າຢາເວຄອບຄອງ”.ໂລກໄດ້ຮັບການສະຖາປະນາໄວ້ຢ່າງໝັ້ນຄົງ ຈະບໍ່ມີວັນສັ່ນຄອນ;ພຣະອົງຈະພິພາກສາຊົນຊາດທັງຫລາຍຢ່າງຍຸຕິທຳ.11ຟ້າສະຫວັນຈົ່ງຊື່ນຊົມຍິນດີ, ແຜ່ນດິນໂລກຈົ່ງຍິນດີ;ໃຫ້ທະເລ ແລະ ທຸກສິ່ງທີ່ຢູ່ໃນນັ້ນສົ່ງສຽງກັງວານ.12ໃຫ້ທົ່ງນາ ແລະ ທຸກສິ່ງທີ່ຢູ່ໃນທົ່ງນານັ້ນມ່ວນຊື່ນ,ໃຫ້ຕົ້ນໄມ້ທີ່ຢູ່ໃນປ່າຮ້ອງເພງຊື່ນຊົມຍິນດີ.13ໃຫ້ທຸກສິ່ງທີ່ພຣະອົງສ້າງນັ້ນຊື່ນຊົມຍິນດີຕໍ່ໜ້າພຣະເຈົ້າຢາເວ ເພາະພຣະອົງມາ,ພຣະອົງມາເພື່ອພິພາກສາແຜ່ນດິນໂລກ.ພຣະອົງຈະພິພາກສາໂລກດ້ວຍຄວາມຊອບທຳແລະ ພິພາກສາຊົນຊາດຕ່າງໆດ້ວຍຄວາມສັດຊື່ຂອງພຣະອົງ.
Biblica, Inc.