ເພງສັນລະເສີນ95
1ຈົ່ງມາ, ໃຫ້ພວກເຮົາຮ້ອງເພງຊື່ນຊົມຍິນດີຖວາຍແກ່ພຣະເຈົ້າຢາເວ;ໃຫ້ພວກເຮົາໂຫ່ຮ້ອງແດ່ຜູ້ເປັນສີລາແຫ່ງຄວາມພົ້ນຂອງພວກເຮົາ.2ໃຫ້ພວກເຮົາມາເຂົ້າເຝົ້າຕໍ່ໜ້າພຣະອົງດ້ວຍການຂອບພຣະຄຸນແລະ ໃຫ້ພວກເຮົາໂຫ່ຮ້ອງສັນລະເສີນພຣະອົງດ້ວຍດົນຕີ ແລະ ບົດເພງ.3ເພາະພຣະເຈົ້າຢາເວເປັນພຣະເຈົ້າຍິ່ງໃຫຍ່,ເປັນກະສັດຍິ່ງໃຫຍ່ເໜືອພະທັງໝົດ.4ທີ່ເລິກແຫ່ງແຜ່ນດິນໂລກກໍຢູ່ໃນມືຂອງພຣະອົງແລະ ຍອດພູທັງຫລາຍກໍເປັນຂອງພຣະອົງ.5ທະເລເປັນຂອງພຣະອົງ ເພາະພຣະອົງໄດ້ສ້າງທະເລນັ້ນຂຶ້ນມາ,ແລະ ມືຂອງພຣະອົງໄດ້ປັ້ນແຜ່ນດິນ.6ຈົ່ງມາ, ໃຫ້ພວກເຮົາກາບລົງນະມັດສະການ,ໃຫ້ພວກເຮົາຄຸເຂົ່າລົງຕໍ່ໜ້າພຣະເຈົ້າຢາເວ ພຣະຜູ້ສ້າງຂອງພວກເຮົາ;7ເພາະພຣະອົງເປັນພຣະເຈົ້າຂອງພວກເຮົາແລະ ພວກເຮົາກໍເປັນປະຊາຊົນທີ່ພຣະອົງລ້ຽງດູໃນທົ່ງຫຍ້າຂອງພຣະອົງ,ເປັນຝູງແກະທີ່ຢູ່ໃນການເບິ່ງແຍງຂອງພຣະອົງ.ວັນນີ້, ຖ້າພວກເຈົ້າພຽງແຕ່ໄດ້ຍິນສຽງຂອງພຣະອົງ8ຢ່າເຮັດໃຈແຂງກະດ້າງເໝືອນທີ່ເມຣີບາ, ເໝືອນທີ່ມັດສາ ໃນຖິ່ນແຫ້ງແລ້ງກັນດານ,9ບ່ອນທີ່ບັນພະບຸລຸດຂອງພວກເຈົ້າໄດ້ທົດລອງເຮົາພວກເຂົາລອງດີກັບເຮົາທັງທີ່ພວກເຂົາໄດ້ເຫັນສິ່ງຕ່າງໆທີ່ເຮົາໄດ້ເຮັດແລ້ວກໍຕາມ.10ຕະຫລອດສີ່ສິບປີ ເຮົາໄດ້ໃຈຮ້າຍໃຫ້ຄົນທີ່ຢູ່ໃນຊົ່ວອາຍຸນັ້ນແລະ ເຮົາໄດ້ເວົ້າວ່າ “ພວກເຂົາເປັນຊົນຊາດທີ່ໃຈຫລົງໄປແລະ ພວກເຂົາບໍ່ຮູ້ຈັກວິຖີທາງຂອງເຮົາ”.11ດັ່ງນັ້ນ ເຮົາຈຶ່ງສາບານດ້ວຍຄວາມໃຈຮ້າຍຂອງເຮົາວ່າ,“ພວກເຂົາຈະບໍ່ມີວັນໄດ້ເຂົ້າສູ່ການພັກສະຫງົບຂອງເຮົາ”.
Biblica, Inc.