ເພງສັນລະເສີນ94

1ຂ້າແດ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຜູ້​ແກ້​ແຄ້ນ.ຂ້າແດ່​ພຣະເຈົ້າ​ຜູ້​ແກ້​ແຄ້ນ ຂໍ​ໂຜດ​ສ່ອງ​ແສງ​ອອກ​ມາ.2ໂຜດ​ລຸກ​ຂຶ້ນ ຜູ້​ພິພາກສາ​ແຜ່ນດິນ​ໂລກ;ຂໍ​ຕອບແທນ​ຄົນ​ຈອງຫອງ​ທີ່​ພວກເຂົາ​ສົມຄວນ​ຈະ​ໄດ້​ຮັບ.3ຂ້າແດ່​ພຣະເຈົ້າ​ຢາເວ ອີກ​ດົນ​ປານ​ໃດທີ່​ຄົນ​ຊົ່ວ​ຈະ​ຊື່ນຊົມຍິນດີ​ໃນ​ໄຊຊະນະ?
4ພວກເຂົາ​ເທ​ຄຳເວົ້າ​ອັນ​ຈອງຫອງ​ອອກ​ມາ;ຄົນ​ເຮັດ​ຊົ່ວ​ທັງໝົດ​ຕ່າງ​ກໍ​ເຕັມ​ໄປ​ດ້ວຍ​ການ​ອວດອ້າງ.5ຂ້າແດ່​ພຣະເຈົ້າ​ຢາເວ ພວກເຂົາ​ຍ່ອງ​ປະຊາຊົນ​ຂອງ​ພຣະອົງພວກເຂົາ​ຂົ່ມເຫັງ​ຜູ້​ເປັນ​ກຳມະສິດ​ຂອງ​ພຣະອົງ.6ພວກເຂົາ​ຂ້າ​ແມ່ໝ້າຍ ແລະ ຄົນຕ່າງດ້າວ;ພວກເຂົາ​ຂ້າ​ລູກ​ກຳພ້າ​ພໍ່.7ພວກເຂົາ​ເວົ້າ​ວ່າ “ພຣະເຈົ້າ​ຢາເວ​ບໍ່​ເຫັນ;ພຣະເຈົ້າ​ຂອງ​ຢາໂຄບ​ບໍ່​ໃສ່​ໃຈ”.
8ພວກເຈົ້າ​ທັງຫລາຍ​ຜູ້​ບໍ່​ຮູ້​ຈັກ​ຄິດ​ໃນ​ໝູ່​ປະຊາຊົນ ຈົ່ງ​ໃສ່​ໃຈພວກເຈົ້າ​ຜູ້​ເປັນ​ຄົນ​ໂງ່ ເມື່ອ​ໃດ​ພວກເຈົ້າ​ຈຶ່ງ​ຈະ​ສະຫລາດ​ຂຶ້ນ?9ພຣະອົງ​ຜູ້​ສ້າງ​ຫູ​ຈະ​ບໍ່​ໄດ້​ຍິນ​ບໍ?ພຣະອົງ​ຜູ້​ສ້າງ​ຕາ​ຈະ​ບໍ່​ເຫັນ​ບໍ?10ພຣະອົງ​ຜູ້​ຕີ​ສັ່ງສອນ​ປະຊາຊາດ​ທັງຫລາຍ​ຈະ​ບໍ່​ລົງໂທດ​ບໍ?ພຣະອົງ​ຜູ້​ສອນ​ມະນຸດ​ຈະ​ຂາດ​ຄວາມ​ຮູ້​ບໍ?11ພຣະເຈົ້າ​ຢາເວ​ຮູ້​ຈັກ​ຄວາມ​ຄິດ​ຂອງ​ມະນຸດພຣະອົງ​ຮູ້​ວ່າ​ພວກເຂົາ​ລ້ວນ​ແຕ່​ບໍ່​ມີ​ປະໂຫຍດ.
12ຂ້າແດ່​ພຣະເຈົ້າ​ຢາເວ ຄວາມ​ສຸກ​ມີ​ແກ່​ຜູ້​ທີ່​ພຣະອົງ​ຕີ​ສັ່ງສອນ,ມີ​ແກ່​ຜູ້​ທີ່​ພຣະອົງ​ສອນ​ຈາກ​ກົດບັນຍັດ​ຂອງ​ພຣະອົງ;13ພຣະອົງ​ໃຫ້​ພວກເຂົາ​ໄດ້​ຮັບ​ຄວາມ​ຊ່ວຍເຫລືອ​ໃນ​ຍາມ​ເດືອດຮ້ອນ,ຈົນ​ຂຸມ​ໄດ້​ຂຸດ​ໄວ້​ສຳລັບ​ຄົນ​ຊົ່ວຮ້າຍ.14ເພາະ​ພຣະເຈົ້າ​ຢາເວ​ຈະ​ບໍ່​ປະຕິເສດ​ປະຊາຊົນ​ຂອງ​ພຣະອົງ;ພຣະອົງ​ຈະ​ບໍ່​ປະຖິ້ມ​ຜູ້​ທີ່​ເປັນ​ກຳມະສິດ​ຂອງ​ພຣະອົງ​ຈັກ​ເທື່ອ.15ການ​ພິພາກສາ​ຈະ​ຕັ້ງ​ໝັ້ນ​ເທິງ​ຄວາມ​ຊອບທຳ​ອີກ​ຄັ້ງ​ໜຶ່ງ,ແລະ ບັນດາ​ຜູ້​ທີ່​ມີ​ຈິດໃຈ​ທ່ຽງທຳ​ຈະ​ດຳເນີນ​ຕາມ​ນັ້ນ.
16ຜູ້ໃດ​ຈະ​ລຸກ​ຂຶ້ນ​ຕໍ່ສູ້​ກັບ​ຄົນ​ຊົ່ວຮ້າຍ​ເພື່ອ​ຂ້ານ້ອຍ?ຜູ້ໃດ​ຈະ​ຢືນ​ຕໍ່​ຕ້ານ​ຄົນ​ເຮັດ​ຊົ່ວ​ເພື່ອ​ຂ້ານ້ອຍ?17ຖ້າ​ພຣະເຈົ້າ​ຢາເວ​ບໍ່​ໄດ້​ຊ່ວຍ​ຂ້ານ້ອຍ​ໄວ້,ອີກ​ບໍ່​ດົນ​ຂ້ານ້ອຍ​ຄົງ​ຈະ​ຢູ່​ໃນ​ຄວາມ​ງຽບ​ແຫ່ງ​ຄວາມ​ຕາຍ.18ເມື່ອ​ຂ້ານ້ອຍ​ເວົ້າ​ວ່າ “ຕີນ​ຂອງ​ຂ້ານ້ອຍ​ກຳລັງ​ມື່ນ”ຂ້າແດ່​ພຣະເຈົ້າ​ຢາເວ ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ​ກໍ​ຄ້ຳຊູ​ຂ້ານ້ອຍ​ໄວ້.19ເມື່ອ​ຄວາມ​ວິຕົກ​ກັງວົນ​ສຸມ​ໃຈ​ຂອງ​ຂ້ານ້ອຍການ​ເລົ້າໂລມ​ຂອງ​ພຣະອົງ​ກໍ​ນຳ​ຄວາມ​ຊື່ນຊົມຍິນດີ​ມາ​ສູ່​ຂ້ານ້ອຍ.
20ຜູ້​ປົກຄອງ​ທີ່​ເສື່ອມຊາມ​ຈະ​ຢູ່​ຝ່າຍ​ດຽວ​ກັບ​ພຣະອົງ​ໄດ້​ບໍ?ຄື​ຜູ້​ປົກຄອງ​ທີ່​ສ້າງ​ຄວາມ​ທຸກຍາກ​ດ້ວຍ​ຄຳສັ່ງ​ຂອງ​ຕົນ.21ພວກເຂົາ​ໄດ້​ລວມ​ໂຕ​ກັນ​ຕໍ່ສູ້​ຜູ້​ຊອບທຳແລະ ຕັດສິນ​ປະຫານ​ຊີວິດ​ຜູ້​ທີ່​ບໍ່​ມີ​ຄວາມ​ຜິດ.22ແຕ່​ພຣະເຈົ້າ​ຢາເວ​ເປັນ​ປ້ອມ​ປ້ອງກັນ​ຂອງ​ຂ້ານ້ອຍ,ແລະ ພຣະເຈົ້າ​ຜູ້​ເປັນ​ສີລາ​ທີ່​ຂ້ານ້ອຍ​ເຂົ້າ​ລີ້ໄພ.23ພຣະອົງ​ຈະ​ໃຫ້​ພວກເຂົາ​ຮັບ​ໂທດ​ສົມ​ກັບ​ຄວາມ​ບາບ​ຂອງ​ພວກເຂົາແລະ ທຳລາຍ​ພວກເຂົາ​ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກເຂົາ​ເອງ;ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ຈະ​ທຳລາຍ​ພວກເຂົາ.

Biblica, Inc.

https://app.library.bible/content/eab9312f9f16b3a2