ເພງສັນລະເສີນ93

1ພຣະເຈົ້າ​ຢາເວ​ປົກຄອງ​ຢູ່, ພຣະອົງ​ຫົ່ມ​ດ້ວຍ​ບາລະມີ;ພຣະເຈົ້າ​ຢາເວ​ຫົ່ມ​ດ້ວຍ​ບາລະມີ ແລະ ກຳລັງ;ແຜ່ນດິນ​ໂລກ​ໄດ້​ຮັບ​ການ​ສະຖາປະນາ​ໄວ້​ຢ່າງ​ໝັ້ນຄົງ ແລະ ປອດໄພ;2ບັນລັງ​ຂອງ​ພຣະອົງ​ໄດ້​ຮັບ​ການ​ສະຖາປະນາ​ໄວ້​ຕັ້ງ​ແຕ່​ດຶກດຳບັນ;ພຣະອົງ​ດຳລົງ​ຢູ່​ຕະຫລອດ​ການ.
3ຂ້າແດ່​ພຣະເຈົ້າ​ຢາເວ ທະເລ​ໄດ້​ຍົກ​ຂຶ້ນ​ແລ້ວ,ທະເລ​ໄດ້​ຍົກ​ສຽງ,ທະເລ​ຍົກ​ຄື້ນ​ຊັດ​ຂຶ້ນ​ແລ້ວ.4ພຣະອົງ​ມີ​ລິດອຳນາດ​ຍິ່ງໃຫຍ່​ກວ່າ​ສຽງ​ດັງກ້ອງ​ຂອງ​ຄື້ນ​ນ້ຳ,ຍິ່ງໃຫຍ່​ກວ່າ​ຄວາມ​ປັ່ນ​ປ່ວນ​ຂອງ​ທະເລພຣະເຈົ້າ​ຢາເວ ເບື້ອງ​ເທິງ​ນັ້ນ​ຍິ່ງໃຫຍ່.
5ຂ້າແດ່​ພຣະເຈົ້າ​ຢາເວ ກົດເກນ​ຂອງ​ພຣະອົງ​ຕັ້ງ​ໝັ້ນຄົງ;ຄວາມ​ບໍລິສຸດ​ສັກສິດ​ກໍ​ປະດັບ​ວິຫານ​ຂອງ​ພຣະອົງບໍ່​ມີ​ມື້​ສິ້ນສຸດ.

Biblica, Inc.

https://app.library.bible/content/eab9312f9f16b3a2