ເພງສັນລະເສີນ90
(ຄຳອະທິຖານຂອງໂມເຊ ຄົນຂອງພຣະເຈົ້າ)
1ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງເປັນບ່ອນເພິ່ງພາຂອງພວກຂ້ານ້ອຍຕະຫລອດທຸກຊົ່ວອາຍຸ.2ກ່ອນທີ່ພູເຂົາຈະເກີດມາຫລື ກ່ອນທີ່ພຣະອົງຈະໃຫ້ທັງໂລກເກີດຂຶ້ນ,ພຣະອົງເປັນພຣະເຈົ້າຕັ້ງແຕ່ນິລັນການເຖິງນິລັນການ.3ພຣະອົງໄດ້ເຮັດໃຫ້ມະນຸດກັບຄືນສູ່ຂີ້ຝຸ່ນດິນ,ໂດຍເວົ້າວ່າ “ບັນດາບຸດຂອງມະນຸດ ຈົ່ງກັບຄືນສູ່ຂີ້ຝຸ່ນດິນ”.4ເພາະພັນປີໃນສາຍຕາຂອງພຣະອົງກໍເປັນເໝືອນວັນດຽວທີ່ຫາກໍ່ຜ່ານໄປ,ຫລື ເໝືອນຊົ່ວໂມງດຽວໃນເວລາກາງຄືນ.5ພຣະອົງໄດ້ກວາດມະນຸດໄປໃນຄວາມຕາຍພວກເຂົາເປັນເໝືອນຫຍ້າຂຽວສົດໃນເວລາເຊົ້າ6ເຊິ່ງໃນເວລາເຊົ້າມັນກໍງອກຂຶ້ນມາໃໝ່ແຕ່ເມື່ອຄ່ຳມາມັນກໍແຫ້ງ ແລະ ຫ່ຽວໄປ.7ພວກຂ້ານ້ອຍຖືກເຜົາຜານໂດຍຄວາມໃຈຮ້າຍຂອງພຣະອົງແລະ ຕົກໃຈຢ້ານກົວໂດຍຄວາມຮ້າຍຂອງພຣະອົງ.8ພຣະອົງໄດ້ເປີດເຜີຍຄວາມຊົ່ວຊ້າຕ່າງໆຂອງພວກຂ້ານ້ອຍຕໍ່ໜ້າພຣະອົງ,ຄວາມບາບທັງຫລາຍຂອງພວກຂ້ານ້ອຍທີ່ເຊື່ອງຢູ່ກໍປາກົດແຈ້ງໃນຄວາມສະຫວ່າງຕໍ່ໜ້າພຣະອົງ.9ວັນເວລາທັງໝົດຂອງພວກຂ້ານ້ອຍໄດ້ໝົດໄປພາຍໃຕ້ຄວາມໂກດຮ້າຍຂອງພຣະອົງ;ປີເດືອນຂອງພວກຂ້ານ້ອຍຈົບລົງດ້ວຍການຄ່ຳຄວນ.10ຊ່ວງຊີວິດຂອງພວກຂ້ານ້ອຍຄືເຈັດສິບປີ,ຫລື ແປດສິບປີ, ຖ້າກຳລັງຂອງພວກຂ້ານ້ອຍຍັງມີຢູ່;ແມ່ນແຕ່ເວລາທີ່ດີທີ່ສຸດຂອງພວກເຂົາກໍມີແຕ່ຄວາມເດືອດຮ້ອນ ແລະ ໂສກເສົ້າ,ເພາະບໍ່ດົນກໍຜ່ານພົ້ນໄປ ແລະ ພວກເຮົາກໍຈາກໄປ.11ຜູ້ໃດທີ່ຮູ້ເຖິງລິດອຳນາດແຫ່ງຄວາມໃຈຮ້າຍຂອງພຣະອົງ?ເພາະຄວາມໂກດຮ້າຍຂອງພຣະອົງນັ້ນໃຫຍ່ຫລວງເທົ່າກັບຄວາມໜ້າຢຳເກງຂອງພຣະອົງ.12ຂໍໂຜດສອນພວກຂ້ານ້ອຍໃຫ້ນັບເວັນເວລາຂອງຕົນ,ເພື່ອພວກຂ້ານ້ອຍຈະໄດ້ມີຈິດໃຈທີ່ປະກອບດ້ວຍສະຕິປັນຍາ.13ຂ້າແດ່ພຣະເຈົ້າຢາເວ! ຂໍໂຜດກະລຸນາດ້ວຍ ຈະເປັນຢ່າງນີ້ໄປອີກດົນເທົ່າໃດ?ຂໍໂຜດເມດຕາສົງສານບັນດາຜູ້ຮັບໃຊ້ຂອງພຣະອົງດ້ວຍ.14ຂໍໃຫ້ພວກຂ້ານ້ອຍອິ່ມເຕັມດ້ວຍຄວາມຮັກໝັ້ນຄົງຂອງພຣະອົງໃນເວລາເຊົ້າ.ເພື່ອພວກຂ້ານ້ອຍຈະຮ້ອງເພງດ້ວຍຄວາມຊື່ນຊົມຍິນດີ ແລະ ຍິນດີຕະຫລອດຊົ່ວຊີວິດຂອງພວກຂ້ານ້ອຍ.15ໂປດໃຫ້ວັນເວລາອັນຜາສຸກຍືນຍາວແກ່ພວກຂ້ານ້ອຍເພື່ອຊົດເຊີຍກັບປີເດືອນທີ່ພຣະອົງໄດ້ໃຫ້ພວກຂ້ານ້ອຍພົບກັບຄວາມເດືອດຮ້ອນ.16ຂໍສະແດງກິດຈະການຂອງພຣະອົງແກ່ບັນດາຜູ້ຮັບໃຊ້ຂອງພຣະອົງ,ສະແດງຄວາມສະຫງ່າງາມຂອງພຣະອົງແກ່ບັນດາລູກຫລານຂອງພວກເຂົາ.17ຂໍໃຫ້ຄວາມພໍໃຈ ຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກຂ້ານ້ອຍຢູ່ເໜືອພວກຂ້ານ້ອຍ;ຂໍໂຜດສະຖາປະນາການງານທີ່ມືຂອງພວກຂ້ານ້ອຍເຮັດແມ່ນແລ້ວ, ຂໍໂຜດສະຖາປະນາການງານທີ່ມືຂອງພວກຂ້ານ້ອຍເຮັດດ້ວຍ.Biblica, Inc.