ເພງສັນລະເສີນ89
(ມັດຄິນ ຂອງເອທານ ວົງເອສະຣາ)
1ຂ້ານ້ອຍຈະຮ້ອງເພງເຖິງຄວາມຮັກອັນຍິ່ງໃຫຍ່ຂອງພຣະເຈົ້າຢາເວຕະຫລອດໄປ;ຂ້ານ້ອຍຈະປະກາດໃຫ້ຄົນທຸກຊົ່ວອາຍຸໄດ້ຮູ້ເຖິງຄວາມສັດຊື່ຂອງພຣະອົງດ້ວຍປາກຂອງຂ້ານ້ອຍ.2ຂ້ານ້ອຍຈະປະກາດວ່າຄວາມຮັກຂອງພຣະອົງນັ້ນຢືນຍົງໝັ້ນຄົງຕະຫລອດໄປ,ປະກາດວ່າພຣະອົງໄດ້ໄດ້ຄວາມສັດຊື່ຂອງພຣະອົງໄວ້ໃນຟ້າສະຫວັນນັ້ນເອງ.3ພຣະອົງໄດ້ເວົ້າວ່າ “ເຮົາໄດ້ເຮັດຄຳໝັ້ນສັນຍາກັບຜູ້ທີ່ເຮົາໄດ້ເລືອກໄວ້,ເຮົາໄດ້ປະຕິຍານຕໍ່ດາວິດຜູ້ຮັບໃຊ້ຂອງເຮົາວ່າ:4‘ເຮົາຈະຕັ້ງເຊື້ອສາຍຂອງເຈົ້າໄວ້ຕະຫລອດໄປແລະ ໃຫ້ບັນລັງຂອງເຈົ້າຍືນຍົງຢູ່ທຸກຊົ່ວອາຍຸ’ ”.5ຂ້າແດ່ພຣະເຈົ້າຢາເວ, ຟ້າສະຫວັນສັນລະເສີນການອັດສະຈັນຂອງພຣະອົງ,ແລະ ສັນລະເສີນຄວາມສັດຊື່ຂອງພຣະອົງໃນບ່ອນຊຸມນຸມຂອງຜູ້ບໍລິສຸດດ້ວຍ.6ເພາະຕະຫລອດທົ່ວຟ້າເບື້ອງເທິງ ມີຜູ້ໃດສາມາດທຽບກັບອົງພຣະເຈົ້າຢາເວໄດ້?ໃນທ່າມກາງຊາວສະຫວັນທັງຫລາຍ ຜູ້ໃດຈະເໝືອນພຣະເຈົ້າຢາເວ?7ພຣະເຈົ້ານັ້ນເປັນທີ່ຢຳເກງຫລາຍທີ່ສຸດໃນທີ່ປະຊຸມຂອງຜູ້ບໍລິສຸດ;ພຣະອົງໜ້າຢໍາເກງຫລາຍກວ່າບັນດາຜູ້ທີ່ຢູ່ອ້ອມຮອບພຣະອົງທັງໝົດ.8ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຜູ້ມີລິດອຳນາດຍິ່ງໃຫຍ່ ມີຜູ້ໃດເໝືອນພຣະອົງ?ຂ້າແດ່ພຣະເຈົ້າຢາເວ ພຣະອົງມີອຳນາດ ແລະ ຄວາມສັດຊື່ຂອງພຣະອົງກໍອ້ອມຮອບພຣະອົງ.9ພຣະອົງຄອບຄອງຢູ່ເໜືອທະເລທີ່ປັ່ນປ່ວນເມື່ອຄື້ນຊັດຂຶ້ນ, ພຣະອົງກໍເຮັດໃຫ້ມັນສະຫງົບລົງ.10ພຣະອົງໄດ້ບຸກໂຈມຕີຣາຫັບເໝືອນດັ່ງຜູ້ທີ່ຖືກຂ້າ;ພຣະອົງເຮັດໃຫ້ສັດຕູຂອງພຣະອົງກະຈັດກະຈາຍໄປດ້ວຍມືອັນເຂັ້ມແຂງຂອງພຣະອົງ.11ຟ້າສະຫວັນເປັນຂອງພຣະອົງ, ແຜ່ນດິນໂລກກໍເປັນຂອງພຣະອົງດ້ວຍ;ພຣະອົງໄດ້ສ້າງໂລກ ແລະ ທຸກສິ່ງທີ່ຢູ່ໃນໂລກ.12ພຣະອົງໄດ້ສ້າງທິດເໜືອ ແລະ ທິດໃຕ້;ພູເຂົາທາໂບ ແລະ ພູເຂົາເຮີໂມນຕ່າງກໍຮອງຊື່ນຊົມຍິນດີຍົກຍ້ອງນາມຂອງພຣະອົງ.13ແຂນຂອງພຣະອົງນັ້ນມີພະລັງ;ມືຂອງພຣະອົງແຂງແຮງ, ມືຂວາຂອງພຣະອົງກໍເປັນທີ່ຍົກຍ້ອງ.14ຄວາມຊອບທຳ ແລະ ຄວາມຍຸຕິທຳແມ່ນຮາກຖານແຫ່ງບັນລັງຂອງພຣະອົງ;ຄວາມຮັກ ແລະ ຄວາມສັດຊື່ແມ່ນອອກໜ້າພຣະອົງ.15ຂ້າແດ່ພຣະເຈົ້າຢາເວ ຄວາມສຸກມີແກ່ບັນດາຜູ້ທີ່ຮູ້ຈັກໂຫ່ຮ້ອງສັນລະເສີນພຣະອົງ,ຄືຜູ້ທີ່ເດີນໃນຄວາມສະຫວ່າງຕໍ່ໜ້າພຣະອົງ.16ພວກເຂົາຍິນດີໃນນາມຂອງພຣະອົງຕະຫລອດທັງວັນພວກເຂົາຊື່ນຊົມໃນຄວາມຊອບທຳຂອງພຣະອົງ.17ເພາະພຣະອົງເປັນກຽດ ແລະ ເປັນກຳລັງຂອງພວກເຂົາ,ແລະ ໂດຍຄວາມພໍໃຈຂອງພຣະອົງ ພຣະອົງໄດ້ຍົກຊູພະລັງອຳນາດ ຂອງພວກຂ້ານ້ອຍ.18ແທ້ຈິງແລ້ວ, ໂລ່ ຂອງພວກເຮົາທັງຫລາຍເປັນຂອງພຣະເຈົ້າຢາເວ,ກະສັດຂອງພວກເຮົາເປັນຂອງອົງບໍລິສຸດແຫ່ງອິດສະຣາເອນ.19ຄັ້ງໜຶ່ງ ພຣະອົງໄດ້ເວົ້າຜ່ານທາງນິມິດກັບປະຊາຊົນຜູ້ສັດຊື່ຂອງພຣະອົງວ່າ:“ເຮົາໄດ້ໃຫ້ກຳລັງແກ່ນັກຮົບຜູ້ໜຶ່ງ;ເຮົາໄດ້ເຊີດຊູຊາຍໜຸ່ມຄົນໜຶ່ງຈາກທ່າມກາງຄົນທັງຫລາຍ.20ເຮົາໄດ້ພົບດາວິດຜູ້ຮັບໃຊ້ຂອງເຮົາ;ເຮົາໄດ້ເຈີມລາວດ້ວຍນ້ຳມັນບໍລິສຸດຂອງເຮົາ.21ມືຂອງເຮົາຈະຄ້ຳຊູລາວໄວ້;ແນ່ນອນ ແຂນຂອງເຮົາກໍຈະຊ່ວຍລາວໃຫ້ເຂັ້ມແຂງ.22ສັດຕູຈະບໍ່ມີໄຊເໜືອລາວ;ຄົນຊົ່ວຮ້າຍຈະບໍ່ກົດຂີ່ຂົ່ມເຫັງລາວ.23ເຮົາຈະຍ່ອງຄູ່ຕໍ່ສູ້ຂອງລາວຕໍ່ໜ້າລາວແລະ ໂຄ່ນລົ້ມບັນດາສັດຕູຂອງລາວ.24ຄວາມຮັກໝັ້ນຄົງຂອງເຮົາຈະຢູ່ກັບລາວ,ແລະ ເຂົາ ຂອງລາວຈະໄດ້ຮັບການຍົກຂຶ້ນໂດຍນາມຂອງເຮົາ.25ເຮົາຈະວາງມືຂອງລາວເໜືອທະເລ,ວາງມືຂວາຂອງລາວເໜືອແມ່ນ້ຳທັງຫລາຍ.26ລາວຈະຮ້ອງຕໍ່ເຮົາວ່າ ‘ພຣະອົງເປັນບິດາ,ເປັນພຣະເຈົ້າ, ເປັນສີລາ ແລະ ເປັນພຣະຜູ້ຊ່ວຍໃຫ້ພົ້ນຂອງຂ້ານ້ອຍ’.27ແລະ ເຮົາຈະຕັ້ງລາວເປັນລູກກົກຂອງເຮົາ,ໃຫ້ລາວໄດ້ຮັບການຍົກຍ້ອງສູງສຸດໃນທ່າມກາງກະສັດທັງຫລາຍຂອງແຜ່ນດິນໂລກ.28ເຮົາຈະຖະໜອມຄວາມຮັກຂອງເຮົາທີ່ມີຕໍ່ລາວຕະຫລອດໄປ,ແລະ ຄຳໝັ້ນສັນຍາຂອງເຮົາຕໍ່ລາວຈະບໍ່ມີວັນສິ້ນສຸດ.29ເຮົາຈະຕັ້ງເຊື້ອສາຍຂອງລາວໄວ້ຕະຫລອດໄປ,ບັນລັງຂອງລາວຈະຍືນຍົງຢູ່ຄູ່ຟ້າສະຫວັນ.30“ຖ້າລູກຫລານຂອງລາວປະຖິ້ມກົດບັນຍັດຂອງເຮົາແລະ ບໍ່ໄດ້ປະພຶດຕາມກົດເກນຂອງເຮົາ,31ຖ້າພວກເຂົາຝ່າຝືນດຳລັດຂອງເຮົາແລະ ບໍ່ເຮັດຕາມຄຳສັ່ງຂອງເຮົາ,32ເຮົາກໍຈະລົງໂທດຄວາມບາບຂອງພວກເຂົາດ້ວຍໄມ້ແສ້,ແລະ ຂ້ຽນຕີພວກເຂົາເພາະຄວາມຊົ່ວຊ້າ;33ແຕ່ເຮົາຈະບໍ່ເອົາຄວາມຮັກຂອງເຮົາຄືນມາຈາກລາວ,ແລະ ຈະບໍ່ມີວັນກະບົດຕໍ່ຄຳໝັ້ນສັນຍາຂອງເຮົາ,34ເຮົາຈະບໍ່ລະເມີດຄຳໝັ້ນສັນຍາຂອງເຮົາແລະ ເຮົາຈະບໍ່ປີ້ນຄຳເວົ້າຂອງເຮົາຄືນ.35ເຮົາໄດ້ປະຕິຍານເປັນຄຳຂາດໂດຍຄວາມບໍລິສຸດຂອງເຮົາແລະ ເຮົາຈະບໍ່ຕົວະດາວິດ.36ຄືເຊື້ອສາຍຂອງລາວຈະດຳລົງຢູ່ຕະຫລອດໄປແລະ ບັນລັງຂອງລາວຈະໝັ້ນຍືນຕໍ່ໜ້າເຮົາເໝືອນດວງຕາເວັນ;37ຈະຕັ້ງໝັ້ນຄົງຢູ່ຕະຫລອດໄປເໝືອນດວງເດືອນ,ເຊິ່ງເປັນພະຍານທີ່ສັດຊື່ໃນທ້ອງຟ້າ”.38ແຕ່ບັດນີ້ ພຣະອົງໄດ້ປະຕິເສດ, ພຣະອົງໄດ້ປະຖິ້ມຂ້ານ້ອຍແລ້ວ,ພຣະອົງໄດ້ໃຈຮ້າຍຢ່າງແຮງຕໍ່ຜູ້ທີ່ພຣະອົງໄດ້ເຈີມໄວ້.39ພຣະອົງໄດ້ຍົກເລີກຄຳໝັ້ນສັນຍາທີ່ໃຫ້ໄວ້ກັບຜູ້ຮັບໃຊ້ຂອງພຣະອົງແລະ ໄດ້ຖິ້ມມົງກຸດຂອງລາວລົງໃສ່ຂີ້ຝຸ່ນໃຫ້ເປັນມົນທິນ.40ພຣະອົງໄດ້ທຳລາຍກຳແພງທັງໝົດຂອງລາວແລະ ປ່ອຍໃຫ້ທີ່ໝັ້ນຂອງລາວກາຍເປັນຊາກຫັກພັງ.41ທຸກຄົນທີ່ຜ່ານໄປມາໄດ້ປຸ້ນລາວ;ລາວກາຍເປັນຂີ້ປາກຂອງເພື່ອນບ້ານຂອງລາວ;42ພຣະອົງໄດ້ຍົກຊູມືຂວາຂອງສັດຕູຂອງລາວພຣະອົງເຮັດໃຫ້ສັດຕູຂອງລາວທຸກຄົນຊື່ນຊົມຍິນດີ.43ແທ້ຈິງແລ້ວ ພຣະອົງໄດ້ປິ່ນຄົມດາບຂອງລາວແລະ ບໍ່ໄດ້ສະໜັບສະໜູນລາວໃນສົງຄາມ.44ພຣະອົງໄດ້ຢຸດຕິຄວາມສະຫງ່າງາມຂອງລາວແລະ ປີ້ນບັນລັງຂອງລາວລົງກັບພື້ນ.45ພຣະອົງໄດ້ຕັດຮອນເວລາໄວໜຸ່ມຂອງລາວໃຫ້ສັ້ນລົງ;ແລະ ພຣະອົງປົກຄຸມລາວດ້ວຍຄວາມອັບອາຍ.46ຂ້າແດ່ພຣະເຈົ້າຢາເວ ອີກດົນປານໃດ? ພຣະອົງຈະເຊື່ອງພຣະອົງເອງຕະຫລອດໄປບໍ່?ອີກດົນປານໃດທີ່ຄວາມໂກດຮ້າຍຂອງພຣະອົງຈະໄໝ້ເໝືອນກັບໄຟ?47ຂໍລະນຶກວ່າຊີວິດຂອງຂ້ານ້ອຍຜ່ານໄປໄວປານໃດ.ພຣະອົງສ້າງມວນມະນຸດໄວ້ຢ່າງບໍ່ມີປະໂຫຍດຫຍັງ!48ຜູ້ໃດສາມາດຢູ່ຄ້ຳຟ້າ ແລະ ບໍ່ຕ້ອງຕາຍ,ຫລື ຜູ້ໃດທີ່ໜີພົ້ນອຳນາດຂອງຂຸມຝັງສົບໄດ້?49ຂ້າແດ່ອົງພຣະຜູ້ເປັນເຈົ້າ ຄວາມຮັກຍິ່ງໃຫຍ່ຂອງພຣະອົງໃນແຕ່ກ່ອນທີ່ໄດ້ສັນຍາໄວ້ແກ່ດາວິດດ້ວຍຄວາມສັດຊື່ຂອງພຣະອົງນັ້ນຢູ່ຢູ່ໃສ?50ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂໍໂຜດລະນຶກວ່າຜູ້ຮັບໃຊ້ ຂອງພຣະອົງຖືກດູຖູກຢ່າງໃດ,ແລະ ຂ້ານ້ອຍຕ້ອງທົນຕໍ່ຄຳໝິ່ນປະໝາດຂອງປະຊາຊາດທັງຫລາຍໄວ້ໃນໃຈຫລາຍພຽງໃດ,51ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍທົນຕໍ່ຄຳເຢາະເຢີ້ຍທີ່ສັດຕູຂອງພຣະອົງດູຖູກ,ພວກເຂົາໄດ້ດູຖູກທຸກບາດກ້າວຂອງຜູ້ທີ່ພຣະອົງໄດ້ເຈີມໄວ້.52ຂໍສັນລະເສີນແດ່ພຣະເຈົ້າຕະຫລອດໄປ!ອາແມນ ແລະ ອາແມນ.Biblica, Inc.