ເພງສັນລະເສີນ91
1ຜູ້ໃດກໍຕາມທີ່ອາໄສຢູ່ໃນທີ່ກຳບັງຂອງອົງຜູ້ສູງສຸດຈະໄດ້ພັກສະຫງົບໃນຮົ່ມເງົາຂອງອົງຜູ້ມີລິດອຳນາດຍິ່ງໃຫຍ່.2ຂ້ານ້ອຍຈະຕອບພຣະເຈົ້າຢາເວວ່າ, “ພຣະອົງເປັນປ້ອມປ້ອງກັນ ແລະ ເປັນທີ່ລີ້ໄພຂອງຂ້ານ້ອຍ,ເປັນພຣະເຈົ້າຂອງຂ້ານ້ອຍ ຜູ້ທີ່ຂ້ານ້ອຍໄວ້ວາງໃຈ”.3ແນ່ນອນ ພຣະອົງຈະຊ່ວຍເຈົ້າໃຫ້ພົ້ນຈາກກັບດັກທັງຫລາຍແລະ ຈາກໂລກລະບາດອັນຮ້າຍແຮງ.4ພຣະອົງຈະປົກປ້ອງເຈົ້າດ້ວຍປີກຂອງພຣະອົງ,ແລະ ເຈົ້າຈະລີ້ໄພຢູ່ໃຕ້ຫົ່ມປີກຂອງພຣະອົງ;ຄວາມສັດຊື່ຂອງພຣະອົງເປັນໂລ່ ແລະ ເປັນປ້ອມປ້ອງກັນຂອງເຈົ້າ.5ເຈົ້າຈະບໍ່ຕ້ອງຢ້ານຄວາມຢ້ານກົວໃນເວລາກາງຄືນຫລື ລູກສອນທີ່ຍິງເຂົ້າໃສ່ໃນເວລາກາງເວັນ,6ຫລື ບໍ່ຕ້ອງຢ້ານໂລກລະບາດທີ່ຄຸກຄາມໃນຄວາມມືດຫລື ໄພພິບັດທີ່ທຳລາຍໃນເວລາກາງເວັນ.7ຄົນເປັນພັນອາດຈະລົ້ມລົງຕາຍຢູ່ຂ້າງເຈົ້າ,ຄົນເປັນໝື່ນຢູ່ທີ່ຂວາມືຂອງເຈົ້າ,ແຕ່ໄພພິບັດນັ້ນຈະບໍ່ມາໃກ້ເຈົ້າ.8ເຈົ້າຈະສັງເກດເບິ່ງດ້ວຍຕາຂອງຕົນເອງເທົ່ານັ້ນແລະ ເຫັນຄົນຊົ່ວຖືກລົງໂທດ.9ຖ້າເຈົ້າເວົ້າວ່າ “ພຣະເຈົ້າຢາເວຜູ້ເປັນທີ່ລີ້ໄພຂອງຂ້ານ້ອຍ”ແລະ ເຈົ້າໄດ້ໃຫ້ອົງຜູ້ສູງສຸດເປັນທີ່ພັກພິງຂອງເຈົ້າ,10ແລ້ວກໍຈະບໍ່ມີອັນຕະລາຍເກີດຂຶ້ນກັບເຈົ້າ,ບໍ່ມີໄພພິບັດຈະມາໃກ້ເຕັນຂອງເຈົ້າ.11ເພາະພຣະອົງຈະສັ່ງເທວະດາຂອງພຣະອົງເລື່ອງເຈົ້າໃຫ້ເບິ່ງແຍງເຈົ້າໃນທຸກທາງຂອງເຈົ້າ;12ເທວະດາເຫລົ່ານັ້ນຈະຍື່ນມືຂອງພວກເຂົາອູ້ມເຈົ້າໄວ້ເພື່ອບໍ່ໃຫ້ຕີນຂອງເຂົ້າກະທົບກັບຫີນ.13ເຈົ້າຈະຢຽບໂຕສິງ ແລະ ງູເຫົ່າ;ເຈົ້າຈະຢຽບໂຕສິງໃຫຍ່ ແລະ ງູພິດ.14ພຣະເຈົ້າກ່າວວ່າ “ເພາະລາວຮັກເຮົາ ເຮົາຈະກອບກູ້ເອົາລາວ;ເຮົາຈະປົກປ້ອງລາວ ເພາະລາວຍອມຮັບນາມຂອງເຮົາ.15ລາວຈະຮ້ອງຫາເຮົາ ແລະ ເຮົາຈະຕອບລາວເຮົາຈະຢູ່ກັບລາວໃນເວລາເດືອດຮ້ອນ,ເຮົາຈະປົດປ່ອຍລາວ ແລະ ໃຫ້ລາວໄດ້ຮັບກຽດ.16ເຮົາຈະໃຫ້ລາວອິ່ມເຕັມດ້ວຍຊີວິດຍືນຍາວແລະ ສະແດງຄວາມພົ້ນຂອງເຮົາແກ່ລາວ”.
Biblica, Inc.