ເພງສັນລະເສີນ9
ເຖິງຫົວໜ້ານັກຮ້ອງ, ທຳນອງ “ການຕາຍຂອງລູກຊາຍ” ບົດເພງສັນລະເສີນຂອງດາວິດ.
1ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຈະໂມທະນາຂອບພຣະຄຸນພຣະອົງດ້ວຍສຸດຫົວໃຈຂອງຂ້ານ້ອຍ;ຂ້ານ້ອຍຈະບອກເຖິງການອັດສະຈັນທັງໝົດທີ່ພຣະອົງໄດ້ກະທຳ.2ຂ້ານ້ອຍຈະຍິນດີ ແລະ ຊື່ນຊົມຍິນດີໃນພຣະອົງ;ຂ້າແດ່ອົງຜູ້ສູງສຸດ ຂ້ານ້ອຍຈະຮ້ອງເພງສັນລະເສີນນາມຂອງພຣະອົງ.3ບັນດາສັດຕູຂອງຂ້ານ້ອຍກໍຫັນກັບໄປ;ພວກເຂົາໄດ້ລົ້ມລົງ ແລະ ຈິບຫາຍໄປຕໍ່ໜ້າພຣະອົງ.4ເພາະພຣະອົງໄດ້ໃຫ້ສິດ ແລະ ຄວາມຍຸຕິທຳແກ່ຂ້ານ້ອຍພຣະອົງນັ່ງຢູ່ເທິງບັນລັງໃນຖານະຜູ້ພິພາກສາທີ່ຊອບທຳ.5ພຣະອົງໄດ້ຕັກເຕືອນປະຊາຊາດທັງຫລາຍ ແລະ ທຳລາຍຄົນຊົ່ວ;ພຣະອົງໄດ້ລຶບຊື່ຂອງພວກເຂົາອອກໄປເປັນນິດ.6ສັດຕູຂອງພວກຂ້ານ້ອຍຈິບຫາຍຕະຫລອດໄປ,ພຣະອົງໄດ້ຖອນຮາກຖອນເຫງົ້າເມືອງຕ່າງໆຂອງພວກເຂົາ;ແມ່ນແຕ່ຄວາມຈຳຂອງພວກເຂົາກໍໄດ້ຕາຍໄປ.7ພຣະເຈົ້າຢາເວໄດ້ຄອບຄອງຢູ່ເປັນນິດ;ພຣະອົງໄດ້ຕັ້ງບັນລັງຂອງພຣະອົງໄວ້ເພື່ອການພິພາກສາ.8ພຣະອົງຈະປົກຄອງໂລກດ້ວຍຄວາມຊອບທຳແລະ ພິພາກສາຄົນທັງຫລາຍດ້ວຍຄວາມຍຸຕິທຳ.9ພຣະເຈົ້າຢາເວເປັນທີ່ລີ້ໄພຂອງຜູ້ທີ່ຖືກກົດຂີ່ຂົ່ມເຫັງ,ເປັນຖານທີ່ໝັ້ນໃນຍາມຍາກລຳບາກ.10ຂ້າແດ່ພຣະເຈົ້າຢາເວ ທຸກຄົນທີ່ຮູ້ຈັກນາມຂອງພຣະອົງຈະໄວ້ໃຈໃນພຣະອົງ,ເພາະພຣະອົງບໍ່ເຄີຍປະຖິ້ມບັນດາຜູ້ທີ່ສະແຫວງຫາພຣະອົງ.11ຈົ່ງຮ້ອງເພງສັນລະເສີນພຣະເຈົ້າຢາເວ ຜູ້ຄອງບັນລັງໃນຊີໂອນ;ຈົ່ງປະກາດສິ່ງທີ່ພຣະອົງໄດ້ກະທຳໃນທ່າມກາງປະຊາຊາດ.12ເພາະພຣະອົງຜູ້ແກ້ແຄ້ນແທນເລືອດນັ້ນບໍ່ເຄີຍລືມ;ພຣະອົງບໍ່ເສີຍຊາຕໍ່ສຽງຮ້ອງຂອງຜູ້ທີ່ທຸກໃຈ.13ຂ້າແດ່ພຣະເຈົ້າຢາເວ ໂຜດເບິ່ງວ່າບັນດາສັດຕູຂອງຂ້ານ້ອຍໄດ້ຂົ່ມເຫັງຂ້ານ້ອຍຢ່າງໃດ!ຂໍໂຜດເມດຕາ ແລະ ຍົກຂ້ານ້ອຍຂຶ້ນຈາກປະຕູແຫ່ງຄວາມຕາຍດ້ວຍ,14ເພື່ອຂ້ານ້ອຍຈະໄດ້ປະກາດການສັນລະເສີນຂອງພຣະອົງ.ທີ່ປະຕູເມືອງຂອງລູກສາວແຫ່ງຊີໂອນ, ແລະ ຊື່ນຊົມຍິນດີໃນຄວາມພົ້ນຂອງພຣະອົງຢູ່ທີ່ນັ້ນ.15ປະຊາຊາດທັງຫລາຍໄດ້ຕົກລົງໄປໃນຂຸມທີ່ພວກເຂົາຂຸດໄວ້;ຕີນຂອງພວກເຂົາໄດ້ຕິດກັບດັກທີ່ພວກເຂົາເອງເຊື່ອງໄວ້.16ພຣະເຈົ້າຢາເວເປັນທີ່ຮູ້ຈັກໃນດ້ານຄວາມຍຸຕິທຳຂອງພຣະອົງ;ຄົນຊົ່ວຮ້າຍໄດ້ຕິດກັບດ້ວຍມືຂອງຕົນເອງ.17ຄົນຊົ່ວຮ້າຍກໍກັບໄປຍັງແດນຂອງຄົນຕາຍ,ກໍຄືທຸກປະຊາຊາດທີ່ລືມພຣະເຈົ້າ.18ແຕ່ພຣະເຈົ້າຈະບໍ່ມີວັນລືມຄົນທີ່ຂັດສົນເລີຍ;ຄວາມຫວັງຂອງຜູ້ທີ່ທຸກຍາກຈະບໍ່ຈິບຫາຍເລີຍ.19ຂ້າແດ່ພຣະເຈົ້າຢາເວ ຂໍໂຜດລຸກຂຶ້ນ ຂໍຢ່າໃຫ້ມະນຸດໄດ້ຊະນະ;ຂໍໂຜດພິພາກສາບັນດາປະຊາຊາດຕໍ່ໜ້າພຣະອົງ.20ຂ້າແດ່ພຣະເຈົ້າຢາເວ ຂໍໂຜດໂຈມຕີພວກເຂົາດ້ວຍຄວາມສະທ້ານຢ້ານກົວ;ໃຫ້ປະຊາຊາດທັງຫລາຍຮູ້ວ່າພວກເຂົາເປັນພຽງມະນຸດເທົ່ານັ້ນ.Biblica, Inc.